ເດັກນ້ອຍອາຍຸ 2 ປີ ຊາວອາເມຣິກາ ຫຼິ້ນປືນ ຈົນປືນລັ່ນໃສ່ແມ່ທີ່ກຳລັງຖືພາ ສົ່ງຜົນໃຫ້ທັງແມ່ ແລະ ລູກໃນທ້ອງເສຍຊີວິດ


ເກີດເຫດສຸດເສົ້າ ໃນລັດ ໂອໄຮໂອ ປະເທດ ສະຫະລັດ ອາເມຣິກາ ເມື່ອມີເດັກຊາຍຄົນໜຶ່ງອາຍຸພຽງ 2 ປີ ຫຼິ້ນອາວຸດຮ້າຍແຮງ ແລະ ເປັນອັນຕະລາຍຢ່າງອາວຸດປືນ ຈົນເຮັດປືນລັ່ນໃສ່ຜູ້ເປັນແມ່ທີ່ກຳລັງຖືພາຢູ່ ເຮັດໃຫ້ທັງແມ່ ແລະ ລູກໃນທ້ອງເສຍຊີວິດທັງໝົດ.

ຕຳຫຼວດໄດ້ຮັບແຈ້ງເຫດຈາກຊາຍຄົນໜຶ່ງທີ່ໂທມາຂໍຄວາມຊ່ວຍເຫຼືອ ຫຼັງຈາກລາວໄດ້ຮັບໂທລະສັບຈາກເມຍຂອງລາວ ອາຍຸ 31 ປີທີ່ກຳລັງຖືພາຢູ່ 8 ເດືອນ ໂທມາບອກວ່າ ນາງຖືກຍິງພາຍໃນເຮືອນ. ໂດຍຫຼັງຈາກທີ່ຕໍາຫຼວດເດີນທາງໄປຮອດເຮືອນຫຼັງດັ່ງກ່າວ ກໍຕ້ອງທໍາລາຍປະຕູເຂົ້າໄປ ຈົນພົບກັບແມ່ຍິງຖືພາທີ່ຍັງມີສະຕິຢູ່ ນອນໄດ້ຮັບບາດເຈັບຢູ່ໃນຫ້ອງ ໂດຍມີອາວຸດປືນສັ້ນຕົກຢູ່ ແລະ ມີເດັກຊາຍອາຍຸ 2 ປີ ນັ່ງຢູ່ທາງຂ້າງ ໂດຍແມ່ຂອງລາວ ຂໍໃຫ້ນຳລູກຊາຍອອກໄປກ່ອນ.

ໂດຍຜູ້ເປັນແມ່ໃຫ້ການກັບຕຳຫຼວດຂະນະທີ່ກຳລັງເດີນທາງໄປໂຮງໝໍວ່າ ລູກຊາຍຂອງລາວຫຼິ້ນປືນ ຈົນປືນລັ່ນ ກະສຸນເຈາະເຂົ້າດ້ານຫຼັງຂອງລາວ. ເຊິ່ງຫຼັງຈາກຮອດໂຮງໝໍ ທາງທີມແພດກໍຜ່າເອົາເດັກໃນທ້ອງອອກມາ ແຕ່ກໍພົບວ່າ ເດັກໃນທ້ອງຂອງລາວນັ້ນເສຍຊີວິດແລ້ວ ກ່ອນທີ່ຜູ້ເປັນແມ່ຈະເສຍຊີວິດຕາມກັນໄປໃນເວລາຕໍ່ມາ.

ຈາກການກວດສອບອາວຸດປືນທີ່ຢຶດມາໄດ້ຈາກສະຖານທີ່ເກີດເຫດ ພົບວ່າມີການບັນຈຸລູກປືນເອົາໄວ້ເຖິງ 12 ນັດ ແລະ ຍັງພົບອາວຸດປືນຊະນິດອື່ນໆອີກ ທີ່ເກັບເອົາໄວ້ໃນຕູ້ເຄື່ອງ ແລະ ຍັງພົບອາວຸດປືນຍາວ ຈັດຢູ່ໃນປະເພດອາວຸດສົງຄາມໃນຫ້ອງຄອມພິວເຕີ.

ປັດຈຸບັນ ເຈົ້າໜ້າທີ່ກຳລັງເລັ່ງສືບສວນເລື່ອງລາວ ແລະ ສາເຫດທີ່ແທ້ຈິງຂອງເຫດການທີ່ເກີດຂຶ້ນ ແລະ ສືບທີ່ໄປທີ່ມາຂອງອາວຸດປືນຕ່າງໆ ແຕ່ຍັງບໍ່ໄດ້ຕັ້ງຂໍ້ຫາໃດໆ ກັບຜູ້ໃດ.

ຂອບໃຈຂໍ້ມູນຈາກ: CNN, CBS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/