ອາເລັກຊານດຣາ ບຸນຊ່ວຍ ຜູ້ທີ່ຈະມາປະກອບສ່ວນຮຽກຮ້ອງໃຫ້ສັງຄົມ ຫັນມາອະນຸລັກສັດປ່າ


ອາເລັກຊານດຣາ ບຸນຊ່ວຍ ເປັນອີກບຸກຄົນໜຶ່ງທີ່ມີຄວາມສາມາດໃນດ້ານການສະແດງ ໂດດເດັ່ນໃນເລື່ອງການຮ້ອງເພງ, ຜ່ານມາເຄີຍມີບົດບາດທັງໃນວົງການບົນເທີງ ແລະ ນອກວົງການບັນເທີງ. ພ້ອມກັນນີ້ ຍັງໄດ້ມີສ່ວນຮ່ວມ ຫຼື ຕົວແທນຂອງປະເທດ ໃນການເຮັດວຽກສົ່ງເສີມຢູ່ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້ ກໍຈະໄດ້ເປັນອີກສ່ວນໜຶ່ງຂອງການປະກອບສ່ວນຮຽກຮ້ອງໃຫ້ສັງຄົມລາວຫັນມາອະນຸລັກສັດປ່າ ເຊິ່ງວຽກງານດ້ານນີ້ ອາເລັກຊານດຣາ ກໍມີຄວາມຮູ້ສຶກຕ່າງໆ ທີ່ໄດ້ເປັນສ່ວນໜຶ່ງຂອງການປະກອບສ່ວນໃນຄັ້ງນີ້ ຈະເປັນແນວໃດກໍສາມາດຕິດຕາມກັນໄດ້.

1. ທ່ານໄດ້ເຂົ້າມາມີສ່ວນຮ່ວມໃນການຕ້ານການຄ້າຂາຍສັດປ່າຜິດກົດໝາຍໄດ້ແນວໃດ?

ປະມານ 4 ປີກ່ອນ ຊານດຣາ ໄດ້ມີໂອກາດຮ່ວມງານສະຖານທູດອັງກິດ ແລ້ວກໍໄດ້ເປັນທູດງາຊ້າງໃຫ້ກັບທູດອັງກິດ, ຫຼັງຈາກນັ້ນ ກໍໄດ້ມີໂອກາດພົບປະ ແລ້ວກໍໄດ້ມາຮູ້ຈັກກັບທາງກົມປ່າໄມ້ ເຊິ່ງເພິ່ນກໍໄດ້ທາບທາມ ເພື່ອຢາກໃຫ້ ຊານດຣາ ເປັນທູດອະນຸລັກສັດນ້ຳ ສັດປ່າ ແລະ ຊານດຣາ ກໍມີຄວາມຍິນດີ ແລ້ວກໍຕົກລົງຮັບໂອກາດນັ້ນເລີຍ.

2. ຄວາມມັກຮັກໃນການອະນຸລັກສັດປ່າຂອງທ່ານໄດ້ເລີ່ມຕົ້ນມາຈາກໃສ?

ຄວາມຮັກນີ້ ແມ່ນເລີ່ມມາແຕ່ຍັງນ້ອຍເລີຍ ເຊິ່ງເປັນຄົນທີ່ຮັກສັດແບບທີ່ສຸດ, ບາງຄັ້ງເຫັນສັດທີ່ປ່ວຍ ຫຼື ເຈັບ ກໍມີຄວາມຮູ້ສຶກສົງສານ ຮູ້ສຶກເປັນທຸກໄປກັບສັດທີ່ທົນທຸກທໍລະມານ. ຖ້າຫາກມີຄວາມສາມາດທີ່ຈະອຸ້ມສັດນັ້ນໄດ້ກໍຈະອຸ້ມເອົາໄປຫາໝໍ ເພາະມີຄວາມສົງສານ ແລະ ເຫັນໃຈສັດ ຈຳນວນດັ່ງກ່າວຫຼາຍ.

3. ທ່ານໄດ້ເຄີຍເຫັນເຫດການການຄ້າຂາຍສັດປ່າ ຢູ່ໃນ ສປປ ລາວບໍ່ ຫຼື ເຫດການຂາຍສັດປ່າທີ່ຫວງຫ້າມ? ເຫດການເຫຼົ່ານັ້ນ ເຮັດໃຫ້ທ່ານຮູ້ສຶກແນວໃດ? ແລ້ວທ່ານໄດ້ເຮັດແນວໃດ?

ຜ່ານມາກໍເຄີຍເຫັນແບບຜ່ານໆ ຕົວຢ່າງຈະເຫັນໃນຂ່າວສານ ເວລາເຫັນແລ້ວໃຈກໍຄ້ອຍໄປຕາມ ເພາະຍັງເປັນບັນຫາທີ່ມີຄວາມທ້າທາຍ ແລະ ຊານດຣາ ເອງກໍຢາກຫາວິທີ ທີ່ຈະຊ່ວຍເຜີຍແຜ່ ເລື່ອງການອະນຸລັກສັດນ້ຳ-ສັດປ່າ ທີ່ເປັນຊັບພະຍາກອນ ເປັນຊັບສິນຂອງຊາດເຮົາໄວ້ ໃຫ້ຢູ່ກັບຄົນລາວຕະຫຼອດໄປ.

ຕໍ່ກັບເຫດການດັ່ງກ່າວ ເຮັດໃຫ້ຮູ້ສຶກຄ້ອຍໃຈ ເພາະຮູ້ສຶກວ່າສັດຈະຢູ່ໃນປ່າ ພວກເຂົາເປັນສັດທີ່ໄຮ້ດຽງສາ ພວກເຂົາກໍໃຊ້ຊີວິດຂອງພວກເຂົາໄປໃນແຕ່ລະມື້. ໂດຍສະເພາະ ລູກນ້ອຍຂອງສັດ, ຖ້າຫາກມີການສູນເສຍ ພໍ່-ແມ່ ຫຼື ຖືກລ່າ ລູກໂຕນ້ອຍໆກໍບໍ່ສາມາດດຳລົງຊີວິດຕໍ່ໄປໄດ້ ຫຼື ໃຊ້ຊີວິດແບບພຽງລຳພັງ ຫຼື ອາດຈະສູນເສຍໄປຕາມພໍ່-ແມ່ ກໍເປັນໄປໄດ້.

 4. ທ່ານໃຊ້ຊີວິດແນວໃດ ໃນຖານະເປັນຜູ້ສະໜັບສະໜູນການອະນຸລັກສັດປ່າ ແລະ ເປັນກະບອກສຽງຕ້ານການຄ້າຂາຍສັດປ່າຜິດກົດໝາຍ?   

ຮູ້ສຶກພາກພູມໃຈທີ່ໄດ້ຖືກມອບໝາຍໃຫ້ຊ່ວຍວຽກງານດ້ານນີ້ ທຸກມື້ນີ້ກໍຈະພະຍາຍາມເຮັດໃຫ້ໄດ້ດີທີ່ສຸດ ປະກອບສ່ວນເຜີຍແຜ່ພັດທະນາກ່ຽວກັບສັດປ່າທີ່ຫວງຫ້າມ ແລະ ຮູ້ສຶກເປັນກຽດ ພາກພູມໃຈຫຼາຍທີ່ໄດ້ຖືກມອບໝາຍໃນໜ້າທີ່ນີ້, ພ້ອມກັນນີ້ ຈະເຮັດໜ້າທີ່ຢ່າງຕັ້ງໃຈ ເຮັດໃຫ້ໄດ້ດີທີ່ສຸດໃນວຽກງານປະກອບສ່ວນການໂຄສະນາເຜີຍແຜ່ ກ່ຽວກັບສັດປ່າທີ່ຫວງຫ້າມ ແລະ ວຽກງານອະນຸລັກສັດນ້ຳ-ສັດປ່າ.

5. ທ່ານຮູ້ສຶກແນວໃດໃນການເປັນຕົວແທນຂອງປະເທດລາວ ໃນເວທີໂລກ ກ່ຽວກັບ ບັນຫາການຄ້າຂາຍສັດປ່າ?

ຮູ້ສຶກດີໃຈທີ່ໄດ້ມີໂອກາດ ເພາະປະມານ 4 ປີຫຼັງ ໄດ້ໄປຮ່ວມສຳມະນາຢູ່ທີ່ປະເທດອັງກິດ ແລະ ໃນນັ້ນກໍມີຫຼາຍປະເທດເຂົ້າຮ່ວມ ເພື່ອທີ່ຈະໂອ້ລົມ ແລະ ແລກປ່ຽນບົດຮຽນກັນ ກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ.​ ພ້ອມກັນນີ້ ຊານດຣາ ກໍໄດ້ເອົາບົດຮຽນຈາກບ້ານເຮົາ ເພື່ອໄປແລກປ່ຽນກັບທາງສາກົນອີກດ້ວຍ.

6. ທ່ານໄດ້ຮຽນຮູ້ຫຍັງແດ່ ຈາກການເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ຜູ້ຊ່ຽວຊານດ້ານອະນຸລັກ ໃນ ສປປ ລາວ?

ຊານດຣາ ໄດ້ມາຮູ້ວ່າວຽກງານນີ້ເປັນວຽກງານທີ່ຍາກຫຼາຍ ແລະ ເປັນວຽກງານທີ່ທ້າທາຍຫຼາຍ ເພາະທາງຫຼາຍໆຄົນກໍມີຄວາມເຂົ້າໃຈທີ່ແຕກຕ່າງກັນ. ບາງເທື່ອຄົນອາດຈະຄິດວ່າສັດປ່ານີ້ເປັນຢາຊູກຳລັງໄດ້ ຫຼື ກິນແລ້ວດີຕໍ່ສຸຂະພາບ ແລະ ອື່ນໆ ທີ່ເຊື່ອກັນໄປ. ແຕ່ຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ບໍ່ໄດ້ຖືກພິສູດທີ່ເຊື່ອກັນໄປ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ກໍບໍ່ໄດ້ພິສູດ ຫຼື ວ່າໄດ້ມີການຢືນຢັນຈາກທ່ານໝໍ ຫຼື ນັກວິທະຍາສາດໃດໆເລີຍ.

7. ສິ່ງໃດ ທີ່ທ່ານຄິດວ່າ ເປັນຄວາມທ້າທາຍທີ່ໃຫຍ່ຫຼວງທີ່ສຸດ ໃນການຕໍ່ສູ້ຕ້ານການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ໃນ ສປປ ລາວ?

ຕາມປະສົບການແລ້ວ ຊານດຣາ ຮູ້ສຶກວ່າ ທຸລະກິດນີ້ມັນເປັນທຸລະກິດຕ່ອງໂສ້ ກໍຄືມີຄົນຊື້-ມີຄົນຂາຍ ຍ້ອນຄວາມຢາກໄດ້ຂອງທຸກຄົນ ໃນການບໍລິໂພກ-ອຸປະໂພກ, ແນ່ນອນວ່າຕ້ອງມີຜູ້ສະໜອງໃຫ້ ກໍຄືຄນຂາຍ. ເພາະສະນັ້ນ ສິ່ງທ້າທາຍທີ່ສຸດ ກໍຄືເຮັດແນວໃດໃຫ້ເຮົາທຳລາຍຕ່ອງໂສ້ນີ້ໄປໄດ້ກໍຄື ຄົນເຮົາຕ້ອງຍຸຕິການບໍລິໂພກ ຫຼື ບໍ່ຢາກຄອບຄອງ.

8.ທ່ານຄິດວ່າຜູ້ໃດ ຄວນເປັນຜູ້ຮັບຜິດຊອບເພື່ອຍຸຕິການຄ້າຂາຍສັດປ່າທີ່ຫວງຫ້າມໃນ ສປປ ລາວ?  

ປັດໄຈສຳຄັນເລີຍກໍຄືປະຊາຊົນລາວເຮົາ ຕ້ອງເປັນຫູເປັນຕາຊ່ວຍກັນ ໃນການຢຸດການຄ້າຂາຍສັດປ່າ-ສັດນ້ຳ ເພາະສັດນ້ຳ-ສັດປ່າ ເປັນມໍລະດົກຂອງຊາດຂອງພວກເຮົາເອງ. ສະນັ້ນ ຖ້າເຮົາໄດ້ຊ່ວຍກັນປົກປັກຮັກສາ ສັດສາວາສິ່ງກໍຈະຢູ່ຄູ່ໄປກັບທຳມະຊາດລາວເຮົາໄປໄດ້ແບບດົນນານ. ພ້ອມທັງ ເປັນການດຶງດູດເອົານັກທ່ອງທ່ຽວເຂົ້າມາປະເທດນຳອີກດ້ວຍ.

9. ສິ່ງເລັກໆນ້ອຍໆອັນໃດແດ່ ທີ່ຜູ້ຄົນຈາກທຸກສາຂາວຽກງານ ໃນປະເທດ ສາມາດເຮັດໄດ້ ເພື່ອສ້າງການປ່ຽນແປງທີ່ດີຂຶ້ນ?

ເຮົາສາມາດປະຕິເສດໄດ້ ຖ້າຫາກມີຄົນຮູ້ຈັກມອບຂອງຂວັນເປັນສັດ ຫຼື ໜັງສັດປ່າ. ເປັນເຈົ້າການນຳກັນໃນການປົກປັກຮັກສາສັດຫວງຫ້າມ ຖ້າຫາກເຫັນມີການລັກລອບຂາຍສັດປ່າ ກໍສາມາດໂທແຈ້ງກັບທາງເຈົ້າໜ້າທີ່ ຫຼື ພາກສ່ວນທີ່ກ່ຽວຂ້ອງໄດ້.

10. ທ່ານມີຄວາມຫວັງຢາກເຫັນອະນາຄົດຂອງປ່າໄມ້ ແລະ ສັດປ່າ ໃນປະເທດລາວເປັນແນວໃດ?

ຖືວ່າພວກເຮົາຍັງໂຊກດີຫຼາຍທີ່ປະເທດລາວຍັງອຸດົມສົມບູນ ເຕັມໄປດ້ວຍປ່າໄມ້ກັບສັດສາວາສິ່ງ ແລະ ຊານດຣາ ກໍຢາກເຫັນຊັບພະຍາກອນທຳມະຊາດຂອງພວກເຮົາ ຍືນຍົງຄົງຕົວແບບນີ້ໄປສູ່ຮຸ່ນລູກຮຸ່ນຫຼານ ແລະ ຢູ່ກັບຄົນລາວເຮົາໄປເລື້ອຍໆ. ເພາະສະນັ້ນ, ພວກເຮົາມາເປັນເຈົ້າການນຳກັນໃນການປົກປັກຮັກສາ ແລະ ອະນຸລັກ ຊ່ວຍກັນ.

ສາມາດຕິດຕາມ ຊານດຣາ ໄດ້ທີ່: Alexandra Bounxouei

https://cutt.ly/XwrryvyO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/