ຈີນ ຂໍສະແດງບົດບາດຜູ້ເຈລະຈາສັນຕິພາບ ອິດສະຣາເອວ-ປາເລສໄຕນ໌ ທີ່ຂັດແຍ້ງກັນມາ 5 ທົດສະວັດ


ໃນວັນທີ 14 ມິຖຸນາ ປະທານາທິບໍດີ ມາມູດ ອັບບາສ (Mahmoud Abbas) ຂອງປາເລສໄຕນ໌ ໄດ້ເດີນທາງມາຢ້ຽມຢາມ ເມືອງ ປັກກິ່ງ ຂອງຈີນແບບເປັນທາງການ ພາຍໃຕ້ການຕ້ອນຮັບຂອງປະທານາທິບໍດີ ສີຈິ້ນຜິງ ແລະ ໄດ້ໃຫ້ຄຳໝັ້ນວ່າ ທາງການຈີນຍິນດີທີ່ຈະໃຫ້ການສະໜັບສະໜູນ ການເຈລະຈາສັນຕິພາບລະຫວ່າງ ອິດສະຣາເອວ ແລະ ປາເລສໄຕນ໌  ເພື່ອແກ້ໄຂບັນຫາ ທີ່ມີມາດົນນານຫຼາຍທົດສະວັດ.

ໂດຍ ສີຈິ້ນຜິງ ລະບຸວ່າ: “ທາງອອກພື້ນຖານສໍາລັບບັນຫາ ຂອງປາເລສໄຕນ໌ ຢູ່ທີ່ການຈັດຕັ້ງ ລັດຂອງປາເລສໄຕນ໌ ຕາມເສັ້ນທາງພົມແດນໃນປີ 1967 ໂດຍມີ ເມືອງເຢຣູຊາເລັມ ຕາເວັນອອກເປັນເມືອງຫຼວງ’’

ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ປະຊາຊົນຄົນປາເລສໄຕນ໌ ພະຍາຍາມຊອກຫາຄວາມເປັນລັດ ເພື່ອທີ່ຈະນໍາດິນແດນທີ່ຖືກກືນກິນ ແລະ ບໍ່ມີຄວາມເປັນເອກະພາບຫຼັງຈາກທີ່ກອງກໍາລັງຂອງ  ອິດສະຣາເອວ ໄດ້ເຂົ້າຢຶດຫຼາຍພື້ນທີ່ສໍາຄັນ ຕັ້ງແຕ່ສົງຄາມໃຫຍ່ໃນປີ 1967 ແລະ ເຖິງວ່າອິດສະຣາເອວ ຈະຖອນກໍາລັງອອກຈາກເຂດ ກາຊາ ໃນປີ 2005 ແຕ່ກໍຍັງ ສະໜັບສະໜູນການຕັ້ງຖິ່ນຖານຂອງຄົນອິດສະຣາເອວ ໃນບາງເຂດຂອງ West Bank ແລະ ໄດ້ບອກວ່າ ເຢຣູຊາເລັມເປັນນະຄອນຫຼວງສັກສິດທີ່ບໍ່ສາມາດແບ່ງແຍກໄດ້

ໃນປີ 2014 ລັດຖະບານສະຫະລັດ ໄດ້ມີຄວາມພະຍາຍາມຊຸກຍູ້ການເຈລະຈາສັນຕິພາບ ລະຫວ່າງ“ ອິດສະຣາເອວ ແລະ ປາເລສໄຕນ໌ ” ແຕ່ກໍບໍ່ປະສົບຜົນສໍາເລັດ ແລະ ບໍ່ໄດ້ຮັບການປ່ຽນໃດໆ.

ຈີນ ແລະ ປາເລສໄຕນ໌ ຖືໄດ້ວ່າມີຄວາມສໍາພັນທີ່ດີຕໍ່ກັນ ນັບຕັ້ງແຕ່ ອັບບາສ ເດີນທາງມາຢາມຈີນໃນເທື່ອກ່ອນໜ້ານີ້ ເມື່ອປີ 2017 ແລະ ສີຈິ້ນຜິງ ໄດ້ເນັ້ນຢ້ຳວ່າ “ ເຮົາສະໜັບສະໜູນອຸດົມການທີ່ຖືກຕ້ອງ ຂອງຄົນປາເລສໄຕນ໌ ແບບໜັກແໜ້ນຕະຫຼອດມາ ໂດຍສະເພາະ ການຟື້ນຟູສິດຂອງພວກເຂົາໃນການຈັດຕັ້ງລັດ ແລະ ປະເທດຊາດ”

ນັບຕັ້ງແຕ່ 2023 ເປັນຕົ້ນມາ ທາງການຈີນພະຍາຍາມສະເເດງບົດບາດສໍາຄັນໃນສະຫະປະຊາຊາດ ດ້ວຍການອາສາເຂົ້າໄປເປັນຄົນກາງໃນການເຈລະຈາ ແກ້ໄຂຂໍ້ຂັດແຍ້ງຕ່າງໆ ລວມເຖິງ ສະແດງຈຸດຢືນສະໜັບສະໜູນການເຈລະຈາສັນຕິພາບ ແບບຫ້າວຫັນ ບໍ່ວ່າຊິເປັນການອາສາເປັນຄົນກາງໃນວິກິດ ຣັດເຊຍ-ຢູເຄຣນ, ການຟື້ນຟູຄວາມສໍາພັນທາງການທູດ ລະຫວ່າງ ອີຣານ-ຊາອຸດີອາຣາເບຍ ແລະ ລວມເຖິງສະແດງຈຸດຢືນ ໃຫ້ການສະໜັບສະໜູນ ການເຈລະຈາສັນຕິພາບ ຂອງອິດສະຣາເອວ ແລະ ປາເລສໄຕນ໌ ໃນເທື່ອນີ້

ສ່ວນໃນອີກຝັ່ງໜຶ່ງຂອງໂລກ ຢ່າງສະຫະລັດອາເມຣິກາ ແອັນໂທນີ່ ບຣິງເຄນ (Antony Blinken) ລັດຖະມົນຕີກະຊວງການຕ່າງປະເທດ ສະຫະລັດ ລະບຸວ່າ ທາງການສະຫະລັດ ຍັງຢຶດໝັ້ນຕໍ່ການຮັກສາຄວາມປອດໄພຂອງອິດສະຣາເອວ ແລະ ສືບຕໍ່ແກ້ໄຂຂໍ້ຂັດແຍ້ງທີ່ເກີດຂື້ນລະຫວ່າງ ອິດສະຣາເອວ ແລະ ປາເລສໄຕນ໌ ພ້ອມທັງຊີ້ໃຫ້ເຫັນວ່າ ການຂະຫຍາຍຂອບເຂດການຕັ້ງຖິ່ນຖານ ຂອງຄົນຍິວ ໃນພື້ນທີ່ ຂອງຄົນປາເລສໄຕນ໌ ຈະເປັນອຸປະສັກໃຫຍ່ ໃນການແກ້ໄຂບັນຫາໃນເທື່ອນີ້.

ໃນໂອກາດນີ້ ສີຈິ້ນຜິງ ໄດ້ເນັ້ນຢ້ຳ ກ່ຽວກັບການສະໜັບສະໜູນໃຫ້ ປາເລສໄຕນ໌ ເຂົ້າເປັນສະມາຊິກ ຂອງສະຫະປະຊາຊາດ, ເຫັນດີທີ່ຈະໃຫ້ປະຊາຄົມໂລກເພີ່ມການຊ່ວຍເຫຼືອໃນດ້ານມະນຸດສະທໍາ ແລະ ການພັດທະນາດ້ານຕ່າງໆ ໃຫ້ກັບຄົນປາເລສໄຕນ໌. ໃນທາງກັບກັນ ລັດຖະບານສະຫະລັດ ເຫັນວ່າປະເດັນທີ່ຈະສະໜັບສະໜູນ ໃຫ້ປາເລສໄຕນ໌ເຂົ້າເປັນສ່ວນໜຶ່ງຂອງສະຫະປະຊາຊາດ ນັ້ນອາດຈະເຮັດໃຫ້ການເຈລະຈາສັນຕິພາບກັບ ອິດສະຣາເອວ ດໍາເນີນໄປແບບລໍາບາກຫຼາຍກວ່າເກົ່າ.

ແຕ່ຢ່າງໃດກໍຕາມ ນັກວິເຄາະຫຼາຍຝ່າຍກໍໄດ້ເຫັນເຖິງ ຄວາມແຕກແຍກພາຍໃນ ຂອງຄົນປາເລສໄຕນ໌ເອງ ເຊິ່ງຈະເປັນອຸປະສັກໜຶ່ງທີ່ຈະເຮັດໃຫ້ບັນຫານີ້ຫຍຸ້ງຍາກ ແລະ ຊັບຊ້ອນຫຼາຍຂຶ້ນ. ກຸ່ມກໍາລັງຕິດອາວຸດ ຢ່າງ Hamas ປະກາດວ່າຈະກວາດລ້າງ ອິດສະຣາເອວ ພ້ອມທັງປະຕິເສດຂະບວນການເຈລະຈາສັນຕິພາບ ເຊິ່ງຂັດກັບແນວທາງຂອງລັດຖະບານທີ່ຕ້ອງການໄປໃນທາງເຈລະຈາຫາສັນຕິພາບຫຼາຍກວ່າ.

ຂອບໃຈຂໍ້ມູນຈາກ: The Standard, Reuter, Nikkei Asia

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/