ຍີ່ປຸ່ນເລີ່ມທົດສອບປ່ອຍນໍ້າປົນເປື້ອນກຳມັນຕະພາບລັງສີລົງທະເລ ທ່າມກາງຄວາມກັງວົນຂອງຫຼາຍປະເທດ ໃນມະຫາສະໝຸດ ປາຊີຟິກ


ບໍ່ເທົ່າໃດມື້ທີ່ຜ່ານມາ ທາງການຍີ່ປຸ່ນ ໄດ້ດຳເນີນການທົດລອງປ່ອຍນໍ້າປົນເປື້ອນກຳມັນຕະພາບລັງສີ ຂອງໂຮງໄຟຟ້າພະລັງງານນິວເຄຼຍ ຟຸກຸຊິມະ (TEPCO) ທີ່ບໍາບັດແລ້ວລົງສູ່ທະເລ ທີ່ເຊື່ອມຈອດກັບມະຫາສະໝຸດປາຊີຟິກ ທ່າມກາງການປະທ້ວງຂອງຊາວປະມົງ, ນັກອະນຸລັກສິ່ງແວດລ້ອມໃນປະເທດ ແລະ ຫຼາຍປະເທດໃນພາກພື້ນ.

ໂດຍໂຄງການປ່ອຍນໍ້າດັ່ງກ່າວ ທາງການໄດ້ມີການປະກາດຢືນຢັນຢ່າງແນ່ນອນແລ້ວໃນປີ 2021 ແລະ ທາງ TEPCO ກໍຢືນຢັນວ່າ ຈະບໍ່ປ່ຽນແປງຈຸດຢືນໃນເລື່ອງນີ້ ແລະ ຢໍ້າວ່າຂະບວນການບຳບັດນໍ້າເພື່ອປ່ອຍສູ່ທະເລ ເປັນການເຈືອຈາງນໍ້າທີ່ປົນເປື້ອນຈົນບໍ່ເຫຼືອກຳມັນຕະພາບລັງສີໃນລະດັບທີ່ຈະສົ່ງຜົນກະທົບທີ່ອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ມະນຸດແລ້ວ.

ໂດຍຂະບວນການທົດລອງ ທີ່ຫາກໍເກີດຂຶ້ນນີ້ ເປັນການທົດສອບດ້ວຍນໍ້າທຳມະດາ ເພື່ອກວດສອບວ່າຂັ້ນຕອນ ແລະ ລະບົບຕ່າງໆສາມາດເຮັດວຽກໄດ້ຢ່າງປົກກະຕິ ແລະ ມີປະສິດທິພາບ ແລະ ຍັງຈະຕ້ອງຖ້າໃຫ້ທີມຜູ້ກວດສອບຈາກພາຍນອກໂຮງງານຮັບຮອງຜົນການທົດສອບກ່ອນ ຈຶ່ງຈະສາມາດປ່ອຍນໍ້າທີ່ປົນເປື້ອນ ທີ່ໄດ້ຮັບການບຳບັດແລ້ວ ລົງສູ່ທະເລແທ້ໆໄດ້ ເຊິ່ງຮອດຕອນນີ້ ຍັງບໍ່ມີການລະບຸວັນເວລາທີ່ຊັດເຈນ.

ຂະນະທີ່ ນັກວິທະຍາສາດທາງທະເລ ຍັງສະແດງຄວາມກັງວົນຕໍ່ໂຄງການດັ່ງກ່າວ ໂຣເບີດ ຣິສມອນ (Robert Richmond) ນັກຊີວະວິທະຍາຊາວອາເມຣິກາ ກ່າວກັບວາລະສານ The National Geographic ວ່າ: ຂະບວນການປ່ອຍນໍ້າປົນເປື້ອນລົງສູ່ທະເລບໍ່ແມ່ນແຕ່ເລື່ອງພາຍໃນຂອງປະເທດຍີ່ປຸ່ນ ເພາະນໍ້າທີ່ປ່ອຍລົງທະເລບໍ່ໄດ້ຢຸດແຕ່ທະເລຍີ່ປຸ່ນ ແຕ່ມັນຈະກະຈາຍຕໍ່ໄປຫຫາສ່ວນອື່ນໆຂອງມະຫາສະໝຸດ ປາຊີຟິກ ເຊິ່ງເປັນແຫຼ່ງນໍ້າທຳມະຊາດທີ່ລ້ຽງສັດນໍ້າ ແລະ ຜູ້ຄົນທົ່ວໂລກ.

ສິ່ງທີ່ໜ້າກັງວົນກໍຄື ເຖິງແມ່ນວ່ານໍ້າປົນເປື້ອນຈະໄດ້ຮັບການບຳບັດຈົນເອີ້ນໄດ້ວ່າ ປອດໄພໃນລະດັບໜຶ່ງ ແຕ່ປະລິມານນໍ້າທີ່ຖືກກັກເກັບໃນບໍ່ບຳບັດໂຮງໄຟຟ້ານິວເຄຼຍ ຟຸກຸຊິມະ ທີ່ລໍຖ້າການປ່ອຍລົງທະເລນັ້ນມີປະລິມານຫຼາຍເຖິງ 1,3 ລ້ານໂຕນ ນັບແຕ່ເກີດໄພພິບັດແຜ່ນດິນໄຫວເມື່ອປີ 2011 ຈົນເຮັດໃຫ້ເກີດນິວເຄຼຍຮົ່ວໄຫຼ ແລະ ຕ້ອງໃຊ້ນໍ້າເປັນຈຳນວນມະຫາສານໃນການລົດຄວາມຮ້ອນຈາກເຕົານິວເຄຼຍ.

ເຮັດໃຫ້ເຖິງແມ່ນວ່າຈະເຮັດການປ່ອຍນໍ້າອອກມາເທື່ອລະໜ້ອຍ ແຕ່ກໍຍັງມີຄວາມເປັນໄປໄດ້ສູງທີ່ຈະມີລັງສີສະສົມ ຈົນສົ່ງຜົນກະທົບຕໍ່ສັດນໍ້າ ແລະ ບັນດາພືດພັນໃນທະເລ, ມະຫາສະໝຸດປາຊີຟິກ ລວມເຖິງການເຮັດການປະມົງທັງໃນຍີ່ປຸ່ນ ແລະ ປະເທດໃກ້ຄຽງ.

ໂດຍນັບຕັ້ງແຕ່ ທາງການຍີ່ປຸ່ນປະກາດອະນຸຍາດໃຫ້ TEPCO ປ່ອຍນໍ້າທີ່ປົນເປື້ອນລົງທະເລໄດ້ ລັດຖະບານຈີນກໍຖະແຫຼງການປະນາມວ່າການກະທຳດັ່ງກ່າວຂອງຍີ່ປຸ່ນຈະສົ່ງຜົນກະທົບຕໍ່ປະເທດອື່ນໆ ແລະ ມະນຸດໂລກໂດຍລວມ. ຂະນະທີ່ແກນນຳພັກຝ່າຍຄ້ານໃນເກົາຫຼີໃຕ້ ກໍຖະແຫຼງການວ່າ ຖ້ານໍ້າດັ່ງກ່າວສະອາດ ແລະ ປອດໄພແທ້ ກໍໃຫ້ຍີ່ປຸ່ນບຳບັດໃຫ້ກາຍເປັນນໍ້າດື່ມ ແລ້ວໃຊ້ພາຍໃນປະເທດເອງ.

ຂອບໃຈຂໍ້ມູນຈາກ: AP, National Geographic, CRI-FM93, usnews 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/