ຫຼິ້ນໂທລະສັບກ່ອນນອນ ສົ່ງຜົນໃຫ້ນອນບໍ່ຫຼັບ


ປັດຈຸບັນ, ໂທລະສັບມືຖືໄດ້ເຂົ້າມາມີບົດບາດໃນການໃຊ້ຊີວິດປະຈຳວັນຂອງຄົນສ່ວນຫຼາຍໄປແລ້ວ ທັງນີ້ມັນຍັງເປັນຕົວຊ່ວຍໃນການເຮັດວຽກ ແລະ ສ້າງຄວາມບັນເທີງ ແກ່ຄົນເຮົາ ອັນສົ່ງຜົນໃຫ້ເກີດຄວາມລຶ້ງເຄີຍກັບການໃຊ້ໂທລະສັບຫຼາຍເກີນຄວາມຈຳເປັນ ໂດຍສະແດງອອກຜ່ານພຶດຕິກຳເຊັ່ນວ່າ: ຕື່ນເຊົ້າມາສິ່ງທີ່ເຮັດເປັນອັນດັບທຳອິດແມ່ນຈັບໂທລະສັບ ແລະ ກ່ອນນອນສິ່ງທີ່ຈັບສຸດທ້າຍກໍແມ່ນ ໂທລະສັບນັ້ນເອງ ຫຼື ບາງຄົນນອນຫຼັບໄປພ້ອມກັບໂທລະສັບທີ່ເປີດຄ້າງຢູ່ໃນມືກໍມີ ເຊິ່ງພຶດຕິກຳເຫຼົ່ານີ້ກຳລັງເປັນໄພຄຸກຄາມຕໍ່ສຸຂະພາບຮ້າຍແຮງກວ່າທີ່ທ່ານຄິດ.

ດ້ວຍພຶດຕິກຳການເສບຕິດໂທລະສັບຂອງຄົນເຮົາຫຼາຍເກີນໄປ ເຮັດໃຫ້ອິດທິພົນດັ່ງກ່າວມີຜົນກະທົບຕໍ່ການຄວບຄຸມລະບົບການນອນຂອງມະນຸດເຮົາຢ່າງແທ້ຈິງ ເນື່ອງຈາກວ່າໜ້າຈໍໂທລະສັບ, ແທັບເລັດ ຫຼື ຄອມພິວເຕີຈະມີແສງສີຟ້າ (Blue Light) ອອກມາ ສົ່ງຜົນກະທົບຕໍ່ການຢຸດການຫຼັ່ງສານເມລາໂທນິນ ເຊິ່ງເປັນຮໍໂມນທີ່ສຳຄັນທີ່ຈະສົ່ງສັນຍານບອກສະໝອງເຖິງການນອນຫຼັບ ແລະ ການຕື່ນ. ດັ່ງນັ້ນ, ຫາກວ່າຫຼິ້ນໂທລະສັບມືຖືກ່ອນນອນດົນກວ່າ 2 ຊົ່ວໂມງຈະເຮັດໃຫ້ສະໝອງທີ່ຮັບແສງສີຟ້າໃນຕອນກາງຄືນຄິດວ່າຕອນນີ້ເປັນເວລາກາງເວັນ ເຊິ່ງນີ້ຈະສົ່ງຜົນໃຫ້ເກີດອາການນອນບໍ່ຫຼັບນັ້ນເອງ. ນອກຈາກນີ້, ແສງສີຟ້າຍັງເຮັດໃຫ້ສາຍຕາເມື່ອຍລ້າ, ແສບຕາ ຮ້າຍແຮງເຖິງຂັ້ນສາຍຕາສັ້ນກໍມີໃຫ້ເຫັນຫຼາຍ.

ນອກຈາກນີ້, ອາການນອນບໍ່ຫຼັບເປັນຜົນນຳໄປສູ່ການເກີດໂຣກຕ່າງໆເຊັ່ນ:

•ໂຣກສາຍຕາ: ແສງສີຟ້າຈາກໜ້າຈໍໂທລະສັບມືຖື  ສາມາດທໍາລາຍເຊວປະສາດຕາທີ່ເຮັດໜ້າທີ່ໃນການຮັບແສງໄດ້ນຳໄປສູ່ຈໍປະສາດຕາຊຸດໂຊມຢ່າງໄວວາ ແລະ ຖ້າອາການຮ້າຍແຮງສາມາດເຮັດໃຫ້ຕາບອດໄດ້

•ໄມເກຣນ: ການພັກຜ່ອນບໍ່ພຽງພໍ ແລະ ແສງສີຟ້າຈາກໜ້າຈໍໂທລະສັບມືຖືເຮັດໃຫ້ເກີດອາການໄມເກຣນໄດ້

•ໂລກຕຸ້ຍ-ໂຣກເບົາຫວານ: ເມື່ອຮ່າງກາຍບໍ່ໄດ້ຮັບການພັກຜ່ອນຢ່າງເຕັມທີ່, ການເຜົາຜານພະລັງງານໃນຮ່າງກາຍຈະຂາດປະສິດທິພາບ. ນອກຈາກນັ້ນ, ອາການຫິວຕອນເດິກ, ລຸກມາກິນອາຫານເຮັດໃຫ້ຕຸ້ຍໄດ້ງ່າຍ ຈົນນຳໄປສູ່ການເປັນໂຣກອ້ວນ ແລະ ໂຣກເບົາຫວານ

 •ສະໝອງ ແລະ ຄວາມຈຳ: ເມື່ອສະໝອງບໍ່ໄດ້ພັກຜ່ອນຢ່າງພຽງພໍ ເປັນສາເຫດໃຫ້ເກີດການເມື່ອຍລ້າໃນລະຫວ່າງວັນ ແລະ ຜົນກະທົບຕໍ່ລະບົບຄວາມຊົງຈໍາ ເຊັ່ນ: ການຮຽນ ຫຼື ການເຮັດວຽກບໍ່ມີປະສິດທິພາບ, ອາການຫຼັບໃນຕໍ່ການເກີດອຸບັດຕິເຫດ ທີ່ອາດຈະເປັນອັນຕະລາຍເຖິງຊີວິດໄດ້ເຊັ່ນກັນ

•ຄວາມດັນເລືອດສູງ, ໂຣກຫົວໃຈ ແລະ ຫຼອດເລືອດ: ເມື່ອລະບົບຕ່າງໆໃນຮ່າງກາຍຖືກລົບກວນ ເນື່ອງຈາກການພັກຜ່ອນບໍ່ພຽງພໍ, ຄວາມດັນເລືອດ ແລະ ຮໍໂມນຕ່າງໆກໍໄດ້ຮັບຜົນກະທົບ ເຮັດໃຫ້ເກີດພະຍາດຕ່າງໆຕາມມາໄດ້ງ່າຍ

 • ກົດໄຫຼຢ້ອນ: ເມື່ອຮ່າງກາຍບໍ່ໄດ້ຮັບການພັກຜ່ອນພຽງພໍ  ສະໝອງຈະສັ່ງໃຫ້ກະເພາະອາຫານ ປ່ອຍນໍ້າຍ່ອຍອອກມາໃນຕອນກາງຄືນ ແລະ ເຮັດໃຫ້ເກີດອາການກົດໄຫຼຢ້ອນໄດ້.

•ອາການຊຶມເສົ້າ: ຖ້າຫາກເສບຕິດເລື່ອງຕ່າງໆໃນສື່ສັງຄົມອອນໄລນ໌ເກີນໄປ ຍ່ອມມີຜົນກະທົບທາງດ້ານຈິດໃຈກັບຜູ້ທີ່ມີຄວາມສ່ຽງຕໍ່ການເປັນໂຣກຊຶມເສົ້າໄດ້ງ່າຍ.

ພຶດຕິກຳເຫຼົ່ານີ້ສາມາດປ່ຽນແປງໄດ້ເລີ່ມຕົ້ນຈາກຕົວເຮົາເອງຄື:

1.ງົດຫຼິ້ນໂທລະສັບມືຖືຢ່າງໜ້ອຍ 1-2 ຊົ່ວໂມງກ່ອນເຂົ້ານອນ ເພື່ອໃຫ້ຮ່າງກາຍສາມາດປັບການເຮັດວຽກຂອງສາຍຕາ

2.ຖ້າທ່ານຕ້ອງການໃຊ້ໂທລະສັບມືຖື, ທ່ານຄວນໃຊ້ອຸປະກອນທີ່ປ້ອງກັນແສງສີຟ້າ ຫຼື ໃຊ້ແອັບພິເຄຊັນໃນໂໝດ Night Shift ນີ້ຈະຊ່ວຍຖະໜອມຕາ ແລະ ເຮັດໃຫ້ນອນຫຼັບໄດ້ງ່າຍຂຶ້ນ.

3.ຄວນກິນອາຫານ ຫຼື ວິຕາມິນບຳລຸງສາຍຕາ ຄຽງຄູ່ກັນໄປ ເພື່ອບຳລຸງສຸຂະພາບຕາ

ເຖິງແມ່ນວ່າໂທລະສັບຈະເປັນເທັກໂນໂລຢີທີ່ເປັນປະໂຫຍດ  ແລະ ສາມາດຊ່ວຍອຳນວຍຄວາມສະດວກແກ່ມະນຸດຢ່າງຫຼວງຫຼາຍກໍຕາມ, ແຕ່ຖ້າໃຊ້ເກີນພໍດີຍ່ອມມີຜົນເສຍຢ່າງຮ້າຍແຮງເຊັ່ນກັນ. ສະນັ້ນ, ພວກເຮົາຄວນນຳໃຊ້ຢ່າງພໍດີ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ການນອນ, ສຸຂະພາບ ແລະ ຊີວິດຂອງທ່ານເອງ.

ອ້າງອີງຈາກ:

https://cutt.ly/iweoiGAt

https://cutt.ly/0weopyQn

https://cutt.ly/ZweopKza

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/