ຮ້ານຄ້າ TikTok! TikTok ກຽມລົງທຶນອີກ ຫຼາຍພັນລ້ານໂດລາ ເພື່ອຊຸກຍູ້ທຸລະກິດ e-commerce ໃນພາກພື້ນ ອາຊີຕາເວັນອອກສຽງໃຕ້


ແພລັດຟອມວິດີໂອສັ້ນຍອດນິຍົມຂອງໂລກ ຢ່າງ TikTok ກຽມລົງທຶນອີກຫຼາຍພັນລ້ານໂດລາສະຫະລັດ ທີ່ມີບໍລິສັດແມ່ ByteDance ຂອງຈີນ ກຽມລົງທຶນອີກຫຼາຍພັນລ້ານໂດລາໃນອີກບໍ່ເທົ່າໃດປີທາງໜ້າ ເພື່ອພັດທະນາ ແລະ ຊຸກຍູ້ທຸລະກິດ e-commerce ໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີປະຊາກອນລວມກັນທັງໝົດ 630 ລ້ານຄົນ ແລະ ເຄິ່ງໜຶ່ງແມ່ນມີອາຍຸຕໍ່າກວ່າ 30 ປີ ເຊິ່ງເປັນໜຶ່ງໃນຕະຫຼາດທີ່ໃຫຍ່ທີ່ສຸດຂອງ TikTok ແລະ ໃນພາກພື້ນດັ່ງກ່າວມີຜູ້ໃຊ້ງານ TikTok ເຖິງ 325 ລ້ານຄົນຕໍ່ເດືອນ.

ແຕ່ TikTok ກໍຍັງເປັນນ້ອງໃໝ່ສໍາລັບວົງການ e-commerce ໃນພາກພື້ນນີ້ ເພາະຍັງມີເຈົ້າຕະຫຼາດທີ່ຈະເປັນອຸປະສັກອັນໃຫຍ່ຫຼວງຢ່າງ Shopee, Alibaba, Lazada ແລະ GoTo.

ໂດຍ ໂຊ ຈື່ໂຈ (Shou Zi Chew) ຫົວໜ້າຝ່າຍບໍລິຫານຂອງ TikTok ໄດ້ກ່າວໃນງານສຳມະນາໃນປະເທດ ຈາກາຕ້າ ເມື່ອບໍ່ດົນມານີ້ວ່າ: “ພວກເຮົາກຳລັງຈະລົງທຶນອີກຫຼາຍພັນລ້ານໂດລາໃນອິນໂດເນເຊຍ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້ ໃນອີກບໍ່ເທົ່າໃດປີທາງໜ້ານີ້”.

ແຕ່ຢ່າງໃດກໍຕາມ ທາງ TikTok ເອງກໍຍັງບໍ່ໄດ້ໃຫ້ຂໍ້ມູນຫຍັງເພີ່ມຕື່ມກ່ຽວກັບການພັດທະນາດັ່ງກ່າວ ແຕ່ໃນເບື້ອງຕົ້ນຄາດການວ່າຈະເປັນການລົງທຶນກ່ຽວກັບການເຝິກອົບຮົມ, ການໂຄສະນາ ຊ່ວຍເຫຼືອ ສະໜັບສະໜູນຜູ້ທີ່ຈະມາຂາຍເຄື່ອງໃນແພລັດຟອມຂອງ TikTok.

    Shou Zi Chew ກ່າວຕື່ມວ່າວ່າ ການພັດທະນາດັ່ງກ່າວ ຈະເຮັດໃຫ້ມີຄວາມຫຼາກຫຼາຍ ເຊັ່ນຂະຫຍາຍການໂຄສະນາໃສ່ e-commerce ຫຼາຍຂຶ້ນ ແລະ ຜູ້ໃຊ້ງານສາມາດຊື້ສິນຄ້າໄດ້ໂດຍການກົດຜ່ານລິ້ງໃນແອັບ ໃນຂະນະທີ່ກຳລັງຖ່າຍທອດສົດ.

ໃນປີ 2022 ທີ່ຜ່ານມາ ຫຼື ໃນໄລຍະການລະບາດຂອງ ໂຄວິດ-19 TikTok ສາມາດເຮັດເງິນໃນ ພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ປະມານ 4,4 ພັນລ້ານໂດລາ ເພີ່ມຂຶ້ນຈາກ ປີ 2021 ທີ່ເຮັດໄດ້ 600 ລ້ານໂດລາ. ແຕ່ຍັງຫ່າງໄກຈາກການເຮັດວຽກຂອງ Shopee ແພລັດຟອມ e-commerce ທີ່ສາມາດເຮັດລາຍໄດ້ສູງເຖິງ 48 ພັນລ້ານໂດລາ.

ສຳລັບທຸລະກິດ e-commerce ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໃນປີທີ່ຜ່ານມາເຮັດເງິນໄປທັງໝົດ ເກືອບ 1 ແສນລ້ານໂດລາ ຂະນະທີ່ ອິນໂດເນເຊຍເຮັດໄປໄດ້ເຖິງ 52 ​ພັນລ້ານໂດລາ.

ຄວາມພະຍາຍາມທີ່ຈະຂະຫຍາຍທຸລະກິດດັ່ງກ່າວຂອງ TikTok ເກີດຂຶ້ນທ່າມກາງກະແສວິພາກວິຈານ, ການກວດສອບ ແລະ ຄວາມກັງວົນຈາກໂລກຕາເວັນຕົກ ລັດຖະບານຈາກປັກກິ່ງ ຈະໃຊ້ TikTok ໃນການເກັບກຳຂໍ້ມູນຜູ້ໃຊ້ງານ ເພື່ອສົ່ງເສີມຜົນປະໂຫຍດຂອງຕົນເອງ.

ຂອບໃຈຂໍ້ມູນຈາກ: Reuter, cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/