ຫອມ, ແຊບ ແລະ ອຸດົມໄປດ້ວຍສານອາຫານ “ຄິນເມະໄມ ພຣີມຽມ” ເຂົ້າທີ່ແພງທີ່ສຸດໃນໂລກ ທີ່ມີລາຄາກິໂລກຣາມລະ 2 ລ້ານກວ່າກີບ


ຄິນເມະໄມ ພຣີມຽມ (Kinmemai Premium) ແມ່ນເຂົ້າສາຍພັນໜຶ່ງຈາກແຂວງ Niigata ປະເທດຍີ່ປຸ່ນ ທີ່ໄດ້ຖືກເອີ້ນວ່າເປັນເຂົ້າທີ່ມີລາຄາແພງທີ່ສຸດໃນໂລກ. ດ້ວຍລາຄາຊື້ຂາຍກັນຢູ່ທີ່ 109 ໂດລາສະຫະລັດຕໍ່ກິໂລກຣາມ ຫຼື ປະມານ 2 ລ້ານກວ່າກີບ.

ຄິນເມະໄມ ພຣີມຽມ ມີຕົ້ນກຳເນີດມາຈາກແນວພັນເຂົ້າ “ຄິນເມະໄມ”, ເຊິ່ງໄດ້ປູກມາເປັນເວລາມາດົນນານກວ່າ 1,000 ປີໃນແຂວງ Niigata, ເຂົ້າ ຄິນເມະໄມ ພຣີມຽມ ໄດ້ຖືກພັດທະນາໂດຍບໍລິສັດ Toyo Rice Corporation ໃນປີ 1997 . ໂດຍໄດ້ມີການຄັດເລືອກເອົາແນວພັນທີ່ມີຄຸນະພາບສູງ ແລະ ນຳມາປັບປຸງຂະບວນການປູກໃຫ້ເໝາະສົມຍິ່ງຂຶ້ນ.

ຄິນເມະໄມ ພຣີມຽມ ມີລັກສະນະເປັນເມັດລຽວຍາວ, ສີຂາວນວນ, ໜຽວນຸ້ມ, ມີກິ່ນຫອມ, ມີຣົດຊາດທີ່ກົມກ່ອມ ແລະ ອຸດົມໄປດ້ວຍສານອາຫານເຊັ່ນ: ໂປຣຕີນ, ວິຕາມິນບີ 1, ວິຕາມິນບີ 2 ແລະ ເສັ້ນໃຍອາຫານ.

ໃນການປູກເຂົ້າ ຄິນເມະໄມພຣີມຽມ ຕ້ອງໃຊ້ການດູແລຢ່າງລະມັດລະວັງຫຼາຍ. ໂດຍເລີ່ມຕົ້ນຈາກການຄັດເລືອກເອົາເມັດພັນທີ່ມີຄຸນະພາບສູງ. ຫຼັງຈາກນັ້ນ, ປູກໃນດິນອຸດົມສົມບູນທີ່ເໝາະສົມກັບສະພາບອາກາດ ແລະ ຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດ, ໂດຍຕ້ອງໝັ່ນຫົດນ້ຳ ແລະ ກຳຈັດຫຍ້າທີ່ເກີດຂຶ້ນມາເອງຢູ່ເປັນປະຈຳ.

ຄິນເມະໄມພຣີມຽມ ມີຜົນຜະລິດຕໍ່ໄຮ່ຂ້ອນຂ້າງຕໍ່າ. ເນື່ອງຈາກວ່າເມັດພັນມີຂະໜາດນ້ອຍ ແລະ ແຕກງ່າຍ. ນອກຈາກນີ້, ຜົນຜະລິດຍັງຂຶ້ນກັບສະພາບອາກາດ ແລະ ປັດໄຈຕ່າງໆ.

ດ້ວຍປັດໄຈທີ່ກ່າວມາຂ້າງເທິງນັ້ນບໍ່ວ່າຈະເປັນການດູແລຮັກສາໃນການປູກທີ່ຍາກ, ໃຫ້ຜົນຜະລິດຂ້ອງຂ້າງໜ້ອຍ ແຕ່ກໍມີຣົດຊາດ ແລະ ຄຸນະພາບທີ່ໂດດເດັ່ນ. ນີ້ຈຶ່ງເຮັດໃຫ້ເຂົ້າຄິນເມະໄມພຣີມຽມ ມີລາຄາຊື້ຂາຍທີ່ສູງ.

ໃນປັດຈຸບັນ ພວກເຮົາສາມາດຫາຊື້ “ເຂົ້າຄິນເມະໄມ ພຣີມຽມ” ໄດ້ຕາມຮ້ານອາຫານ ແລະ ຊຸບເປີມາເກັດຊັ້ນນຳທົ່ວໂລກ ຫຼື ສາມາດສັ່ງຊື້ອອນລາຍຜ່ານເວັບໄຊຂອງຮ້ານຕ່າງໆເຊັ່ນ: Rakuten, Amazon…

ທີ່ມາ:

youtube

kinmemai.premium

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/