ຈີບບໍ່ເປັນ! ໜຸ່ມມອສໂກໃຊ້ AI ຊ່ວຍຈີບສາວ ຈົນກຽມແຕ່ງງານ


Alexander Zhadan ເປັນນັກໂປຣແກມຢູ່ໃນນະຄອນມອສໂກ ໄດ້ໃຊ້ AI ຊ່ວຍຈີບສາວ ແລ້ວໄດ້ຜົນດີເກີນຄາດເນື່ອງຈາກມີສາວປັດຖືກໃຈຫຼາຍກວ່າ 5,239 ຄົນ! ແນ່ນອນວ່າໜຸ່ມຄົນນີ້ເຄີຍເປັນຂ່າວດັງໃນຣັດເຊຍມາແລ້ວ ເພາະໄດ້ຍອມໃຊ້ ChatGPT ຊ່ວຍໃນການເຮັດໂປຣເຈັກຈົບການສຶກສາເມື່ອປີ 2022 ແລະ ມະຫາວິທະຍາໄລກໍຍັງບໍ່ໄດ້ຢຶດໃບປະກາດ.

Alexander Zhadan ໄດ້ນຳຄວາມຮູ້ທີ່ຮຽນມາກ່ຽວກັບ AI ມາໃຊ້ກັບ Tinder ແອັບພິເຄຊັນຫາຄູ່ ໂດຍເລີ່ມຕົ້ນຕັ້ງແຕ່ປີ 2022 ໃນຂັ້ນຕອນການຂຽນສະຄິບແບບງ່າຍໆ ຈົນມີການເປີດຕົວ ChatGPT ກໍເລີຍໃຊ້ມັນຈີບຜູ້ສາວໃນ Tinder ແລະ ມີຄົນຖືກໃຈກວ່າ 4,943 ຄົນ ພ້ອມໄດ້ໄປອອກເດດອີກ 12 ຄົນ.

ໃນທີ່ສຸດໜຸ່ມ Alexander Zhadan ກໍໄດ້ພົບ Karina Imranovna ແລະໄດ້ລົມກັນຢ່າງຈິງຈັງ ຈົນມາຮອດເດືອນພະຈິກ ປີ 2023 ເບິ່ງຄືວ່າ ChatGPT ຈະຮູ້ໃຈໜຸ່ມຄົນນີ້ ຫຼັງພິຈາລະນາມາດົນ ມັນຈຶ່ງແນະນຳໃຫ້ແຕ່ງງານກັບສາວ  ພ້ອມຄິດແຜນການໃຫ້ຈອງທຣິບໄປທ່ຽວຮ່ອງກົງ ແລະ ຂໍແຕ່ງງານລະຫວ່າງທຣິບເລີຍ!

ແນ່ນອນວ່າແຜນການສຳເລັດໜຸ່ມ Alexander Zhadan ຈະແຕ່ງງານກັບ Karina Imranovna ໃນວັນທີ 8 ສິງຫາ 2024 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/