ຫວຽດນາມ ສັ່ງແບນຮູບເງົາ Barbie ເນື່ອງຈາກມີສາກທີ່ກ່ຽວຂ້ອງກັບປົມທະເລຈີນໃຕ້


ປະເທດຫວຽດນາມ ສັ່ງແບນ Barbie ຮູບເງົາຈາກຄ້າຍ Warner Bros. ທັນທີ ເນື່ອງຈາກມີສາກໃນຮູບເງົາທີ່ມີການສະແດງແຜນທີ່ Nine-Dash Line ອັນເປັນປົມສຳຄັນທີ່ກໍ່ໃຫ້ເກີດຂໍ້ຂັດແຍ້ງເລື່ອງທະເລຈີນໃຕ້ທີ່ຍັງບໍ່ສາມາດຫາບົດສະຫຼຸບໄດ້ຈົນຮອດປັດຈຸບັນ.

ທີ່ຜ່ານມີຫຼາຍປະເທດບໍ່ວ່າຈະເປັນ ຈີນ, ຫວຽດນາມ, ຟິລິບປິນ, ໄຕ້ຫວັນ, ມາເລເຊຍ ແລະ ບຣູໄນ ກໍຕ່າງອອກມາອ້າງສິດເໜືອພື້ນທີ່ສ່ວນຕ່າງໆຂອງທະເລຈີນໃຕ້ເກືອບທັງໝົດ ເຊິ່ງຫວຽດນາມເອງກໍເປັນໜຶ່ງໃນປະເທດທີ່ອອກມາໂຕ້ແຍ້ງໃນເລື່ອງດັ່ງກ່າວ.

ທ່ານ Vi Kien Thanh ອະທິບໍດີແຫ່ງ Vietnam Cinema Department ພາຍໃຕ້ກະຊວງແຫ່ງວັດທະນະທຳ, ການກິລາ ແລະ ການທ່ອງທ່ຽວ ໄດ້ອອກມາເປີດເຜີຍວ່າ ການແບນຮູບເງົາ Barbie ທີ່ໃນຕອນທຳອິດໄດ້ມີກຳນົດເຂົ້າໂຮງສາຍໃນວັນທີ 21 ກໍລະກົດ 2023 ເຊິ່ງເປັນການຕັດສິນໃຈຂອງ National Film Evaluation Council ເຊິ່ງໃນຕົວຢ່າງຮູບເງົານັ້ນແຜນທີ່ Nine-Dash Line ໄດ້ປາກົດຢູ່ໃນສາກຫຼັງ ໂດຍເປັນສ່ວນໜຶ່ງຂອງແຜນທີ່ໂລກ ໃນເວລາດຽວກັນເປັນສາກທີ່ເຫັນໜ້າຕົວລະຄອນເອກ Barbie ຮັບບົດໂດຍ Margot Robbie ແບບເຕັມໆ.

ແຜນທີ່ Nine-Dash Line ເປັນແຜນທີ່ທີ່ຈີນໃຊ້ອ້າງສິດໃນການຄອບຄອງພື້ນທີ່ໃນທະເລຈີນໃຕ້ ເຊິ່ງເປັນເສັ້ນແບ່ງເຂດນີ້ກໍໄປທັບຊ້ອນກັບພື້ນທີ່ໃນອີກຫຼາຍປະເທດ ລວມໄປຮອດປະເທດ ຫວຽດນາມ ທີ່ອ້າງວ່າຈີນໄດ້ຄຸກຄາມຄວາມເປັນອະທິປະໄຕຂອງປະເທດຈາກການໃຊ້ແຜນທີ່ດັງກ່າວ ຈົນກໍເກີດຂໍ້ຂັດແຍ້ງຢ່າງຫາຂໍ້ສະຫຼຸບບໍ່ໄດ້ຫຼາຍປິ ຈົນມາຮອດປັດຈຸບັນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/