ອະນາຄົດ ລາວ ຈະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ການສົ່ງເສີມການສົ່ງອອກ


ໃນວັນທີ 29 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກ່ຽວກັບຜົນສຳເລັດ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະ 5 ແຜນວຽກຈຸດສຸມ, ສັງເກດເຫັນວ່າ ແຜນວຽກຈຸດສຸມທີ 1 ກ່ຽວກັບການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ການສົ່ງເສີມການສົ່ງອອກ.

ໃນນັ້ນ ຜະລິດທົດແທນການນໍາເຂົ້າ ສະເໜີໃຫ້ຄົ້ນຄວ້າໂຄງປະກອບສິນຄ້ານໍາເຂົ້າ, ສ້າງແຜນການຊຸກຍູ້ສົ່ງເສີມການຜະລິດຂອງຂະແໜງການຜະລິດທີ່ມີທ່າແຮງໄດ້ປຽບແທ້ຈິງ ເປັນຕົ້ນສະບຽງອາຫານ ແລະ ໄຟຟ້າ ໃຫ້ເປັນກິດຈະກໍາທີ່ເປັນຮູບປະທໍາ ແລະ ສະເໜີໃຫ້ມີການຄິດໄລ່ຄາດຄະເນຄວາມສາມາດລົດຜ່ອນຄວາມຕ້ອງການເງິນຕາ ທີ່ສາມາດທົດແທນການນໍາເຂົ້າໄດ້ມີຫຼາຍປານໃດ?

ສຳລັບການຜະລິດ ເພື່ອສົ່ງເສີມການສົ່ງອອກ ໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຄຸ້ມຄອງລາຍຮັບຈາກການສົ່ງອອກ ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ມາດຕາ 12 ທີ່ໄດ້ກໍານົດວ່າ ຜູ້ສົ່ງອອກສິນຄ້າ ແລະ ການບໍລິການ ຕ້ອງໂອນລາຍຮັບທັງໝົດຈາກການສົ່ງອອກ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກສະເພາະຢູ່ ສປປ ລາວ.

ສໍາລັບແຜນວຽກຈຸດສຸມໃນການສ້າງຄວາມເຂັ້ມແຂງທາງດ້ານແຜນລາຍຮັບງົບປະມານ ເພື່ອໃຫ້ຖານລາຍຮັບຂະຫຍາຍຕົວນັ້ນ ຕ້ອງຊຸກຍູ້ໃຫ້ເສດຖະກິດ (GDP) ເຕີບໂຕ ເພີ່ມຂຶ້ນຕາມແຜນ, ການເກັບລາຍຮັບຕົວຈິງ ຕ້ອງຫັນເປັນທັນສະໄໝ, ເກັບໄດ້ຄົບຖ້ວນຕາມແຜນ, ສຸມໃສ່ເກັບລາຍຮັບໃຫ້ເພີ່ມຂຶ້ນ, ການໃຊ້ຈ່າຍໃຫ້ມີປະສິດທິພາບປະສິດທິຜົນ ແລະ ການລົງທຶນຂອງລັດໃຫ້ມີປະສິດທິຜົນ ແລະ ຢາກໃຫ້ມີການປະເມີນຄືນ.

ສຳລັບທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ປະຕິບັດບັນດາຄາດໝາຍ, ແຜນວຽກຈຸດສຸມ ແລະ ມາດຕະການທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ບັນລຸຕາມແຜນ, ຈັດກອງປະຊຸມສຳມະນາວິທະຍາສາດເພື່ອສະຫຼຸບຖອດຖອນບົດຮຽນ, ຫາວິທີແກ້ໄຂໃຫ້ດີຂຶ້ນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸງຍາກດ້ານເສດຖະກິດ-ການເງິນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ພ້ອມທັງສະເໜີໃຫ້ກະກຽມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX.

ຂອບໃຈຂໍ້ມູນຈາກ: ຂ່າວ “ຜູ້ແທນປະຊາຊົນ” Phasaxon News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/