ຫວຽດນາມຍາດເອົາສ່ວນແບ່ງ 13% ຂອງຕະຫຼາດໂລກຂຶ້ນເປັນອັນດັບ 2 ເເຊງໜ້າ​ອິນ​ເດຍເຊິ່ງເປັນຜູ້ສົ່ງອອກສະມາດໂຟນລາຍໃຫຍ່ທີ່ສຸດຂອງໂລກ


ຫວຽດນາມ​ຍັງຄົງຄອງຕໍາແໜ່ງ​ອັນ​ດັບ​ 2 ​ໃນ​ຖານະ​ເປັນ​ປະ​ເທດ​ສົ່ງ​ອອກ​ສະມາດ​ໂຟນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ​ໂດຍ​ເວັບ​ໄຊ The Hindu ​ລາຍງານ​ວ່າ ​ໃນ​ປີ 2022, ສ່ວນ​ແບ່ງ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ສູງເຖິງ 12% ​ໃນຕະຫຼາດສະມາດໂຟນ​ທົ່ວ​ໂລກ. ໃນຂະນະທີ່ອິນເດຍ ​ເຊິ່ງ​ແມ່ນ​ຄູ່​ແຂ່ງ​ຂອງ​ຫວຽດນາມ​ໃນ​ຕະຫຼາດ​ນີ້ແມ່ນຢູ່ໃນອັນດັບ 7 ດ້ວຍສ່ວນແບ່ງການສົ່ງອອກທີ່ຫຼາຍກວ່າ 2.5% ພຽງເລັກນ້ອຍ.

ໃນຂະນະດຽວກັນ, ຈີນ​ຍັງ​ສືບ​ຕໍ່​ມີ​ສ່ວນ​ແບ່ງ​ໃນຕະຫຼາດສູງທີ່ສຸດໃນການ​ສົ່ງ​ອອກ​ສະ​ມາດ​ໂຟນ​ ເຊິ່ງກວມ​ເອົາ​ເຄິ່ງໜຶ່ງ​ຂອງ​ການ​ສົ່ງ​ອອກ​ສະມາດ​ໂຟນ​ທັງ​ໝົດ​ໃນ​ປີ 2022, ​ໂດຍ​ມີ​ຮ່ອງ​ກົງ, ສະຫະລັດອາຣັບ​ເອມີ​ເຣດ, ສາທາລະນະລັດເຊັກ, ສະຫະລັດ ແລະ ເກົາຫຼີໃຕ້ລ້ວນແຕ່ແມ່ນຜູ້ສົ່ງອອກທີ່ສໍາຄັນໃນຕະຫຼາດສົ່ງອອກນີ້.

ອີງຕາມຂໍ້ມູນຈາກກົມພາສີພົບວ່າ ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ໂທລະ​ສັບ​ທຸກ​ປະ​ເພດ ​ແລະ ​ສ່ວນ​ປະກອບທຸກປະເພດ​ຂອງ​ຫວຽດນາມ ​ໃນ​ເດືອນ​ມັງກອນ​ແມ່ນ​ກວ່າ 5.5 ຕື້​ໂດ​ລາ​ສະຫະລັດ, ເຊິ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 50,4% ເມື່ອ​ທຽບ​ໃສ່​ເດືອນ​ທັນວາ 2023 ແລະ​ເພີ່ມ​ຂຶ້ນ 11,4% ເມື່ອ​ທຽບ​ໃສ່​ປີ​ກາຍ.

ສະຫະລັດ ແລະ ຈີນໄດ້ກາຍເປັນຜູ້ນຳເຂົ້າສະມາດໂຟນ ແລະ ອຸປະກອນລາຍໃຫຍ່ທີ່ສຸດຂອງຫວຽດນາມ. ໃນເດືອນມັງກອນທີ່ຜ່ານມາ, ການ​ສົ່ງ​ອອກ​ສະ​ມາດ​ໂຟນ​ຂອງ​ຫວຽດ​ນາມ​ໄປ​ອາ​ເມ​ລຣິກາ​ມີ​ມູນ​ຄ່າ 1,39 ຕື້ໂດລາສະຫະລັດ, ກວມ​ເອົາ 25% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ. ຕາມມາດດ້ວຍຈີນທີ່​ເປັນ​ອັນ​ດັບ​ 2 ດ້ວຍ​ມູນ​ຄ່າ​ປະມານ 734 ລ້ານ​ໂດ​ລາ​ສະຫະລັດ, ກວມ​ເອົາ 13% ເເລະ ​ເກົາຫຼີໃຕ້​ເປັນ​ອັນ​ດັບ​ 3 ດ້ວຍ​ມູນ​ຄ່າ 330 ລ້ານ​ໂດ​ລາ​ສະຫະລັດ.

ສະຖິຕິຂອງຈາກກົມພາສີຍັງສະແດງໃຫ້ເຫັນວ່າໃນປີ 2010, ມູນຄ່າການສົ່ງອອກຂອງສະມາດໂຟນ ແລະ ອຸປະກອນຂອງໂທລະສັບຍັງກວມ 3.2% ຂອງມູນຄ່າການສົ່ງອອກທັງໝົດຂອງປະເທດ. ​ເເລະ​ບັນດາ​ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ​ກຸ່ມ​ນີ້​ມີ​ອັດຕາ​ການ​ເຕີບ​ໂຕ​ສະ​ເລ່ຍຕໍ່​ປີ 34% ​ໃນ​ມູນ​ຄ່າ​ການ​ສົ່ງ​ອອກ​ແຕ່​ປີ 2011 ຫາ 2021.

ໃນປີ 2023, ການສົ່ງອອກໂທລະສັບ ແລະ ອຸປະກອນເສີມຢູ່ຕ່າງປະເທດມີທັງໝົດ 52,3 ຕື້ໂດລາສະຫະລັດ, ຫຼຸດລົງ 9,7% ເມື່ອທຽບໃສ່ປີ 2022. ໂທລະສັບ ແລະ ອຸປະກອນເສີມແມ່ນເປັນມູນຄ່າສົ່ງອອກໃຫຍ່ອັນດັບ 2 ຮອງຈາກຄອມພິວເຕີ, ເອເລັກໂຕຣນິກ ແລະ ອຸປະກອນຕ່າງໆ

ອີງຕາມຂໍ້ມູນຈາກ HSBC, ຫວຽດນາມຍາດເອົາ 13% ສ່ວນແບ່ງຕະຫຼາດສະມາດໂຟນທົ່ວໂລກໃນປີ 2021, ເຮັດໃຫ້ປະເທດຫວຽດນາມກາຍເປັນຜູ້ສົ່ງອອກສະມາດໂຟນໃຫຍ່ອັນດັບ 2 ຂອງໂລກ.

ນອກຈາກນີ້, ໃນປັດຈຸບັນຫວຽດນາມ ຍັງ​ແມ່ນ​ຈຸດໝາຍ​ທີ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ໃນ​ທົ່ວ​ໂລກ​ໃນດ້ານ​ອຸດສາຫະກຳ​ສະມາດ​ໂຟນ ​ແລະ ອຸປະກອນ, ​ເຊິ່ງລວມເຖິງ Apple ອີກດ້ວຍ,​ ໂດຍມີບໍລິສັດຜູ້ຈໍາໜ່າຍຂອງ Apple ປະມານ 25 ​ແຫ່ງ​ຕັ້ງ​ໂຮງງານ​ຢູ່ ຫວຽດນາມ.

ທີ່ມາ:

thestar

baochinhphu.vn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/