ລາວ ຄອງອັນດັບ 94 ປະເທດທີ່ມີຄວາມສຸກໃນໂລກປີ 2024 ດ້ານ ຟິນແລນ ຄອງອັນດັບ 1 ຕິດຕໍ່ກັນ 7 ປີ


ລາຍງານປະຈຳປີ 2024 ຂອງສະຫະປະຊາຊາດດ້ານຄວາມສຸກໃນໂລກ ໄດ້ອອກມາເປີດເຜີຍລາຍງານວ່າ ປະເທດລາວ ໄດ້ອັນດັບ 94 ປະເທດທີ່ມິຄວາມສຸກໃນໂລກຈາກ 143 ປະເທດທົ່ວໂລກ ສ່ວນດ້ານ ປະເທດຟິນແລນ ຍັງຄົງຄອງອັນດັບ 1 ປະເທດທີ່ມີຄວາມສຸກໃນໂລກຕິດຕໍ່ກັນເຖິງ 7 ປີ.

ໂດຍໃນເຂດອາຊີຂອງເຮົາ ປະເທດທີ່ຄອງອັນດັບທີ່ມີຄວາມສຸກໃນໄດ້ແກ່ປະເທດ ສິງກະໂປ ໂດຍຄອງອັນດັບ 30. ພ້ອມກັນນັ້ນປັດໄຈທີ່ຜູ້ຊ່ຽວຊານນຳມາວິເຄາະໄດ້ ແກ່ ຂໍ້ມູນຜະລິດຕະພັນມວນລວມພາຍໃນປະເທດ ຫຼື GDP ຕໍ່ຫົວ, ອາຍຸສະເລ່ຍການມີສຸຂະພາບທີ່ດີ, ການສະໜັບສະໜູນທາງສັງຄົມ, ເສລີພາບ, ຄວາມເຜື່ອແຜ່ ແລະ ການຮັບຮູ້ການທຸຈະລິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/