ສຸດເສົ້າ Christin Agelica Dacera ນາງງາມຟິລິບປິນຖືກພົບວ່າເສຍຊີວິດ


Christin Agelica Dacera ນາງງາມຟິລິບປິນຖືກພົບວ່າເສຍຊີວິດ ມີຮ່ອງຮອຍຖືກລະເມີດທາງເພດ ພົບຜູ່ຕ້ອງສົງໄສເປັນຜູ້ຊາຍ 11 ຄົນ ທີ່ຄົນເຫັນວ່າກຸ່ມຄົນເຫຼົ່ານີ້ຢູ່ກັບນາງທີ່ເສຍຊີວິດ ໃນງານປາຕີ້ສະຫຼອງປີໃໝ່.

ເປັນຂ່າວຊ໊ອກທັງວົງການນາງງາມ Coconuts Manila ສື່ຂ່າວຟິລິບປິນ ແລະ The Sun ສື່ດັງຂອງອັງກິດ ລາຍງານຂ່າວວ່າ: Christin Agelica Dacera ຮອງອັນດັບ 1 Miss Silva Davao 2017 ອາຍຸພຽງ 23 ປີເທົ່ານັ້ນ. ປັດຈຸບັນ ມີອາຊີບເປັນ ແອຮອສເຕດ ຖືກພົບເປັນສົບໃນອ່າງອາບນ້ຳຂອງໂຮງແຮມ (ຢານມາຄາຕິ) ຕົວເມືອງມະນິລາ ໂດຍຕໍາຫຼວດເຊື່ອວ່າ: ຖືກແກ໊ງກຸມຂົ່ມຂືນພ້ອມທັງຂ້າ ໃນງານປາຕີ້ສະຫຼອງປີໃໝ່ ເນື່ອງຈາກພົບຮ່ອງຮອຍການຖືກລ່ວງລະເມີດທາງເພດ.

     ໂດຍມີການລາຍງານວ່າ: Christin Agelica Dacera ຢູ່ກັບເພື່ອນຫຼາຍຄົນໃນງານປາຕີ້ສະຫຼອງປີໃໝ່ ຕໍາຫຼວດສັນນິຖານວ່າ: ນາງງາມຄົນນີ້ ຖືກວາງຢາ ແລະ ກຸມຂົ່ມຂືນ ຫຼັງຈາກກວດພົບຄາບນ້ຳອະສຸຈິ ໃນອະໄວຍະວະເພດ ຕາມຮ່າງກາຍມີຮອຍລອກ ແລະ ມີເລືອດ. ໂດຍຜູ່ຕ້ອງສົງໄສ ເປັນຜູ່ຊາຍ 11 ຄົນ ທີ່ຄົນເຫັນວ່າຢູ່ກັບນາງໃນວັນທີ່ນາງເສຍຊີວິດ.   

     ພັນຕໍາຫຼວດເອກ Harold Depositar ຜູ້ບັນຊາການຕໍາຫຼວດແຫ່ງມາຄາດິ ບອກກັບ The Philipine Daily Inquirer ວ່າ: ພວກເຂົາກໍາລັງຢື່ນຟ້ອງຄະດີ “ຂົ່ມຂື່ນ” ຊົ່ວຄາວເນື່ອງຈາກຍັງບໍ່ທັນໄດ້ຮັບຜົນການພິສູດສົບ ແລະ ຜົນທາງພິດວິທະຍາ ເຊິ່ງມີການກໍານົດອອກໃນວັນນີ້ Harold Depositar ຢືນຢັນວ່າ: Christin ມີຮອຍບາດ ແລະ ອະສຸຈິໃນອະໄວຍະວະເພດຂອງນາງ.

     ເຂົາໄດ້ເພີ່ມເຕີມຄໍາເວົ້າອີກວ່າ: ເຫຍື່ອເສຍຊີວິດ ດ້ວຍໂລກຫຼອດເລືອດໂປ່ງ ໃນທາງເທັກນິກ ແຕ່ມີປັດໄຈທີ່ນໍາໄປສູ່ຂໍ້ສັນນິຖານວ່າຖືກ “ກຸມຂົ່ມຂືນ”.

     ໃນສາເຫດການຕາຍຂອງລາວນີ້ ເຮັດໃຫ້ມີຜູ່ຄົນຈໍານວນຫຼາຍອອກມາຮຽກຮ້ອງຄວາມເປັນທໍາໃຫ້ແກ່ນາງ ໂດຍສະເພາະທາງ ໂຊຊ້ຽວ ມີເດຍ ຈຶ່ງເກີດແຮສແທັກຂຶ້ນວ່າ: #JusticeForChristineDacera ແລະ #ProtecDrunkGirls

ທີ່ມາ: https://www.facebook.com/104219177610338/posts/501319424566976/