ຊາຍຊາວອັງກິດອາຍຸ 30 ປີ ພົບວ່າຕົນເອງປ່ຽນຊື່ເປັນ Celine Dion ຫຼັງຈາກທີ່ເຊົາເມົາ


ໃນການໃຫ້ສໍາພາດກັບໜັງສືພິມ New York Post ໂທມັສ ດໍ ຊາຍອາຍຸ 30 ປີ ຈາກ ເຂດສະແຕປຟອດສເຊີ (ປະເທດອັງກິດ) ເຊິ່ງເປັນແຟນພັນແທ້ຂອງ ເຊລີນ ດິອອນ (Celine Dion) ໄດ້ອອກມາເປີດເຜີຍວ່າ ຊ່ວງທີ່ມີການປະກາດຂອງໂຣກໂຄວິດ-19 ໂດຍສະເພາະຄືນວັນ “ຄຣິສມາສ” ເຂົາໃຊ້ເວລາສ່ວນໃຫຍ່ໄປກັບການຮັບຊົມວີດີໂອຄອນເສີດຂອງນັກຮ້ອງຍິງຊາວແຄນນາດາ ພ້ອມດື່ມແຊມເປນ.

   ໃນວັນຕໍ່ມາ ໂທມັສ ໄດ້ພົບເອກະສານໃນຕູ້ຈົດໝາຍ ທີ່ເຜີຍໃຫ້ເຫັນວ່າ: ເຂົາໄດ້ກະທໍາການປ່ຽນແປງຊື່ຕົນເອງເປັນ ເຊລີນ ດິອອນ (Celine Dion) ຕາມນັກຮ້ອງຜູ່ເປັນຂວັນໃຈຂອງເຂົາຢ່າງຖືກຕ້ອງຕາມກົດໝາຍຜ່ານຊ່ອງທາງແອັບພິເຄຊັນວ່າ: “ຂ້ອຍຂໍເວົ້າຕາມຕົງເລີຍເດີ ຂ້ອຍຈື່ບໍ່ໄດ້ວ່າຂ້ອຍເຮັດຫຍັງລົງໄປ ຄືນນັ້ນຂ້ອຍກໍາລັງເບິ່ງຄອນເສີດຂອງເຈົ້າຢູ່ ແລ້ວມີອາການມຶນເມົາ ຂ້ອຍຮູ້ສຶກໄດ້ວ່າຕົນໄດ້ປ່ຽນຊື່ຕົນເອງແທ້ ແລະ ເປັນຢ່າງນັ້ນກໍເພາະວ່າ ຂ້ອຍຮັກເຈົ້າແຮງ” ໂທມັສ ກ່າວອີກວ່າ: ຕ້ອງບອກວ່າ ເຊລີນ ດິອອນ (Celine Dion) ໄດ້ອອກມາທະວີດຮູບເອກະສານ ທີ່ເຂົາໄດ້ຮັບພ້ອມເລົ່າເລື່ອງລາວຂອງເຂົາຜ່ານ ແອັກເຄົ້າ ສ່ວນຕົວ, ເຊິ່ງສ້າງຄວາມຕະຫຼົກເຮຮາ ແລະ ມ່ວນຊື່ນ ໃຫ້ກັບຜູ້ຄົນທາງອອນລາຍ. ເຖິງຢ່າງໃດກໍຕາມ ເຊລີນ (Celine Dion) ໄດ້ບອກກັບເຂົາວ່າ: ຈະບໍ່ຟ້າວຝັ່ງກັບໄປໃຊ້ຊື່ເກົ່າ ເພາະເຂົາຮູ້ສຶກຍິນດີ ທີ່ສິ່ງດັ່ງກ່າວໄດ້ເຮັດໃຫ້ຄົນຈໍານວນຫຼາຍໄດ້ມີຄວາມເບີກບານມ່ວນຊື່ນ ແລະ Happy ໄປກັບມັນ. ພ້ອມທັງ ຍັງກ່າວຕິດຕະຫຼົກອີກວ່າ: “ຂ້ອຍຢາກຮູ້ວ່າ ການໃຊ້ຊີວິດພາຍໃຕ້ການຊື່ ເຊລີນ ດິອອນ ຈະໄດ້ຮັບອິດທິພົນຫຍັງແດ່”

   ສໍາຫຼັບ ເຊລີນ ດິອອນ (ຕົວຈິງ) ລາວໄດ້ປ່ອຍສະຕູດີໂອ ອາລະບໍ້າຊຸດຫຼ້າສຸດຢ່າງ Courage ອອກມາເມື່ອເດືອນ 11 ປີ 2019 ເຊິ່ງໄດ້ເປັນຜົນງານທີ່ເປີດໂຕອັນດັບ 1 ໃນ Billboard 200 ທີ່ລົ້ມເຫຼວສຸດໃນປະຫວັດສາດ, ຫຼັງອາລະບໍ້າກະເດັນຫຼຸດອອກຈາກ 100 ອັນດັບທໍາອິດຂອງ Chart. ໃນປີ 2020 ເຊລີນ ກໍາລັງຈະມີທົວຄອນເສີດລະດັບອາລີນ້າ ໃນຫຼາຍເມືອງຂອງອັງກິດ ແຕ່ກໍຕ້ອງຖືກເລື່ອນອອກໄປຢ່າງບໍ່ມີກໍານົດ. ເພາະການລະບາດຂອງໂຄວິດ-19 ເຊິ່ງເປັນບັນຫາດຽວກັບທີ່ສີລະປິນທົ່ວໂລກກໍາລັງພົບຢູ່ໃນຂະນະນີ້.

ທີ່ມາ: https://thestandard.co/30-yearsold-men-realise-his-name-changed-to-celine-dion/?fbclid=IwAR2zeYrwtgW5-qmfAknxIctEmHG5y-soZ7Z8GX1k8cSboOYbqm9kMXZMMso