ZOOM ເລັງຕັ້ງສູນ R&D ໃນສິງກະໂປ ພ້ອມປັບກົນລະຍຸດຂອງບໍລິສັດທີ່ເພີ່ມຂຶ້ນ


ສິງກະໂປຍັງຄົງເນື້ອຫອມ ກຽມຕ້ອນຮັບບໍລິສັດເຕັກໂນໂລຊີລະດັບໂລກເພີ່ມອີກແຫ່ງ.

ເມື່ອວັນທີ 15 ທັນວາ 2020 ທີ່ຜ່ານມາ ບໍລິສັດຊູມ (ZOOM) ຜູ່ໃຫ້ບໍລິການ Video Conference ຊື່ດັງແຫ່ງຍຸກໄດ້ລົງປະກາດວ່າບໍລິສັດກຳລັງຂະຫຍາຍໄປປະເທດສິງກະໂປ ໂດຍເປີດສູນວິໄຈ ແລະ ພັດທະນາ (R&D: Research & Development)  ແຫ່ງໃໝ່ ແລະ ເພີ່ມຂະຫນາດສູນຂໍ້ມູນ ເພື່ອສະແດງໃຫ້ເຫັນເຖິງການລົງທຶນທາງກົນລະຍຸດທີ່ເພີ່ມຂຶ້ນໃນສິງກະໂປ.

ສິງກະໂປເປັນປະເທດທີ 4 ຕໍ່ຈາກສະຫະລັດອາເມຣິກາ ອິນເດຍ ແລະ ຈີນ ທີ່ ZOOM ເຂົ້າໄປຕັ້ງສຳນັກງານ ໂດຍໃຫ້ເຫດຜົນວ່າສິງກະໂປມີທັກສະທາງວິສະວະກຳທີ່ແຂັງປະເທດໜຶ່ງ ເຊິ່ງຕອນນີ້ບໍລິສັດໄດ້ເລີ່ມເປີດຮັບວິສະວະກອນ ເຂົ້າມາຮ່ວມງານແລ້ວເປັນຈຳນວນຫຼາຍຮ້ອຍຕຳແໜ່ງ ແລະ ຈະເລືອກພື້ນທີ່ສຳນັກງານຕໍ່ໄປ.

ນອກຈາກເຫດຜົນດ້ານແຮງງານແລ້ວ ZOOM ຍັງລະບຸວ່າສິງກະໂປເປັນໜຶ່ງໃນປະເທດທີ່ເປັນມິດກັບການຕັ້ງບໍລິສັດ ແລະ ປະກອບທຸລະກິດຫຼາຍທີ່ສຸດ ແລະ ZOOM ຍັງມີແຜນຈະຂະຫຍາຍຂໍ້ມູນໃນໃນສິງກະໂປເພີ່ມເປັນ 2 ເທົ່າ ເພື່ອເພີ່ມຄຸນນະພາບຂອງປະສົບການ ຄວາມປອດໄພ ແລະ ຄວາມໜ້າເຊື່ອຖື ກັບຜູ້ໃຊ້ງານໃນພູມີພາກອາຊີປາຊີຟິກ

ເຊິ່ງສິງກະໂປນັບເປັນປະເທດທີ່ໄດ້ຮັບຄວາມນິຍົມໃນໝູ່ບໍລິສັດດ້ານເຕັກໂນໂລຊີ ໃນການມາຕັ້ງສຳນັກງານປະຈຳພູມີພາກ ລວມໄປເຖິງບໍລິສັດໃຫຍ່ຢ່າງ Facebook, Google, Tencent ແລະ Alibaba ປັດຈຸບັນ ZOOM ມີພະນັກງານທົ່ວໂລກ 3.800 ຄົນ ແຕ່ຍັງບໍ່ໄດ້ລະບຸຢ່າງຊັດເຈນວ່າຈະຈ້າງພະນັກງານໃນປະເທດສິງກະໂປທັງໝົດຈັກຕຳແໜ່ງ.

ທີ່ມາ: https://workpointtoday.com/zoom-singapore/