ສະຫະພັນ ອີສະປອດ ແຫ່ງປະເທດລາວ ກຽມສົ່ງ 4 ປະເພດເກມເຂົ້າແຂ່ງຂັນ Road to Asian Games ແລະ Asian Games


ສະຫະພັນ ອີສະປອດ ແຫ່ງປະເທດລາວ ກຽມສົ່ງນັກກິລາ ອີສະປອດທີມຊາດລາວ ທັງໝົດ 19 ຊິວິດ ລວມ 4 ປະເພດເກມເຂົ້າແຂ່ງຂັນ Road to Asian Games ແລະ Asian Games ທີ່ຈະຈັດຂຶ້ນທີ່ ມາເກົ້າ, ຫາງໂຈ ແລະ ກວາງໂຈ ໃນທ້າຍເດືອນມິຖຸນາ ຫາ ທ້າຍເດືອນກັນຍານີ້.

ໂດຍທັງ 4 ປະເພດທີ່ສະຫະພັນ ອີສະປອດ ແຫ່ງປະເທດລາວ ຈະສົ່ງເຂົ້າແຂ່ງຂັນທັງ 2 ລາຍການໃນຄັ້ງນີ້ປະກອບມີ Honor Of Kings (AOV), Dream Three Kingdom 2 (DTK), PUBG Mobile ແລະ Dota 2.

ສຳລັບການແຂ່ງຂັນໃນລາຍການ Road to Asian Games ປະເພດເກມ PUBG M ແລະ AOV ແມ່ນທັບນັກກິລາລາວ ຈະເດີນທາງໄປແຂ່ງຂັນແບບ Offline ທີ່ມາເກົ້າໃນລະຫວ່າງວັນທີ 22 ມິຖຸນາ ຫາວັນທີ 2​ ກໍລະກົດນີ້. ສຳລັບເກມ DTK2 ແມ່ນຈະເດີນທາງໄປແຂ່ງທີ່ເມືອງ ກວາງໂຈ ປະເທດຈີນ ໃນເດືອນ ກໍລະກົດ. ສ່ວນ Dota 2 ແມ່ນຈະແຂ່ງຂັນກັນແບບອອນລາຍໃນວັນທີ 12-16 ກໍລະກົດ.

ໂດຍລາຍການ Road to Asian Games ຫຼື RDAG ເປັນລາຍການ ເກັບແຕ້ມ ແລະ ຈັດອັນດັບ Ranking ໃນອາຊີ ໄປໃນຕົວ ເຊິ່ງຈະສົ່ງຜົນຕໍ່ການເຂົ້າຮ່ວມແຂ່ງຂັນ ລະດັບນານາຊາດຢ່າງ Asian Games ໃນອະນາຄົດ ຂອງແຕ່ລະປະເພດ ໂດຍຈະເປັນການ ແບ່ງກຸ່ມ ຕາມ Ranking. ຖ້າຜົນງານອອກມາດີໃນລາຍການ RDAG ກໍຈະໄດ້ຢຶນຖ້າ ຫຼືຢູ່ຕໍາແໜ່ງດີ ໃນການແຂ່ງຂັນຫຼັກ ເຊິ່ງມີໂອກາດ ບໍ່ເມື່ອຍຫຼາຍ ຫຼື ບໍ່ຕ້ອງໄປແຂ່ງຂັນຫຼາຍເທື່ອ. ໃນຂະນະດຽວກັນ ຖ້າຜົນງານບໍ່ດີ ອາດຈະຕ້ອງເມື່ອຍຫຼາຍເທື່ອ ໂດນສະເພາະ ຮອບສາຍລຸ່ມ ຈະຕ້ອງເມື່ອຍຫຼາຍເປັນພິເສດ.

ສ່ວນໃນລາຍການຫຼັກ Asian Games ແມ່ນມີກໍານົດການແຂ່ງຂັນກັນທີ່ເມືອງ ຫາງໂຈ ປະເທດຈີນໃນລະຫວ່າງວັນທີ 19 ກັນຍາ – ວັນທີ 8 ຕຸລາ. ເຊິ່ງກຳນົດການແຂ່ງຂັນຂອງນັກກິລາ ອີສະປອດທີມຊາດລາວມີດັ່ງນີ້: AOV ແຂ່ງກັນໃນວັນທີ 24 – 25 ກັນຍາ, DTK2 ແຂ່ງກັນໃນວັນທີ 25 – 28 ກັນຍາ, PUBG M ແຂ່ງຂັນກັນໃນວັນທີ 25 – 26 ກັນຍາ ແລະ Dota 2 ຈະແຂ່ງຂັນກັນໃນວັນທີ 24 -25, 27 – 28 ກັນຍາ ແລະ 30 ກັນຍາ.

ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການ ສະຫະພັນອີສະປອດ ແຫ່ງປະເທດລາວ ເປີດເຜີຍເຖິງຄວາມຄາດຫວັງໃນລາຍການ Asian Games ໃນປີນີ້ກັບທີມຂ່າວ Lao X ວ່າ: “ສຳລັບການແຂ່ງຂັນໃນປີນີ້ ເຮົາຕັ້ງຄວາມຫວັງໄວ້ກັບເກມ Dota 2 ເຊິ່ງເປັນຊຸດດຽວກັນທີ່ສາມາດຄວ້າອັນດັບ 3 ຂອງໂລກໄດ້ ແລະ ຫວັງວ່າ ຈະຍັງຮັກສາຟອມ ປີກາຍ ແລະ ສາມາດເຂົ້າສູ່ຮອບສຸດທ້າຍ ຈົນໄດ້ຫຼຽນໃດໜຶ່ງກັບມາໄດ້”

ທ່ານ ວັນທະນາ ກ່າວຕໍ່ອີກວ່າ: “ສ່ວນອີກ 3 ປະເພດ ແມ່ນທ້າທາຍຫຼາຍ ເພາະເປັນຮູບແບບໃໝ່ ໂດຍທີ່ ຫຼາຍປະເທດກໍ່ຍັງບໍ່ເຄີຍແຂ່ງມາກ່ອນ ແມ່ນມີໂອກາດ ແຕ່ກຍັງຄາດຫຍັງບໍ່ໄດ້ ເພາະບໍ່ທັນຮູ້ Ranking ກັນ ເຊິ່ງເຮົາຈະປະເມີນກັນໃໝ່ ຫຼັງຈາກຈົບ RDAG ໃນທ້າຍເດືອນ ກໍລະກົດນີ້”.

ຂອບໃຈຂໍ້ມຸນ ແລະ ຮູບພາບຈາກ: Lao Esports Federation

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/