ZEBEDEE ເປີດຕົວຄຸນສົມບັດໃໝ່ໃນເເອັບ “ZBD” ພຽງເເຕ່ຫຼິ້ນເກມໃນເເອັບກໍຮັບຮາງວັນເປັນ Bitcoin ໄປເລີຍ


ປັດຈຸບັນ Play-to-Earn ຫຼື ເກມທີ່ຫຼິ້ນເເລ້ວໄດ້ຮັບຮາງວັນ ໄດ້ມີຈຳນວນເພີ່ມຂຶ້ນຫຼາຍໃນປັດຈຸບັນ, ເຊິ່ງໃນມື້ນີ້ Bitcoin payments startup ຢ່າງ Zebedee ໄດ້ເປີດຕົວຄຸນສົມບັດໃນເເອັບ ZBD ເຊິ່ງເປັນບ່ອນລວມຄວາມບັນເທິງຕ່າງໆ ການຊັອບປິ້ງ ເເລະ ເກມ, ໂດຍ Zebedee ຈະຈ່າຍ Bitcoin ຈຳນວນເລັກໜ້ອຍໃຫ້ກັບຜູ້ທີ່ຫຼິ້ນເກມໃນເເອັບດັ່ງກ່າວ.

ໃນເເອັບ ZBD ຕອນນີ້ມີເກມໃຫ້ຫຼິ້ນຫຼາກຫຼາຍກວ່າ 100 ເກມ, ເຊິ່ງໃນນັ້ນລວມເຖິງ Play-to-Earn ທີ່ຫຼິ້ນເເລ້ວໄດ້ຮັບຮາງວັນເປັນ Bitcoin ທີ່ໄດ້ຮັບຄວາມຮ່ວມມືຈາກເເພລັດຟອມໂຄສະນາ Adjoe ເເລະ ເຄືອຂ່າຍ Playtime. ໂດຍຕົວເກມຈະໃຫ້ຮາງວັນເເກ່ຜູ້ຫຼິ້ນໃນເເຕ່ລະນາທີທີ່ໃຊ້ໄປໃນເກມເປັນ Satoshi ເຊິ່ງເປັນຫົວໜ່ວຍທີ່ນ້ອຍທີ່ສຸດຂອງ Bitcoin (1/100,000,000 BTC)

ອີງຕາມຂໍ້ມູນຂອງບໍລິສັດເກມທີ່ຜ່ານເກນຄັດເລືອກ ເເລະ ພ້ອມທີ່ຈະໃຫ້ຮາງວັນຜ່ານການຫຼິ້ນໃນເເອັບ ZBD ນັ້ນໄດ້ເເກ່: Match Masters, Slotomania ເເລະ Dragon City. ໂດຍທັງ 3 ເກມນີ້ມີຮາກຖານຈຳນວນຜູ້ຫຼິ້ນຫຼາຍ ເເລະ ມີິການດາວໂຫຼດຢ່າງໜ້ອຍ 10 ລ້ານຄັ້ງຕໍ່ເກມໃນ Google Play Store.

ຢ່າງໃດກໍຕາມ, ຄຸນສົມບັດໃນເເອັບ ZBD ສາມາດໃຊ້ງານຜ່ານລະບົບຂອງ Android ເທົ່ານັ້ນ. ທັງນີ້ຜູ້ຮັບຈະໄດ້ Satoshi ໃນຂະນະທີ່ຫຼິ້ນ ເຊິ່່ງຈະຖືກເກັບໄວ້ໃນກະເປົາເງິນ ZBD ເເລະ ສາມາດຖອນອອກໄດ້ຫາກະເປົາເງິນອື່ນໆ ຫຼື ກະດານເທຣດອື່ນໆທີ່ຮອງຮັບໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/