ສະພາສະເໜີໃຫ້ແກ້ໄຂ ບັນຫາຢາເສບຕິດ, ນ້ຳກະທ່ອມ ແລະ ຢາສູບໄຟຟ້າ


ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງກ້າວເຂົ້າສູ່ໄລຍະທ້າຍຂອງວາລະແຫ່ງຊາດ ສຳລັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ເພື່ອຮັບປະກັນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະປະຈຳສະພາແຫ່ງຊາດ ມີບາງທັດສະນະ ຕໍ່ລັດຖະບານ ດັ່ງນີ້:

1. ສືບຕໍ່ເພີ່ມທະວີຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ຖືເອົາບັນຫາແກ້ໄຂຢາເສບຕິດ ເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະບວນການຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເພື່ອເປັນການປຸກລະດົມ, ຊຸກຍູ້ທຸກຄົນເຂົ້າຮ່ວມຢ່າງແຂງແຮງ ແລະ ເປັນຂະບວນການຟົດຟື້ນ.

2. ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ດ້ວຍຫຼາຍຮູບແບບ, ຫຼາຍວິທີຕື່ມ ໂດຍຕິດພັນກັບການໂຄສະນາຕົວແບບດີເດັ່ນໃນການຕ້ານຢາເສບຕິດ, ຂະບວນການສ້າງຄອບຄົວ, ບ້ານ, ສຳນັກງານ-ອົງການ, ໂຮງຮຽນ, ໂຮງແຮມ, ຮ້ານບັນເທີງ ແລະ ຮ້ານອາຫານ ປອດຢາເສບຕິດ ໃຫ້ຫຼາຍຂຶ້ນ.

3. ສືບຕໍ່ປັບປຸງບັນດານິຕິກໍາ ທີ່ຈຳເປັນ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ເປັນຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດໂທດປະຫານຊີວິດ, ນິຕິກຳຮັບໃຊ້ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດ ປະເພດທີ່ເກີດຂຶ້ນໃໝ່ເຊັ່ນ: ນ້ຳໃບກະທ້ອມ, ກາເຟເຕັ້ນ, ຢາສູບໄຟຟ້າ, ປູມເປົ້າອາຍແກ໊ສກະຕຸ້ນປະສາດ ແລະ ອື່ນໆ.

4. ສືບຕໍ່ການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກຂອງພາກສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ລວມທັງການປະກອບວັດຖຸ, ອຸປະກອນ, ພາຫະນະເຕັກນິກຕ່າງໆ ເພື່ອຮັບໃຊ້ວາລະແຫ່ງຊາດ ໂດຍສະເພາະສຸມໃສ່ ຂັ້ນເມືອງ, ຂັ້ນບ້ານ ໃຫ້ຫຼາຍຂຶ້ນ ເພື່ອມີກຳລັງແຮງພຽງພໍ ໃນການປະຕິບັດການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີຄຸນະພາບ ແລະ ມີປະສິດທິຜົນດີຂຶ້ນ.

5. ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄະດີຢາເສບຕິດ ໃຫ້ມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ໂດຍສະເພາະແມ່ນການປາບປາມ ຫົວໂປ່ຕົວການ ໃຫ້ມີການລົງໂທດ ຢ່າງເຂັ້ມງວດ, ເດັດຂາດ ຕາມກົດໝາຍ. ຄຽງຄູ່ກັນນັ້ນ, ຕ້ອງເດັດຂາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ຕິດພັນກັບການກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ຂີ້ລັກ, ງັດ  ແງະ, ປຸ້ນຈີ້, ຄາຕະກຳ, ຄ້າປະເວນີ, ຄ້າມະນຸດ, ການຟອກເງິນ, ການພະນັນທີ່ຜິດກົດໝາຍທຸກຮູບແບບ ແລະ ອື່ນໆ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ.

6. ໃຫ້ສົມທົບແໜ້ນ ລະຫວ່າງ 3 ຂະແໜງການ (ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ແຮງງານ-ສະຫວັດດີການສັງຄົມ) ເພື່ອແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ຖືກເຄາະຮ້າຍ ກໍຄືຜູ້ເສບຢາ ໃຫ້ມີຄຸນະພາບ, ນັບທັງການເຝິກສີມືແຮງງານ, ສ້າງອາຊີບໃຫ້ເຂົາເຈົ້າ ເມື່ອເວລາບຳບັດ-ປິ່ນປົວອອກໄປແລ້ວ ໃຫ້ມີວຽກເຮັດງານທຳ, ບໍ່ກັບໄປຫຍຸ້ງກ່ຽວກັບຢາເສບຕິດອີກ; ນັບທັງການຄົ້ນຄວ້າວາງມາດຕະການແກ້ໄຂໃນໄລຍະຍາວ ກ່ຽວກັບການສ້າງອາຊີບທີ່ໝັ້ນຄົງ, ສ້າງວຽກເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍິງໜຸ່ມ ໃນສັງຄົມໃຫ້ຫຼາຍຂຶ້ນ.

7. ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊອກຫາທາງອອກ ແລະ ວິທີການແກ້ໄຂບັນຫາຄວາມແອອັດຂອງຜູ້ຕ້ອງຫາຢູ່ສະຖານທີ່ຄຸມຂັງ ຊົ່ວຄາວຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ສົມທົບກັບຂະແໜງສາທາລະນະສຸກ ໃນການປະຕິບັດນະໂຍບາຍດ້ານມະນຸດສະທຳ ຕໍ່ຜູ້ຕ້ອງຫາ, ນັກໂທດ ໃນຄະດີຢາເສບຕິດ ແລະ ຄະດີອື່ນໆ ໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວສຸຂະພາບໃນເວລາເຈັບເປັນ; ນັບທັງຄົ້ນຄວ້າເພີ່ມອັດຕາກິນໃຫ້ມີຄວາມເໝາະສົມ.

8. ສືບຕໍ່ເພີ່ມທະວີໃນການຮ່ວມມືກັບສາກົນ ເພື່ອດຶງດູດເອົາການສະໜັບສະໜູນ, ຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ທຶນຮອນ ຈາກບັນດາປະເທດເພື່ອນມິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ຂອບໃຈຂໍ້ມູນຈາກ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/