ທ່ານນາງ Sabrina Meng ກ່າວຄໍາປາໄສໃນຫົວຂໍ້ “ການປ່ຽນແປງຂອງ 5G”


[ຊຽງໄຮ, ປະເທດຈີນ, 28 ມິຖຸນາ 2023] ໃນວັນເປີດງານ MWC Shanghai 2023, Sabrina Meng, ປະທານໝູນວຽນ ແລະ CFO ຂອງ Huawei, ໄດ້ໃຫ້ຄຳປາໄສໃນຫົວຂໍ້ “ການປ່ຽນແປງຂອງ 5G”

ທ່ານ Meng ກ່າວ​ວ່າ “ 5G ມີ​ການ​ນຳ​ໃຊ້​ທາງ​ການ​ຄ້າ​ໃນ​ທົ່ວ​ໂລກ​ມາ​ເປັນ​ເວ​ລາ 4 ປີ​ແລ້ວ”. “ວິທະຍາສາດ ແລະ ເທັກໂນໂລຢີກໍາລັງກ້າວໄປສູ່ລະບົບຂະໜາດໃຫຍ່ ທີ່ມີຄວາມສະຫຼັບຊັບຊ້ອນ. ສິ່ງນີ້ຈຳເປັນຕ້ອງມີການຈັບຄູ່ເທັກໂນໂລຢີ ກັບ ສະຖານະການທີ່ສະເພາະເຈາະຈົງ ເພື່ອປູທາງໄປສູ່ຄວາມສຳເລັດຢ່າງຕໍ່ເນື່ອງຂອງ 5G.”

5G ກຳລັງສ້າງມູນຄ່າໃນສາມດ້ານທີ່ແຕກຕ່າງກັນ

ນິຍາຍວິທະຍາສາດພຽງແຕ່ເປັນຈິນຕະນາການຂອງອະນາຄົດ. ​ແຕ່​ວິທະຍາສາດ ​ແລະ ​ເທັກ​ໂນ​ໂລຢີ​ສາມາດ​ປ່ຽນ​ຈິນຕະນາການ​ໃຫ້​ກາຍ​ເປັນ​ຈິງ.

5G ໄດ້ຖືກນຳໃຊ້ໃນອຸດສາຫະກຳການຄ້າມາເປັນເວລາ 4 ປີ, ຈາກອຸດສາຫະກໍາຫຼາຍພັນຄົນໄປສູ່ຫຼາຍພັນຄອບຄົວ, ພວກເຮົາເຫັນວ່າການນໍາໃຊ້ ລະບົບ 5G ກໍາລັງປ່ຽນແປງຊີວິດ ແລະ ການຜະລິດຂອງພວກເຮົາ, ເຊິ່ງມັນກໍາລັງສືບຕໍ່ສ້າງມູນຄ່າການຄ້າ, ມູນຄ່າອຸດສາຫະກໍາ ແລະ ມູນຄ່າສັງຄົມຢ່າງຫຼວງຫຼາຍ.

ໃນຂົງເຂດຜູ້ບໍລິໂພກ: 5G, cloud, ແລະ AI ເຮັດໃຫ້ເກີດປະຕິກິລິຍາແບບລະບົບຕ່ອງໂສ້, ປ່ຽນ “ຜູ້ຊື້” ເປັນ “ຜູ້ຂາຍ”, ໃນຂົງເຂດອຸດສາຫະກໍາ: 5G ໄດ້ກາຍເປັນສ່ວນໜຶ່ງຂອງການຜະລິດ, ເຈາະເລິກສະຖານະການອຸດສາຫະກຳ, ສຸມໃສ່ການເພີ່ມປະສິດທິພາບຢ່າງຕໍ່ເນື່ອງ ເຮັດໃຫ້ 5G ຄ່ອຍໆໄດ້ຮັບການຢຶດໝັ້ນໃນການນໍາໃຊ້ໃນອຸດສາຫະກໍາ.

ໃນອະນາຄົດ, ແອັບພິເຄຊັນໃໝ່ ແລະ ຈຸດເຊື່ອມຕໍ່ໃໝ່ກຳລັງເກີດຂື້ນອີກ, ການສື່ສານທີ່ຜ່ານລະບົບເນັດເວີກທີ່ທັນສະໄໝໂດຍຜ່ານລະບົບ 5G, ລະບົບ 3D, ແລະ ການສຳຜັດປະສົບການແບບໃໝ່; ໃນຍຸກຂອງ “ການເຊື່ອມຕໍ່ທີ່ວ່ອງໄວ ແລະ ເຂົ້າເຖິງງ່າຍ”, ໃນອະດີດເຄືອຂ່າຍມືຖືໄດ້ໃຫ້ບໍລິການຜູ້ຄົນ ແລະ ໄດ້ມີການພັດທະນາການບໍລິການ, ພັດທະນາຄວາມກ້າວໜ້າຢ່າງຕໍ່ເນື່ອງ. 5.5G ເປັນເສັ້ນທາງທີ່ຫຼີກເວັ້ນບໍ່ໄດ້ສໍາລັບການພັດທະນາເຄືອຂ່າຍ 5G. ເຄືອຂ່າຍ 5.5G ຂັບເຄື່ອນດ້ວຍການເຊື່ອມຕໍ່ຫຼາຍພັນລ້ານລ້ານເຄືອຂ່າຍ, ຄຸນລັກສະນະເຄືອຂ່າຍທີ່ສະຫຼຽວສະຫຼາດພາຍໃນລະບົບທີ່ມີຄວາມຊັດເຈນ ໂດຍຕັ້ງແຕ່ 5G ເຖິງ 5.5G ຈະກົງກັບສະຖານະການຕ່າງໆເຊັ່ນ: ການເຊື່ອມຕໍ່ລະຫວ່າງຜູ້ຄົນ, ອີຄອມເມີດ, ການຮັບຮູ້, ການຜະລິດລະດັບສູງໄດ້ດີຂຶ້ນ ບົ່ມເພາະໂອກາດໃໝ່ໆ ສຳລັບທຸລະກິດ.

ຍົກລະດັບ 5G ໄປອີກຂັ້ນ ແລະ ປູທາງສູ່ຄວາມສຳເລັດຢ່າງຕໍ່ເນື່ອງ

ບາດກ້າວສູ່ຄວາມສໍາເລັດບໍ່ແມ່ນພຽງແຕ່ຄວາມກ້າວໜ້າຢ່າງຕໍ່ເນື່ອງຂອງເທັກໂນໂລຢີຢ່າງດຽວເທົ່ານັ້ນ, ແຕ່ຂຶ້ນຢູ່ກັບສະຖານະການ ແລະ ຄວາມຕ້ອງການຂອງເທັກໂນໂລຢີທີ່ມີຄວາມເໝາະສົມ ເພື່ອປັບໃຫ້ເຂົ້າກັບວິທີການເຮັດວຽກຂອງລະບົບ.

ຫຼັງຈາກ ລະບົບ 5G ໄດ້ຖືກນໍາໄປໃຊ້ໃນອຸດສາຫະກໍາການຄ້າແລ້ວ, ການຄາດຫວັງສໍາລັບການຍົກລະດັບແບບກ້າວກະໂດດຂອງທາງດ້ານນະວັດກໍາເທັກໂນໂລຢີຂອງປະຊາຊົນກໍນັບມື້ນັບເຂັ້ມແຂງຂື້ນ. ວິທີການພັດທະນາໃນເຊີງເລິກກໍໄດ້ກາຍເປັນຫົວຂໍ້ໃໝ່ຂອງວົງການ, ເຊິ່ງຕ້ອງອີງໃສ່ຄຸນລັກສະນະຂອງແຕ່ລະສະຖານະການເພື່ອຫາຈຸດທີ່ເໝາະສົມ ແລະ ຄວາມຕ້ອງການໃນການສືບຕໍ່ວິສະວະກໍາລະບົບ.

ເຊິ່ງເປັນສິ່ງຈໍາເປັນທີ່ຕ້ອງໄດ້ເຈາະເລິກເຂົ້າໄປໃນສະຖານະການ, ເຂົ້າໃຈຄວາມຕ້ອງການ, ນໍາໃຊ້ແນວຄິດແບບທັນສະໄໝຂອງດ້ານວິສະວະກໍາລະບົບ, ໂດຍຮ່ວມແນວຄິດກັບລູກຄ້າ, ຜູ້ພັດທະນາ, ເຖິງຂະແໜງດຽວກັນສຸມໃສ່ໃນການຄົ້ນຄວ້າ ແລະ ພັດທະນາໃນການຈັດຊື້, ການສະໜອງ ແລະ ການຕະຫຼາດໃຫ້ຄົບວົງຈອນຮອບດ້ານຍິ່ງຂຶ້ນ. ການສ້າງແບບຈໍາລອງການແກ້ໄຂເພື່ອເພີ່ມປະສິດທິພາບເຄື່ອງມື ແລະ ວິທີການສ້າງຄວາມສໍາເລັດແບບແບບຕໍ່ເນື່ອງຂອງຂະແໜງອຸດສາຫະກໍາ 5G.

ສ້າງຂີດຄວາມສາມາດແບບປະສົມປະສານ ເພື່ອຄົ້ນຄວ້າອະນາຄົດຂອງການສື່ສານ

ພື້ນຖານໂຄງສ້າງດິຈິຕອລຂອງໂລກອັດສະລິຍະໃນອະນາຄົດຈະຖືກບູລະນະການກັບຂະແໜງແບບເລິກເຊິ່ງກັບສັງຄົມ ແລະ ການດໍາລົງຊີວິດ. ບໍ່ພຽງແຕ່ເປັນການພັດທະນາຂອງເທັກໂນໂລຢີພຽງຈຸດດຽວເທົ່ານັ້ນ, ເຊິ່ງຂື້ນນໍາຄວາມສະລັບຊັບຊ້ອນຂອງເບື້ອງຫຼັງລະບົບ, ເປັນການປະສົມປະສານອັນຫຼາຍປັດໄຈຈໍານວນຫຼາຍ, ຕ້ອງການຄວາມຄິດ ແລະ ການອອກແບບທີ່ເປັນລະບົບ. ປຽບສະເໝືອນກັບການຫຼິ້ນໝາກເສິກ, ທ່ານຕ້ອງມີຄວາມຄິດຮ່ວມກັບສະຖານະການ. ເສັ້ນທາງສູ່ຄວາມສຳເລັດທາງຂະແໜງອຸດສາຫະກໍາ 5G, ຄວາມສາມາດໃນການເຊື່ອມໂຍງເຕັກໂນໂລຢີ ແລະ ຈັດການກັບການປ່ຽນແປງຂອງສະຖານະການມີຄວາມສໍາຄັນຢ່າງຍິ່ງ.

ຂໍ້ທີ 1, ແມ່ນຄວາມສາມາດໃນການເຊື່ອມໂຍງເທັກໂນໂລຢີ, ໂດຍຜ່ານການອອກແບບ ແລະ ນະວັດຕະກໍາທີ່ເປັນລະບົບທົ່ວຂົງເຂດຂອງໂລກ ແລະ ພັດທະນາສ້າງສັນສິ່ງໃໝ່ໆ ເພື່ອໃຫ້ບັນລຸການເຮັດວຽກຮ່ວມກັນຂອງລະຫວ່າງລະບົບ Cloud ຈົນເຖິງຈຸດສິ້ນສຸດຂອງລະບົບ ແລະ ການເພີ່ມປະສິດທິພາບການເຮັດວຽກຮ່ວມກັນຂອງ Software , Hardware ,Chips , ແລະການຄິດໄລ່ປະເມີນຜົນຂອງລະບົບເພື່ອຕອບສະໜອງກັບຄວາມຕ້ອງການອັນຫຼາກຫຼາຍຂອງຂະແໜງຕ່າງໆ ແລະ ຄວາມທ້າທາຍໃນການແກ້ໄຂບັນຫາອັນຊັບຊ້ອນທີ່ໄດ້ເກີດຂຶ້ນອີກດ້ວຍ.

ຂໍ້ທີ 2, ແມ່ນຄວາມສາມາດໃນການຈັດການກັບຄວາມປ່ຽນແປງ, ການຫັນປ່ຽນຂອງໂລກດິຈິຕອລ ແລະ ໂລກອັດສະລິຍະບໍ່ພຽງແຕ່ບັນຫາດ້ານວິຊາການ, ແຕ່ຍັງລວມເຖິງຄວາມສາມາດໃນການຈັດການກັບຄວາມປ່ຽນແປງອີກດ້ວຍ. ຈໍາເປັນຕ້ອງຟື້ນຟູຄົນ,  ແລະ ຫຼັກການໃນອົງການຈັດຕັ້ງໃໝ່. ເພື່ອຕອບສະໜອງກັບສິ່ງທ້າທາຍໃນອະນາຄົດດ້ວຍແນວຄວາມຄິດດ້ານການຄຸ້ມຄອງຈັດການທີ່ເປີດກວ້າງ ແລະ ຮອບດ້ານ.

ການ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ​ທີ່​ເປັນ​ຕົວ​ແທນ​ໂດຍ 5G, 5.5G​, Cloud Ai ປຽບສະເໝືອນເຮືອກໍາລັງອອກຈາກຝັ່ງ, ເຊິ່ງຄື້ນນໍ້າກໍາລັງດັນເຮືອໄປທາງໜ້າ, ລະຫວ່າງການເດີນທາງຍັງຄົງມີຄວາມສວຍງາມຊ້ອນຢູ່ສະເໝີ. ໃຫ້ພວກເຮົາຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກໍາການສື່ສານ, ຮ່ວມກັນສ້າງອະນາຄົດຂອງມື້ອື່ນໃຫ້ດີຍິ່ງຂື້ນ.

ງານ MWC Shanghai 2023 ແມ່ນຈະ​ຈັດ​ຂຶ້ນ​ຢູ່ທີ່​ນະຄອນ​ຊຽງ​ໄຮ ​ຂອງປະເທດ​ຈີນ, ໃນວັນ​ທີ 28 ຫາ​ວັນ​ທີ 30 ມິຖຸນາ​ 2023 ນີ້. ພື້ນທີ່ວາງ​ສະ​ແດງຂອງ Huawei ຈະຕັ້ງ​ຢູ່​ໃນສະຖານທີ່ Shanghai New International Expo Center (SNIEC) Hall N1 E10, E50.

Huawei ແລະ ຜູ້ປະກອບການຊັ້ນນໍາຂອງອຸດສາຫະກໍາດ້ານການສື່ສານທົ່ວໂລກ ແລະ ຜູ້ນໍາຄວາມຄິດໄດ້ມີການປຶກສາຫາລືກ່ຽວກັບຫົວຂໍ້ເຊັ່ນ: ການເລັ່ງຄວາມຈະເລີນຮຸ່ງເຮືອງພັດທະນາຂອງຂະແໜງອຸດສາຫະກໍາ 5G, ການກ້າວເຂົ້າສູ່ຍຸກ 5.5G, ແລະ ການຫັນຕົວມາເຂົ້າສູ່ໂລກດິຈິຕອລ ແລະ ໂລກອັດສະລິຍະ;

5.5G ຈະນໍາເອົາໂອກາດ ແລະ ມູນຄ່າການຄ້າເຂົ້າມາສູ່ຂະແໜງອຸດສາຫະກໍາຕ່າງໆ ເຊັ່ນ: ຂະແໜງຍຸກຊື້ເຄື່ອງຜ່ານອອນລາຍ, ລົດພາຫະນະໂດຍມີສັນຍານເປັນຕົວຂັບເຄື່ອນ ແລະ ຊ່ວຍຊຸກຍູ້ສັງຄົມໃຫ້ເຂົ້າຢ່າງໃກ້ຊິດຍິ່ງຂຶ້ນ, ໃຫ້ຫຼາຍພັນໝື່ນຄົນກ້າວເຂົ້າສູ່ໂລກແຫ່ງອະນາຄົດ. ສໍາລັບລາຍລະອຽດເພີ່ມເຕີມ, ກະລຸນາເບິ່ງທີ່: https://carrier.huawei.com/cn/events/mwcs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/