ສສຊ ສະເໜີໃຫ້ກວດຄືນປະສິດທິພາບ ການນຳໃຊ້ເງິນກູ້ຂອງລັດຖະບານ


ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກວດຄືນປະສິດທິພາບ ແລະ ປະສິດທິຜົນ ໃນການນຳໃຊ້ເງິນກູ້ຂອງລັດຖະບານ ເພື່ອຮັບປະກັນບໍ່ໃຫ້ມີການຮົ່ວໄຫຼຂອງງົບປະມານ.

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄໍາເຫັນໃສ່ບົດລາຍງານວຽກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ອີງຕາມການລາຍງານຂອງ ໜັງສືພິມປະຊາຊົນ ທ່ານ ໄມສີ ວຽງວິໄລ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ມີຄຳເຫັນແລກປ່ຽນ ເຊິ່ງທ່ານໄດ້ເວົ້າວ່າ: ໃນແຜນປີ 2024 ນີ້ ມີແຜນກວດສອບ ຢູ່ 117 ເປົ້າໝາຍ ຢາກໃຫ້ມີການກວດສອບຂັ້ນເມືອງແດ່ ເພາະທີ່ຜ່ານມາບໍ່ມີການກວດສອບຂັ້ນເມືອງ  ແລະ ໃນປີ 2024 ຈະມີການກວດສອບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນການເກັບລາຍຮັບ, ການປະຢັດລາຍຈ່າຍ ແລະ ອື່ນໆ ແລະ ທັງສອງອົງການຄື ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ແມ່ນເລື່ອງການແກ້ໄຂຜົນການກວດສອບ, ແກ້ໄຂຜົນການກວດກາ ຕາມຜົນການກວດສອບໃນສອງປີເຄິ່ງນີ້ ໃຫ້ຖືເອົາວຽກງານການຕິດຕາມຊຸກຍູ້ແກ້ໄຂຜົນການກວດສອບ, ຜົນການກວດກາ ຕາມຜົນການກວດສອບເປັນວຽກບູລິມະສິດ ໃນການເຄື່ອນໄຫວວຽກງານຂອງທັງສອງອົງການໃນຕໍ່ໜ້າ ເພາະວຽກນີ້ມັນກໍພົວພັນເຖິງລັດຖະບານ, ພົວພັນເຖິງອົງການປົກຄອງທ້ອງຖິ່ນໂດຍສະເພາະຂັ້ນແຂວງ ແຕ່ສິ່ງສຳຄັນແມ່ນຄວາມເປັນເຈົ້າການຂອງທັງສອງອົງການ ໂດຍປະສານສົມທົບກັບບັນດາກຳມາທິການສະພາແຫ່ງຊາດ ກໍຄືຄະນະປະຈຳສະພາແຫ່ງຊາດຢູ່ໃນການແກ້ໄຂຜົນການກວດສອບ, ຜົນການກວດກາ, ຕາມຜົນການກວດສອບ ທີ່ຄ້າງຜ່ານມາໃຫ້ມັນສຳເລັດ.

ທ່ານ ຄອນປະພັນ ເລືອງສີຈັນທອງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ມີຄຳເຫັນແລກປຽນດັ່ງນີ້: ຜ່ານການກວດກາ ແລະ ການກວດສອບ ໄດ້ເຫັນລາຍຮັບເພີ່ມ ແລະ ລາຍຈ່າຍເພີ່ມ ແລະ ການຫັກລົບມູນຄ່າໂຄງການລົງທຶນຂອງລັດເປັນຈຳນວນຫຼວງຫຼາຍ ຢູ່ໃນນີ້ຈະສາມາດເກັບກູ້ໄດ້ແທ້ ເປັນງົບປະມານເທົ່າໃດ ທີ່ສາມາດເອົາເຂົ້າງົບປະມານ ປີ 2024  ແລະ ອັນໃດທີ່ຈະສືບຕໍ່ແກ້ໄຂໃນຕໍ່ໜ້າ ແລະ ອັນໃດທີ່ບໍ່ສາມາດແກ້ໄຂໄດ້ ແລະ ຢູ່ໃນເຂດເລືອກຕັ້ງທີ 8 ແຂວງຫົວພັນ ຕາມການລາຍງານຂອງອົງການກວດສອບປະຈຳພາກເໜືອກໍເຫັນວ່າ ຢູ່ໃນ 19 ເປົ້າໝາຍ ກໍຍັງມີໜີ້ຕ້ອງຮັບເປັນຈໍານວນຫຼວງຫຼາຍ. ໃຫ້ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ກວດກາຄືນເບິ່ງປະສິດທິພາບ ແລະ ປະສິດທິຜົນຂອງການນຳໃຊ້ເງິນກູ້ ທີ່ລັດຖະບານໄດ້ມອບໃຫ້ໄປຈັດຕັ້ງປະຕິບັດຢູ່ແຕ່ລະຂະແໜງການ ວ່າມີປະສິດທິພາບ ແລະ ປະສິດທິຜົນສໍ່າໃດ  ເພາະຜ່ານມາສັງເກດເຫັນວ່າບັນດາເງິນຮວງນີ້ ສ່ວນຫຼາຍແມ່ນໄປນຳໃຊ້ບໍລິຫານຫຼາຍກວ່າ.

https://www.facebook.com/share/4uYHEjg4vYFvG1nV/?mibextid=3zE9uC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/