ຮ່ອງກົງ ຜ່ອນຜັນນະໂຍບາຍວີຊ່າ ລາວ-ຫວຽດນາມ-ເນປານ ການໄປເຮັດວຽກ-ຮຽນ ຈະງ່າຍຂຶ້ນ


ຜູ້ບໍລິຫານສູງສຸດເຂດປົກຄອງພິເສດຮ່ອງກົງໄດ້ປະກາດມາດຕະການຫຼາຍຂໍ້ ເພື່ອຜ່ອນຜັນນະໂຍບາຍວີຊ່າ ເພື່ອຈັດການກັບບັນຫາຂາດແຄນບຸກຄະລາກອນທີ່ມີຄວາມສາມາດຢ່າງຕໍ່ເນື່ອງ ຕັ້ງເປົ້າໝາຍເພື່ອດຶງດູດຜູ້ມີຄວາມສາມາາດຈາກ ສປປ ລາວ ຫວຽດນາມ ແລະ ເນປານ.

ພ້ອມກັນນີ້ ລັດຖະບານຮ່ອງກົງຈະຜ່ອນຜັນກົດເກນວີຊ່າທີ່ກ່ຽວຂ້ອງກັບການຈ້າງງານໃຫ້ກັບຊາວຫວຽດນາມ ທີ່ມີທັກສະ ແລະ ຄວາມສາມາດ ເຊິ່ງຈະຊ່ວຍໃຫ້ເຂົ້າໄປສະແຫວງຫາໂອກາດໃນຮ່ອງກົງໄດ້ງ່າຍຂຶ້ນ ລວມເຖິງເຮັດທຸລະກິດ ແລະ ທ່ອງທ່ຽວໃຫ້ກັບຊາວຫວຽດນາມອີກດ້ວຍ ເຊິ່ງແຫຼ່ງຂ່າວຂອງລັດຖະບານເປີດເຜີຍວ່າ ວີຊ່າແບບເຂົ້າ-ອອກ ຫຼາຍຄັ້ງຈະອະນຸຍາດໃຫ້ນັກເດີນທາງຈາກຫວຽດນາມເຂົ້າຮ່ອງກົງໄດ້ສູງສຸດຄັ້ງລະ 14 ມື້ໃນໄລຍະເວລາ 2 ປີ.

ນອກຈາກນີ້ ຮ່ອງກົງຍັງຜ່ອນນະໂຍບາຍທີ່ຄ້າຍກັນນີ້ ໃຫ້ແກ່ປະເທດລາວ ແລະ ເນປານ ທີ່ມີຄວາມສາມາດ ສຳລັບໂອກາດໃນການຈ້າງງານ, ການເຝິກອົບຮົມ ແລະ ການສຶກສາ.​ ການເຄື່ອນໄຫວຄັ້ງນີ້ ເປັນການເປີດປະຕູທາງໂອກາດສຳລັບບັນດານັກສຶກສາ ນັກວິຊາການ ແລະ ຜູ້ມີຄວາມສາມາດຮຸ່ນໃໝ່ ທີ່ຕ້ອງການເຂົ້າໄປເຮັດວຽກໃນຮ່ອງກົງ ໂດຍຜູ້ເດີນທາງຈະຕ້ອງມີຄຸນສົມບັດກົງຕາມເກນທີ່ກຳນົດ ລວມເຖິງຕ້ອງເຄີຍເດີນທາງໄປຢ້ຽມ 2 ປະເທດຂຶ້ນໄປຢ່າງໜ້ອຍ 3 ຄັ້ງໃນໄລຍະ 3 ປີທີ່ຜ່ານມາ ຫຼື ເຄີຍໄປສຶກສາຕໍ່ ຫຼື ເຮັດວຽກວິຊາຊີບໃນຮ່ອງກົງໃນໄລຍະ 2 ປີທີ່ຜ່ານມາ.

ຮ່ອງກົງ ຈະດຳເນີນໂຄງການວີຊ່າສຳລັບນັກລົງທຶນ ພາຍໃຕ້ເງື່ອນໄຂວ່າຜູ້ລົງທຶນທີ່ມີສິດຕ້ອງລົງທຶນຂັ້ນຕ່ຳ 30 ລ້ານໂດລາຮ່ອງກົງ (ປະມານ 38 ລ້ານໂດລາສະຫະລັດ) ໃນສິນຊັບຕ່າງໆ ເຊັ່ນ: ຮຸ້ນ, ກອງທຶນ ແລະ ພັນທະບັດ. ຈຶ່ງຈະສາມາດສະໝັກໂຄງການດັ່ງກ່າວເພື່ອເຂົ້າຮ່ອງກົງໄດ້.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/