ທະນາຄານຈີນ ຮ່ວມລະບົບຊຳລະເງິນຂ້າມພົມແດນ ຈີນ-ມຽນມາ


ທະນາຄານອຸດສາຫະກຳ ແລະ ການຄ້າແຫ່ງປະເທດຈີນ (ICBC) ສາຂາຢ່າງກຸ້ງ ໄດ້ເຂົ້າຮ່ວມລະບົບການຊຳລະເງິນຂ້າມພົມແດນລະຫວ່າງທະນາຄານ (CIPS) ເພື່ອສົ່ງເສີມການໃຊ້ເງິນຢວນໃນການເຮັດທຸລະກຳຂ້າມພົມແດນລະຫວ່າງມຽນມາ ແລະ ຈີນ. ໂດຍພິທີການເຂົ້າຮ່ວມດັ່ງກ່າວຈັດຂຶ້ນເມື່ອອາທິດທີ່ຜ່ານມາ ໃນນະຄອນຢ່າງກຸ້ງ ເຊິ່ງເປັນສູນກາງການຄ້າຂອງມຽນມາ ມີຜູ້ເຂົ້າຮ່ວມກວ່າ 50 ຄົນ ທັງຄະນະເຈົ້າໜ້າທີ່ຈາກລັດຖະບານ ທະນາຄານ ແລະ ບັນດານັກທຸລະກິດ.

ພ້ອມກັນນີ້ ທະນາຄານ ICBC ສາຂາຢ່າງກຸ້ງ ເປັນ 1 ໃນທະນາຄານພານິດແຫ່ງທຳອິດທີ່ໄດ້ຮັບການອະນຸມັດໃຫ້ສາມາດໃຫ້ບໍລິການທາງການເງິນດ້ວຍສະກຸນເງິນຢວນແບບຄົບວົງຈອນ ສຳລັບການຄ້າຊາຍແດນລະຫວ່າງຈີນ ແລະ ມຽນມາ. ລວມເຖິງການເປີດບັນຊີເງິນຢວນ ການຝາກເງິນ ການຊຳລະໜີ້ ການຈັດຫາເງິນທຶນ ແລະ ການປ່ຽນເງິນຕາຕ່າງປະເທດໃຫ້ກັບລູກຄ້າຊາວມຽນມາ ແລະ ຈີນ.

ໃນຂະນະທີ່ຜູ້ວ່າການທະນາຄານກາງຂອງມຽນມາເປີດເຜີຍວ່າ ການເຂົ້າຮ່ວມລະບົບການຊຳລະເງິນດັ່ງກ່າວ ຈະຊ່ວຍໃຫ້ການຊຳລະເງິນຂ້າມພົມແດນລະຫວ່າງມຽນມາ ແລະ ຈີນ ມີຄວາມວ່ອງໄວຂຶ້ນຢ່າງມີວິໄນ. ນອກຈາກນີ້ ການຄ້າແບບທະວີພາຄີ ການລົງທຶນ ແລະ ກະແສເງິນສົດລະຫວ່າງທັງ 2 ປະເທດ ຈະເພີ່ມຂຶ້ນຫຼາຍອີກດ້ວຍ.

ທີ່ມາ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/