ສປປ ລາວ  ມີມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າ ປະຈຳເດືອນ ເມສາ 2022 ປະມານ 950 ລ້ານໂດລາ ຂາດດຸນການຄ້າປະມານ 102 ລ້ານໂດລາ


ຈາກການລາຍງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ ໃນວັນທີ 18 ພຶດສະພາ 2022 ນີ້ ແມ່ນໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 526 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາສະຫະລັດ.

ໃນຈຳນວນດັ່ງກ່າວມີສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 424 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ຄຳປະສົມ, ຄຳແທ່ງ ມີມູນຄ່າປະມານ 45 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 28 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 17 ລ້ານໂດລາສະຫະລັດ ແລະ ຝຸ່ນ (ປຸ໋ຍ) ມີມູນຄ່າປະມານ 39 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 526 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 41 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 62 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 43 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຍື່ອເຈ້ຍ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ນີ້ ແມ່ນຍັງບໍ່ທັນກວມເອົາມູນຄ່າການສົ່ງອອກໄຟຟ້າ.

ຂອບໃຈຂໍ້ມູນຈາກ: https://cutt.ly/pHEubs1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/