ພິດຊ່າໜ້າໝາກນັດຫຼີກໄປ! Pizza Hut ອອກເມນູໃໝ່ “ພິດຊ່າໄກ່ເຄັມຂອບໂອຣິໂອ້”


ທຸກມື້ນີ້ ຖ້າເວົ້າເຖິງເລື່ອງການຄິດຄົ້ນເມນູອາຫານໃໝ່ໆ ທີ່ມັນແປກແຫວກແນວ  ທີ່ບໍ່ວ່າຈະເອົາອາຫານຄາວມາປົນກັບອາຫານຫວານ, ເອົາອາຫານຣົດຊາດເຂັ້ມຂຸ້ນມາປົນກັບເຂົ້າໜົມ ຫຼື ແມ່ນແຕ່ເອົາແມງໄມ້ໄປເປັນສ່ວນປະສົມຂອງກະແລ້ມ  ເຮົາກໍໜ້າຈະເຄີຍເຫັນຜ່ານຕາມາແລ້ວ.

ແຕ່ເຖິງຢ່າງນັ້ນ ສູດເມນູອາຫານແປກໆກໍໄດ້ຮັບຄວາມນິຍົມຈົນໜ້າຕົກໃຈ ຫຼື ໃນບາງກໍລະນີແມ່ນບໍ່ມີຄົນຄິດຈະກິນມັນເລີຍກໍມີ.

ເຊັ່ນດຽວກັນກັບເຟຣນຊາຍຂາຍພິດຊ່າຊື່ດັງ ຢ່າງ Pizza Hut ໃນໄຕ້ຫວັນ ທີ່ເມື່ອບໍ່ດົນມານີ້ໄດ້ອອກມາເປີດຕົວເມນູໃໝ່  ເອີ້ນນ້ຳຍ່ອຍກັບຜູ້ທີ່ຢາກລອງຂອງແປກ ໂດຍເມນູນັ້ນກໍຄື “ພິດຊ່າໄກ່ເຄັມ”  (鹽酥雞比薩) ເຊິ່ງມັນໄດ້ກາຍເປັນກະແສ ແລະ ເປັນທີ່ເວົ້າເຖິງຢ່າງຫຼວງຫຼາຍ.

ໂດຍ ”ພິດຊ່າໄກ່ເຄັມ” ທີ່ເປັນເມນູໃໝ່ຂອງ Pizza Hut ນີ້ຟັງເບິ່ງນີ້ມັນອາດຈະທຳມະດາແມ່ນບໍ? ແຕ່ຖ້າເຈົ້າໄດ້ມາເຫັນສ່ວນປະສົມທີ່ຢູ່ໃນໜ້າຂອງພິດຊ່ານີ້ ເຈົ້າຈະປ່ຽນຄວາມຄິດໄປທັນທີເລີຍ.

ເພາະວ່າມັນມີສ່ວນປະສົມທີ່ເປັນ ຈືນໄກ່ເຄັມໄຕ້ຫວັນ, ໝຶກ, ຫົວຫອມບົ່ວໃຫຍ່, ຖຽນປູ໋ລ່າ (甜不辣: ປາບົດປະສົມແປ້ງຈືນແບບໄຕ້ຫວັນ) ແລະ ເຂົ້າໜົມ ໂອຣິໂອ້ ທີ່ເປັນສ່ວນປະສົມທີ່ຕິດຢູ່ຂອບຂອງພິດຊ່າ ແລະ ມັນກໍໜ້າຈະບໍ່ເຂົ້າກັນປານໃດ.

ນອກຈາກນີ້ ມີການເປີດເຜີຍວ່າ ເບື້ອງຫຼັງພິດຊ່າໄກ່ເຄັມນີ້ ຄືການທີ່ຄົນກິນພິດຊ່າຈະຄ່ອຍໆ ໄດ້ສຳພັດຣົດຊາດອາຫານຈາກຂອງຄາວ ໄປຫາຂອງຫວານທີ່ເປັນຂອບຂອງພິດຊ່າ. ທັງນີ້ ຄົນທີ່ໄດ້ລອງກິນເມນູນີ້ແລ້ວ ກໍໄດ້ບອກວ່າ “ມັນຣົດຊາດດີກວ່າທີ່ພວກເຂົາຄິດໄວ້” ອີກ.

ໂດຍເມນູພິດຊ່າໄກ່ເຄັມທອດນັ້ນ ແມ່ນເລີ່ມເປີດຂາຍຕັ້ງແຕ່ວັນທີ 10 ພຶດສະພາ 2022 ທີ່ຜ່ານມາ ເຊິ່ງມີລາຄາ 399 NT$ ຫຼື ປະມານ 210,000 ກີບ.

ໃນອະນາຄົດບໍ່ແນ່ວ່າ ຖ້າ Pizza Hut ເຂົ້າມາປະເທດລາວ ເຮົາກໍໜ້າຈະໄດ້ເຫັນພິດຊ່າໜ້າ ແກງໜໍ່ໄມ້ ຫຼື ໜ້າຕຳໝາກຫຸ່ງ ກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/