MotoGP ກຽມຍົກເລີກ ໝາຍເລກ 46 ເພື່ອເປັນກຽດໃຫ້ Valentino Rossi ຕຳນານວົງການສອງລໍ້


ຖ້າເວົ້າເຖິງ ວົງການ MotoGP ແຟນໆນັກແຂ່ງສອງລໍ້ ຄົງຈະບໍ່ມີໃຜບໍ່ຮູ້ຈັກກັບ ວາເລັນຕິໂນ່ ຣອສຊີ່ (Valentino Rossi) ນັກບິດຈາກ ອິຕາລີ ແຊ້ມໂລກ MotoGP 9 ສະໄໝ ໝາຍເລກ 46 ຕຳນານທີ່ຍັງລົງສະໜາມໃນປັດຈຸບັນນີ້.

ປະຕິເສດບໍ່ໄດ້ວ່າ ເມື່ອເຮົານຶກເຖິງ ຣອສຊີ່ ອີກສິ່ງໜຶ່ງທີ່ເຮົາຄິດຕາມມາກໍຄົງຈະແມ່ນ ໝາຍເລກ 46 ທີ່ລາວໃຊ້ຕະຫຼອດອາຊີບການແຂ່ງລົດຂອງລາວ. ເຊິ່ງເບີດັ່ງກ່າວ ກຳລັງຈະກາຍເປັນຂອງລາວໃນ MotoGP  ພຽງຜູ້ດຽວ. ເມື່ອຝ່າຍຈັດການ​ແຂ່ງ​ຂັນ MotoGP ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຍົກເລີກ ໝາຍເລກ 46 ບໍ່ໃຫ້ນັກແຂ່ງຄົນອື່ນໄດ້ໃຊ້ ເພື່ອເປັນກຽດໃຫ້ ຣອສຊີ່. ໂດຍຈະ​ມີ​ການ​ຈັດ​ພິ​ທີ​ຍົກ​ເລີກ​​ໝາຍ​ເລກໃຫ້ກັບລາວຢ່າງສົມກຽດ ໃນການແຂ່ງຂັນ Italian Grand Prix ທີ່ສະໜາມ Mugello ວັນທີ 27-29 ພຶດສະພາ ທີ່ຈະມາຮອດນີ້.

ທາງ MotoGP ໄດ້ລະບຸວ່າ ຈະຍົກເລີກໝາຍເລກ 46 ໃນຮຸ່ນຂອງ MotoGP ເທົ່ານັ້ນ, ສ່ວນໃນຮຸ່ນອື່ນ ບໍ່ວ່າຈະເປັນ Moto2 ແລະ Moto3 ຍັງຈະສາມາດໃຊ້ໝາຍເລກ 46 ໄດ້ຕາມປົກກະຕິ.

ຂອບໃຈຂໍ້ມູນຈາກ: https://cutt.ly/GHcgebg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/