ສປປ ລາວ ກຳລັງຈະຫັນເປັນ ສັງຄົມດິຈິຕອນ ເສດຖະກິດດິຈິຕອນ ລັດຖະບານດິຈິຕອນ


ງານສັບປະດາດິຈິຕອນ 2024 (Digital Week) ຈະຈັດຂຶ້ນໃນລະຫວ່າງວັນທີ 10-14 ມັງກອນ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງງວຽງຈັນ, ພາຍໃຕ້ ຄໍາຂວັນ: “ຫັນເປັນດິຈິຕອນ ເພື່ອຫັນປ່ຽນ ການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນະພາບໃໝ່ ແລະ ເພີ່ມທະວີການເຊື່ອມຈອດຢ່າງແຂງແຮງ” ຫຼື ເປັນພາສາອັງກິດ ແມ່ນ “Digital Transformation towards the Greater Socio-Economy Development and Resilient Connectivity” ເຊິ່ງມີຈຸດປະສົງເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ; ເພື່ອສົ່ງເສີມການນໍາໃຊ້ ເຕັກໂນໂລຊີນະວັດຕະກຳ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT), ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການພັດທະນາເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າ ເພີ່ມ, ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອລ ຂອງ ສປປ. ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີອາຊຽນ ແລະ ສາກົນ ເປັນຕົ້ນແມ່ນການແຂ່ງຂັນ ASEAN ICT Award 2024.

ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 17 ພະຈິກ 2024 ນີ້ວ່າ: ງານສັບປະດາດິຈິຕອລ 2024 ເປັນງານມະຫາກຳດ້ານເຕັກໂນໂລຊີ ແລະ ການສື່ສານ ພາຍໃນງານຈະມີການວາງສະແດງເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ນະວັດຕະກຳຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນ 100 ກວ່າ ຮ້ານວາງສະແດງ ພ້ອມນັ້ນຍັງຈະປະກອບມີຫຼາຍກິດຈະກໍາຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ກອງປະຊຸມລະດັບສູງ ທີ່ໄດ້ເຊື້ອເຊີນບັນດາລັດຖະມົນຕີຈາກປະເທດອ້ອມຂ້າງເຂົ້າຮ່ວມ; ກອງປະຊຸມສຳມະນາເປັນຕົ້ນແມ່ນ ເຕັກໂນໂລຊີ ອຸດສາຫະກຳ 4.0, ເສດຖະກິດດິຈິ ຕອນ, ເຕັກໂນໂລຊີອັດສະລິຍະ ແລະ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ(Blockchain); ເວທີການພົບປະ (Networking) ເພື່ອສົນທະນາ ປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາ ການແຂ່ງຂັນ Lao ICT Awards 2024, ການແຂ່ງຂັນຄວາມປອດໄພທາງໄຊເບີ, Start-up, ແລະ ນະວັດຕະກໍາຕ່າງໆ ແລະ ພິເສດ ໃນງານຄັ້ງນີ້ ຈະໄດ້ມີພິທີປະກາດ ວັນດິຈິຕອນ ຂອງ ສປປ ລາວ ຄື ວັນທີ 10 ມັງກອນ ເຊິ່ງຈະເປັນເຫດການປະຫວັດສາດ ທີ່ສໍາຄັນ ໃນການຫັນເປັນທັນສະໄໝແບບດິຈິຕອນ ຂອງ ສປປ ລາວ.

ພ້ອມນັ້ນ, ຍັງຈະເປັນການເປີດໂອກາດ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ, ສົ່ງເສີມ ແລະ ເຜີຍແຜ່ ການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ນະວັດຕະກຳ, ອຸດສາຫະກໍາການຜະລິດ, ການບໍລິການ ການພັດທະນາຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ແລະ ການສື່ສານ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/