ຕົວະໃຫ້ຕາຍໃຈ! ລາຄາຂອງ Bitcoin ໄດ້ກັບມາຢືນຢູ່ເໜືອລະດັບ 37,000 ໂດລາອີກຄັ້ງ ຫຼັງຈາກທີ່ລາຄາຫຼຸດລົງໄປແຕະຈຸດຕໍ່າສຸດໃນມື້ວານນີ້


ລາຄາ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 7% ໃນ 24 ຊົ່ວໂມງທີ່ຜ່ານມາ, ເຮັດໃຫ້ BTC ຂຶ້ນໄປທົດສອບແນວຕ້ານຄືນໃໝ່ຢູ່ທີ່ 38,000 ໂດລາອີກຄັ້ງ. ແຕ່ທັງນີ້ Bitcoin ກໍຍັງບໍ່ສາມາດບັນລຸແນວຕ້ານນີ້ໄປໄດ້, ໂດຍໃນປັດຈຸບັນ ລາຄາຂອງ Bitcoin ໄດ້ຫຼຸດລົງມາເລັກນ້ອຍ.

ກຣາຟ BTCUSD ຈາກ TradingView ໄດ້ເປີດເຜີຍໃຫ້ເຫັນວ່າລາຄາຂອງ BTC ໄດ້ກັບຄືນສູ່ລະດັບທີ່ຜ່ານມາອີກຄັ້ງ. ຫຼັງຈາກທີ່ລາຄາຂອງຫຼຽນໄດ້ຫຼຸດລົງໄປແຕະຈຸດຕໍ່າສຸດທີ່ 34,700 ໂດລາໃນມື້ວານນີ້ ກ່ອນທີ່ຈະເພີ່ມຂຶ້ນມາຢືນເໜືອລະດັບ 37,000 ໂດລາໃນຕອນເຊົ້າມືດຂອງມື້ນີ້. ໂດຍລາຄາຂອງ Bitcoin ທີ່ຊື້ຂາຍກັນໃນຂະນະທີ່ຂຽນຢູ່ທີ່ 37,478 ໂດລາ

ສໍາລັບສາເຫດຂອງລາຄາ Bitcoin ທີ່ເພິ່ມຂຶ້ນນັ້ນຍັງບໍ່ທັນເປັນທີ່ຊັດເຈນວ່າເກີດຂຶ້ນຍ້ອນຫຍັງ, ເຖິງແມ່ນວ່າລາຄາຂອງ Bitcoin ກ່ອນໜ້ານີ້ໄດ້ຫຼຸດລົງຕໍ່າກວ່າລະດັບ 35,000 ໂດລາ. ທັງນີ້ອາດເປັນໄປໄດ້ວ່າ Bitcoin ອາດຈະມາຮອດຈຸດທີ່ຕໍ່າສຸດໃນເຊີງເຕັກນິກທີ່ໄດ້ຄາດການໄວ້ ເຮັດໃຫ້ລາຄາຂອງ Bitcoin ດີດຕົວເພີ່ມຂຶ້ນມາຢ່າງຫຼວງຫຼາຍ.

ຢ່າງໃດກໍຕາມ, ນັກລົງທຶນ ແລະ ນັກວິເຄາະໄດ້ຄາດການວ່າລາຄາຂອງ Bitcoin ມີທ່າອ່ຽງທີ່ຈະເພີ່ມຂຶ້ນຕື່ມອີກ, ໂດຍມີເປົ້າໝາຍທີ່ລະດັບ 40,000 ໂດລາ ຫຼື ຫຼາຍກວ່ານັ້ນໃນທ້າຍປີ 2023 ແລະ ແກ່ຍາວໄປຈົນເຖິງຕົ້ນປີ 2024. ແລະແນ່ນອນວ່າ, ຫຼາຍຄົນໄດ້ເວົ້າເປັນສຽງດຽວກັນວ່າ “ຕະຫຼາດໝີໄດ້ສິ້ນສຸດລົງ”
ນອກຈາກນີ້ຍັງມີແຮງກະຕຸ້ນຈາກລໍຖ້າການອະນຸມັດຂອງ Bitcoin spot ETF ຈາກ SEC, ເຊິ່ງຫຼາຍຄົນຄາດການວ່າຈະໄດ້ຮັບການອະນຸມັດໃນໄວໆນີ້.

ທີ່ມາ:

siamblockchain

fxstreet

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/