ວິງເກີ້ ເປັດເພດຜູ້ ລົງແຂ່ງຂັນແລ່ນມາຣາທອນ ຮຸ່ນເຍົາວະຊົນ ໄລຍະ 1 ກິໂລແມັດ ກາຍເປັນເປັດທີ່ແລ່ນໄວທີ່ສຸດໃນໂລກ


ໃນ​ງານ​ກິລາ​ແລ່ນ​ມາຣາທອນ Long Island Marathon ທີ່ New York ໄດ້ມີຈຸດເດັ່ນທີ່ດຶງດູດສາຍຕາຂອງຄົນໃນງານມາຈົນໝົດນັ້ນກໍຄື ວິງເກີ້ ເປັດສີຂາວເພດຜູ້ ໄດ້ເຂົ້າຮ່ວມການແຂ່ງຂັນ ກັບມະນຸດແບບບໍ່ສົນໃຜ ຈົນສາມາດສ້າງສະຖິຕິເປັນເປັດທີ່ແລ່ນໄວທີ່ສຸດໃນໂລກໄປ ຄອບຄອງໄດ້ຢ່າງສະບາຍໆ.

ໂດຍການ​ແຂ່ງຂັນ​ແລ່ນມາຣາທອນ Long Island Marathon ວິງເກີ້ ​ໄດ້ລົງ​ແຂ່ງຂັນ​ໃນ​ປະເພດເຍົາວະຊົນ ໄລຍະທາງ 1 ກິໂລແມັດ, ​ເຊິ່ງສາມາດແລ່ນເຂົ້າເສັ້ນໄຊໄດ້ ໃນ​ເວລາ 18 ນາທີ 8 ວິນາທີ ດ້ວຍ​ຄວາມ​ໄວ​ສະ​ເລ່ຍ 3.31 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ​ເຫດຜົນ​ທີ່​ໄດ້​ຮັບ​ຮາງວັນ​ທີ 1ນີ້ກໍ​ຍ້ອນ​ວ່າ ວິງເກີ້ເປັນເປັດໂຕດຽວທີ່ໄດ້ແຂ່ງຂັນ.

ໃນການແຂ່ງຂັນນີ້ ວິງເກີ້ ແມ່ນບໍ່ໄດ້ນ້ອຍໜ້າກວ່າ ນັກແລ່ນຄົນອື່ນໆທີ່ໃສ່ເກີບຍີ່ຫໍ້ດັງໆ ລາຄາແພງໆ ເລີຍ ເນື່ອງຈາກວ່າວິງເກີ້ໄດ້ໃສ່ເກີບແລ່ນແບບພິເສດທີ່ເຈົ້າຂອງປະດິດໃຫ້ໂດຍສະເພາະ ເພື່ອປ້ອງແຮງກະທົບ ໃນຂະນະທີ່ແລ່ນໃນພື້ນຄອນກີດ. ຕະຫຼອດເສັ້ນທາງທີ່ແລ່ນ ແມ່ນມີຜູ້ຊົມຂ້າງສະໜາມ ສົ່ງສຽງເຊຍໃຫ້ວິງເກີ້ ແລ່ນຢ່າງຕັ້ງໜ້າ ແລະ ມ່ວນຊື່ນ.

ສຳລັບ ວິງເກີ້ ແມ່ນເລີ່ມເປັນທີ່ຮູ້ຈັກຕັ້ງແຕ່ປາກົດຕົວໃນງານແລ່ນ New York Marathon 2021 ເມື່ອເດືອນ ພະຈິກ ປີທີ່ຜ່ານມາ. ໂດຍໄດ້ເຂົ້າມາແລ່ນຫຼິ້ນໃນສະໜາມ ຈົນກາຍເປັນທີ່ຮືຮາ ໃນໂລກສັງຄົມອອນລາຍ ກ່ອນທີ່ເຈົ້າຂອງເປັດໂຕນີ້ຈະສ້າງ ບັນຊີ Instagram ໃຫ້ຊື່ວ່າ @seducktive ປັດຈຸບັນມີຍອດຜູ້ຕິດຕາມຫຼາຍກວ່າ 593,000 ຄົນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/