ຂ່າວດີ!!! ນັກວິທະຍາສາດ ສາມາດທົດລອງປູກພືດໃສ່ດິນຈາກດວງເດືອນໄດ້ສຳເລັດ!!!


ຕອນຍັງນ້ອຍເຮົາເຄີຍເບິ່ງຮູບເງົາ ຫຼື ຈິນຕະນາການວ່າມີຕົ້ນໄມ້ໃບຫຍ້າຢູ່ເທິງດວງດາວຕ່າງໆ ແຕ່ໃນຄວາມເປັນຈິງ ສະພາບແວດລ້ອມຕ່າງໆເທິງດວງດາວນັ້ນບໍ່ສາມາດປູກຕົ້ນໄມ້ໄດ້ ຫຼື ເປັນໄປໄດ້ຍາກ. ແຕ່ຫຼ້າສຸດ ສິ່ງເຫຼົ່ານັ້ນກຳລັງຈະເປັນຈິງ ເມື່ອນັກວິທະຍາສາດສາມາດປູກພືດຈາກດິນດວງເດືອນໄດ້ສຳເລັດ!

ນັບຕັ້ງແຕ່ມີພາລະກິດສຳຫຼວດດວງເດືອນຂອງຍານອະວະກາດ ອະພອນໂລ 11, ອະພອນໂລ 12 ແລະ ອະພອນໂລ 17 ກໍໄດ້ເກັບຕົວຢ່າງດິນຈາກດວງເດືອນກັບມາໂລກ ເພື່ອຫວັງຈະເອົາດິນເຫຼົ່ານັ້ນມາສຶກສາ ແລະ ເຮັດການວິໄຈອື່ນໆ. ຈາກດິນດັ່ງກ່າວ NASA ໄດ້ແບ່ງໃຫ້ກຸ່ມນັກວິທະຍາສາດຈາກມະຫາວິທະຍາໄລຟຼໍລິດາ 12 ກຣາມ ເມື່ອຕົ້ນປີ 2021 ເພື່ອເຮັດການວິໄຈວ່າ ດິນດວງເດືອນສາມາດປູກພືດໄດ້ຫຼືບໍ່.

ທີມນັກວິໄຈໄດ້ປູກພືດ 1 ຕົ້ນຕໍ່ດິນ 1 ກຣາມ ຫົດນ້ຳລົງໃນດິນແບບປົກກະຕິ ແລ້ວວາງໄວ້ໃນກ່ອງທີ່ຈຳລອງສະພາບແວດລ້ອມທີ່ພືດສາມາດເຕີບໃຫຍ່ໄດ້. ຈົນຜ່ານໄປ 2 ມື້ ພືດກໍເລີ່ມແຕກໜໍ່ ແລະ 1 ອາທິດຜ່ານໄປພືດດັ່ງກ່າວກໍບໍ່ແຂງແຮງເທົ່າພືດປົກກະຕິ. ແຕ່ນີ້ກໍຖືວ່າເປັນຂ່າວດີໃນການຕໍ່ຍອດການວິໄຈຕໍ່ໄປໄດ້ໃນອະນາຄົດ.

ການສຶກສານີ້ ເປັນສ່ວນໜຶ່ງໃນໂຄງການ Artemis ຂອງ NASA ທີ່ວາງແຜນຈະສົ່ງນັກບິນອະວະກາດໄປດວງເດືອນອີກຄັ້ງ ໂດຍຈະສ້າງຖານ Artemis Base Camp ຖານທີ່ຢູ່ອາໄສຂອງມະນຸດໃນໄລຍະ 2 ເດືອນເພື່ອສຳຫຼວດດວງເດືອນ ແລະ ເກັບຂໍ້ມູນຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/