ລາຍງານໃໝ່ເຜີຍວ່າມີຄົນອີກຫຼາຍກວ່າ 3.200 ລ້ານຄົນທົ່ວໂລກ ທີ່ຍັງເຂົ້າບໍ່ເຖິງອິນເຕີເນັດໂທລະສັບມືຖື


ປັດຈຸບັນ ເຮົາຢູ່ໃນຍຸກທີ່ອິນເຕີເນັດໄດ້ກາຍເປັນສ່ວນໜຶ່ງຂອງການດໍາລົງຊີວິດຂອງຫຼາຍໆຄົນໄປແລ້ວ. ຢ່າງໃດກໍຕາມ ເຖິງເຮົາຈະຄຸ້ນເຄີຍກັບອິນເຕີເນັດເປັນຢ່າງດີ ແຕ່ໃນອີກຟາກໜຶ່ງຂອງໂລກຍັງມີຄົນທີ່ເຂົ້າບໍ່ເຖິງອິນເຕີເນັດໂທລະສັບມືຖື ເນື່ອງຈາກມີລາຍງານຫຼ້າສຸດຂອງ GSMA (ອົງກອນກໍາກັບດູແລມາດຕະຖານການສື່ສານ) ໄດ້ອອກມາລະບຸວ່າ ປະຊາກອນໂລກ 95% ອາໄສຢູ່ໃນພື້ນທີ່ທີ່ສັນຍານອິນເຕີເນັດມືຖືຄອບຄຸມເຖິງ ແຕ່ມີພຽງປະຊາກອນ 60% ເທົ່ານັ້ນທີ່ເຂົ້າເຖິງການໃຊ້ງານອິນເຕີເນັດມືຖື ຫຼື ຄິດເປັນຈຳນວນ 3.200 ລ້ານຄົນທີ່ເຂົ້າບໍ່ເຖິງອິນເຕີເນັດ.

ໂດຍ GSMA ຊີ້ວ່າ ມີ 4 ຂໍ້ສຳຄັນທີ່ຊີ້ວ່າເປັນຫຍັງຈຶ່ງມີຈຳນວນຄົນຫຼາຍຂະໜາດນີ້ທີ່ເຂົ້າບໍ່ເຖິງການໃຊ້ສັນຍານອິນເຕີເນັດມືຖື ເຊິ່ງໄດ້ແກ່ ການຂາດຄວາມຮູ້ຄວາມສາມາດທາງດິຈິຕອນ, ການບໍ່ມີເງິນພຽງພໍທີ່ຈະຊື້ໂທລະສັບ, ການຂາດການເຂົ້າເຖິງເນື້ອຫາແລະບໍລິການທີ່ກ່ຽວຂ້ອງ ແລະສຸດທ້າຍຄືຂໍ້ຄໍານຶງເລື່ອງຄວາມປອດໄພ.

ຈາກລາຍງານລະບຸວ່າ 94% ຂອງຄົນທີ່ຍັງເຂົ້າບໍ່ເຖິງເຄືອຂ່າຍມືຖືແມ່ນມາຈາກປະເທດທີ່ມີລາຍຮັບຕໍ່າແລະປະເທດທີ່ມີລາຍໄດ້ປານກາງ ສ່ວນໃຫຍ່ແມ່ນມາຈາກພື້ນທີ່ຫ່າງໄກແລະໃນຈໍານວນນີ້ສ່ວນໃຫຍ່ຈະເປັນຜູ້ຍິງ.

GSMA ລະບຸວ່າການບໍ່ສາມາດເຂົ້າເຖິງອິນເຕີເນັດ ເຮັດໃຫ້ປະຊາກອນເຫຼົ່ານີ້ບໍ່ສາມາດເຂົ້າເຖິງຂໍ້ມູນແລະບໍລິການກ່ຽວກັບການແພດ, ການສຶກສາ, e-Commerce (ການດໍາເນີນທຸລະກິດໂດຍໃຊ້ເຄື່ອງມືອີເລັກໂທຣນິກ), ບໍລິການທາງການເງິນ ແລະ ໂອກາດທາງລາຍໄດ້ ພ້ອມຍັງເຮັດໃຫ້ພວກເຂົາຕອບສະໜອງຕໍ່ເຫດການທີ່ສໍາຄັນໄດ້ໜ້ອຍລົງ ເຊັ່ນ ໂຣກລະບາດ, ພາວະໂລກຮ້ອນ ແລະ ຄ່າຄອງຊີບສູງ.

ແມັດສ໌ ແກຣນຣິດ (Mats Granryd) ຜູ້ອຳນວຍການຂອງ GSMA ຮຽກຮ້ອງໃຫ້ ລັດຖະບານແລະອົງກອນຕ່າງໆທົ່ວໂລກ ເຮັດວຽກຮ່ວມກັບອຸດສາຫະກໍາໂທລະສັບມືຖື ແລະໃຫ້ການເຂົ້າເຖິງດິຈິຕອນເປັນເປົ້າໝາຍສູງສຸດທີ່ແທ້ຈິງ.

ແກຣນນິດເຊື່ອວ່າການເຮັດໃຫ້ທຸກຄົນເຂົ້າເຖິງເຄືອຂ່າຍອິນເຕີເນັດໂທລະສັບມືຖືຈະຊ່ວຍຍົກລະດັບການຟື້ນຟູທາງເສດຖະກິດ ພັດທະນາການຂັບເຄື່ອນທາງສັງຄົມແລະຄວາມສະເໝີພາບທາງເພດ ແລະແປງສະພາບຄຸນະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນທົ່ວໂລກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/