ພາມາສ່ອງແນວຄິດການສ້າງເຮືອແບບໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມ ຈາກວັດສະດຸໄບໂອໂພລີເມີຈາກສາຫຼ່າຍແລະຂີ້ເຫຍື້ອພລາສຕິກ

ສ້າງເຮືອ

ໃນຍຸກແຫ່ງປັດຈຸບັນນີ້ເຊື່ອວ່ານະວັດຕະກໍາ ຫຼືແນວຄິດໃດທີ່ເປັນມິດຕໍ່ສິ່ງແວດລ້ອມແມ່ນໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກ ເຊັ່ນດຽວກັນກັບທີມນັກອອກແບບຈາກບໍລິສັດ Furf Design ແລະ Cesar Pieri ທີ່ຫຼ້າສຸດນີ້ໄດ້ອອກມານຳສະເໜີແນວຄິດໃໝ່ໃນການສ້າງເຮືອໃບທີ່ເປັນມິດກັບສິ່ງແວດລ້ອມ ໂດຍການຣີໄຊເຄິລຂີ້ເຫຍື້ອພລາສຕິກໃນທະເລມາໃຊ້ງານໃໝ່ ເພື່ອຮ່ວມເປັນສ່ວນໜຶ່ງໃນການລົດປະລິມານຂີ້ເຫຍື້ອໃນທະເລ.

ສ້າງເຮືອ

ສໍາລັບການອອກແບບເຮືອແມ່ນມີລັກສະນະແປກໃໝ່ເປັນຮູບຊົງວົງມົນຄ້າຍຄືດວງຕາເວັນ ໂດຍໄດ້ຮັບແຮງບັນດານໃຈມາຈາກປີກຂອງເຮືອທີ່ມີຄວາມລ້ຳສະໄໝ ທາສີດ້ວຍສີເຫຼືອງແຫ່ງດວງຕາເວັນ ແລະ ເປັນທີ່ມາຂອງເຮືອລໍານີ້ວ່າ “ດວງຕາເວັນທີສອງ” (second sun).

ສ້າງເຮືອ

ແລະຈຸດເດັ່ນອີກຢ່າງໜຶ່ງຂອງເຮືອລຳນີ້ແມ່ນ ໂຄງສ້າງໂປ່ງໃສຂອງລໍາຕົວເຮືອທີ່ພັດທະນາມາຈາກໄບໂອໂພລີເມີຈາກສາຫຼ່າຍໃນທະເລ ເຊິ່ງໄດ້ຮັບແຮງບັນດານໃຈການອອກແບບມາຈາກງານຂະໜາດໃຫຍ່ໃນທະເລປະສົມໂຄງສ້າງພາຍໃນແລະຜ້າທີ່ໄດ້ຮັບການຄັດແຍກອອກມາຈາກຂີ້ເຫຍື້ອໃນມະຫາສະໝຸດ ຈາກໂຄງສ້າງໂປ່ງໃສ ທີ່ເຊື່ອມຜູ້ໃຊ້ເຮືອກັບທ້ອງທະເລຢ່າງແທ້ຈິງ.

ສ້າງເຮືອ

ທັງນີ້ ເນື່ອງຈາກຂະໜາດຂອງເຮືອທີ່ບໍ່ໃຫຍ່ພໍປານໃດ ເຮັດໃຫ້ສາມາດຮອງຮັບລູກເຮືອໄດ້ພຽງບໍ່ເທົ່າໃດຄົນ. ສະນັ້ນ ເຮືອດວງຕາເວັນທີສອງນີ້ຈຶ່ງເໝາະສົມສຳລັບການທ່ອງທ່ຽວ, ກິດຈະກຳລ່ອງເຮືອເພື່ອການພັກຜ່ອນ. ນອກຈາກການອອກແບບເຮືອໃບລໍາດັ່ງກ່າວແລ້ວ ບໍລິສັດ Furf Design ແລະ Cesar Pieri  ຍັງມີຜົນງານອື່ນໆ ທີ່ໜ້າສົນໃຈເພີ່ມຕື່ມເຊັ່ນ ແຂນຂາທຽມຈາກວັດສະດຸຊະນິດໃໝ່, ຜ້າພັນຄໍທີ່ໃຫ້ຄວາມອົບອຸ່ນແກ່ຜູ້ສວມໃສ່ ລວມໄປເຖິງຜົນງານປະດິດທີ່ເປັນມິດກັບສິ່ງແວດລ້ອມອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/