ລັດຖະບານ ສ້າງເງື່ອນໄຂໃຫ້ຜູ້ຜະລິດສິນຄ້າອຸດສາຫະກຳປຸງແຕ່ງ ເພື່ອທົດແທນການນຳເຂົ້າ


ລັດຖະບານ ຈະຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ຜູ້ປະກອບການພາຍໃນ ຜະລິດສິນຄ້າອຸດສາຫະກຳປຸງແຕ່ງ ເພື່ອທົດແທນການນຳເຂົ້າ ເປັນຕົ້ນການຜະລິດປຸ໋ຍ ແລະ ຝຸ່ນ ເຊິ່ງປັດຈຸບັນມີ 103 ໂຮງງານດຳເນີນການຜະລິດ ແລະ ມີກຳລັງການຜະລິດ 926.230 ໂຕນ/ປີ. 

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ ໄລຍະ 3 ປີຜ່ານມາ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 2 ພະຈິກ ໂດຍຊີ້ໃຫ້ເຫັນຕື່ມວ່າ:  ສຳລັບວຽກຈຸດສຸມການສ້າງຄວາມເຂັ້ມແຂງ ດ້ານການເກັບລາຍຮັບງົບປະມານ ແມ່ນໄດ້ວາງ ແລະ ຈັດຕັ້ງປະຕິບັດຄໍາສັ່ງເລກທີ 18/ນຍ ເພື່ອຊຸກຍູ້ການເກັບລາຍຮັບງົບປະມານ ໃຫ້ບັນລຸຕາມແຜນການ. ພ້ອມທັງ ສືບຕໍ່ຊຸກຍູ້ການຫັນເປັນທັນສະໄໝ ໃນລະບົບການເກັບລາຍຮັບງົບປະມານ ເປັນຕົ້ນ ຍົກລະດັບລະບົບຕິດຕາມ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າຜ່ານລະບົບ ອາຊີກູດາ (ASYCUDA) ມາເປັນລະບົບແຈ້ງພາສີປະຕູດຽວແຫ່ງຊາດອາຊີກູດາຝຣັດ (NSWA+); ຂະຫຍາຍການນຳໃຊ້ລະບົບ TAXRIS ແລະ ລະບົບຂໍ້ມູນຂ່າວສານຄຸ້ມຄອງຊັບສິນແຫ່ງລັດ ແບບເອເລັກໂທນິກ (AMIS), ພ້ອມນັ້ນ, ໄດ້ພັດທະນາລະບົບເຊື່ອມໂຍງ ຂໍ້ມູນກັບຖານລາຍຮັບ ຂອງຂະແໜງການຕ່າງໆ. 

ສຳລັບໃນປີ 2024 ລັດຖະບານຈະສຸມໃສ່ການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ໂດຍສ້າງເງື່ອນໄຂ ແລະ ຊຸກຍູ້ຜູ້ປະກອບການ ເຂົ້າຮ່ວມໂຄງການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າໃນ 2 ປະເພດບັນຊີ ໂດຍສະເພາະພືດໃນບັນຊີພືດ-ສັດຫ້າມນໍາເຂົ້າ. ພ້ອມທັງຂະຫຍາຍແຫຼ່ງທຶນ ໃຫ້ແກ່ກຸ່ມການຜະລິດ ແລະ ດຶງດູດໂຄງການລົງທຶນຕ່າງປະເທດ,

ເລັ່ງແກ້ໄຂສິ່ງກີດຂວາງຕ່າງໆ ລວມທັງຫຼຸດຕົ້ນທຶນການຜະລິດ ສໍາລັບການຜະລິດອຸດສາຫະກຳປຸງແຕ່ງພາຍໃນ ເຊັ່ນ: ປຸ໋ຍ, ຊີມັງ, ເຫຼັກ ແລະ ອື່ນໆ, ປັບປຸງຄືນນະໂຍບາຍສົ່ງເສີມການຜະລິດ ແລະ ການລົງທຶນ, ນະໂຍບາຍດ້ານພາສີ-ອາກອນ ແລະ ອື່ນໆ ເພື່ອເຮັດໃຫ້ການຜະລິດພາຍໃນບໍ່ເສຍປຽບ ໃນການແຂ່ງຂັນກັບສິນຄ້າຕ່າງປະເທດ, ພ້ອມທັງສ້າງເງື່ອນໄຂໃຫ້ມີການສົ່ງອອກ; ສືບຕໍ່ຊຸກຍູ້ການຜະລິດພືດ ທີ່ໄດ້ຮັບໂຄຕາສົ່ງອອກແລ້ວ ໂດຍສະເພາະ ເລັ່ງປັບປຸງມາດຕະຖານ ແລະ ຄຸນະພາບຕາມເງື່ອນໄຂທີ່ໄດ້ກໍານົດໃນສັນຍາແລ້ວ ສູ້ຊົນໃຫ້ມີການສົ່ງອອກຕົວຈິງຫຼາຍຂຶ້ນ; ເລັ່ງປັບປຸງ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ໂດຍສະເພາະ ເຂດທ່ອງທ່ຽວທີ່ມີຊື່ສຽງ ແລະ ປັບປຸງຂອດບໍລິການ ແລະ ການຄຸ້ມຄອງແຫຼ່ງທ່ອງທ່ຽວ ໃຫ້ໄດ້ມາດຕະຖານສາກົນ; ສູ້ຊົນດຶງດູດນັກທ່ອງທ່ຽວຕ່າງປະເທດ ໃຫ້ເກີນ 3,5 ລ້ານ ເທື່ອຄົນ ຂຶ້ນໄປ; ເລັ່ງປະເມີນຂາດຕົວການຈັດຕັ້ງປະຕິບັດ ໂຄງການທົດລອງຂຸດຄົ້ນແຮ່ ໃນໄລຍະຜ່ານມາ, ໂຄງການແຮ່ທາດທົດລອງ ທີ່ມີປະສິດທິຜົນແມ່ນຫັນເຂົ້າສູ່ກົນໄກປົກກະຕິ, ພ້ອມທັງໃຫ້ຍຸຕິໂຄງການທີ່ບໍ່ມີປະສິດທິຜົນ ແລະ ການອະນຸມັດໃໝ່, ຊຸກຍູ້ໂຄງການທົດລອງຊັບສິນດິຈິຕອນໃຫ້ສາມາດເຄື່ອນໄຫວຕາມແຜນການ.

ສຳລັບປີ 2023 ຄາດວ່າຈະສາມາດຜະລິດໄດ້ພຽງ 100.000 ໂຕນ ເພີ່ມຂຶ້ນຈາກ 60.000 ໂຕນໃນປີ 2022. ພ້ອມນັ້ນ, ກໍຍັງໄດ້ຊຸກຍູ້ສົ່ງເສີມກຸ່ມຊາວກະສິກອນຜະລິດເພື່ອນຳໃຊ້ເອງປະມານ 600.000 ໂຕນ, ເທົ່າກັບ 35% ທຽບໃສ່ຄວາມຕ້ອງການພາຍໃນ (2 ລ້ານໂຕນ/ປີ); ໄດ້ສົ່ງເສີມການຜະລິດຫົວອາຫານສັດ ເຊິ່ງໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ເພີ່ມໂຮງງານຜະລິດອາຫານສັດ 1 ແຫ່ງ (ລວມທັງໝົດ 7 ແຫ່ງ) ສາມາດຜະລິດໄດ້ ທັງໝົດ 355.600 ໂຕນ ກວມປະມານ 60% ຂອງຄວາມຕ້ອງການພາຍໃນ (592.670 ໂຕນ). ນອກຈາກນັ້ນ, ໄດ້ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ຜະລິດຊີມັງ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ, ທໍ່ຢາງ, ນໍ້າສີ, ດິນຈີ່, ນໍ້າດື່ມ ແລະ ອື່ນໆ ໃຫ້ສາມາດສະໜອງຄວາມຕ້ອງການພາຍໃນໄດ້ເປັນສ່ວນໃຫຍ່.

https://www.facebook.com/share/p/kw6M7nVE4sFrMTfu/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/