ດູໄບ ຕ້ອນຮັບ Crypto ເຂົ້າສູ່ໂລກທາງດ້ານການເງິນ ໂດຍການອະນຸມັດໃຫ້ຫຼຽນ XRP ສາມາດໃຊ້ໄດ້ໃນ DIFC


Dubai Financial Services Authority (DFSA) ອົງການບໍລິການດ້ານການເງິນຂອງດູໄບ ໄດ້ອະນຸມັດໃຫ້ XRP ສາມາດນຳໃຊ້ພາຍໃນ Dubai International Financial Center (DIFC) ສູນການເງິນນານາຊາດດູໄບໄດ້. ໂດຍຫຼຽນ XRP ນັ້ນເປັນຫຼຽນ Crypto ຕົວທຳອິດທີ່ໄດ້ຮັບການອະນຸມັດຈາກ DFSA ນັບຕັ້ງແຕ່ໄດ້ເປີດໃບສະໝັກຄໍາຮ້ອງຈາກບໍລິສັດ Crypto ພາຍນອກເພື່ອອະນຸຍາດໃຫ້ດໍາເນີນທຸລະກິດໃນສູນການເງິນນານາຊາດດູໄບ(DIFC).

Ripple ໄດ້ປະກາດການອະນຸມັດນຳໃຊ້ XRP ໃນວັນທີ 2 ພະຈິກປີ 2023. ໂດຍບໍລິສັດ crypto ທີ່ໄດ້ຮັບອະນຸຍາດຈາກ DIFC ຈະສາມາດເຊື່ອມໂຍງ XRP ເຂົ້າໃນການບໍລິການ Crypto ຂອງເຂົາໄດ້. ໂດຍ XRP ຈະເຂົ້າຮ່ວມກັບ BTC, ETH, ແລະ LTC ເຊິ່ງເປັນສິນຊັບທີ່ໄດ້ຮັບການອະນຸມັດກ່ອນໜ້ານີ້ພາຍໃຕ້ກົດລະບຽບ crypto ຂອງ DFSA.

ການອະນຸມັດຂອງ XRP ໃນຄັ້ງນີ້ຄາດວ່າຈະເຮັດໃຫ້ເກີດຄວາມຊັດເຈນທາງດ້ານກົດລະບຽບສໍາລັບ DIFC ແລະ ເຮັດໃຫ້ XRP ຖືກນໍາໃຊ້ໂດຍສະຖາບັນການເງິນ DIFC ເພື່ອເຮັດໃຫ້ການແລກປ່ຽນມູນຄ່າທົ່ວໂລກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ.

Brad Garlinghouse CO ຂອງ Ripple ໄດ້ຊົມເຊີຍຄວາມພະຍາຍາມຂອງດູໄບ ໃນການສົ່ງເສີມນະວັດຕະກໍາ ແລະ ສະໜັບສະໜູນການຮັບຮອງເອົາ crypto ມານຳໃຊ້, ພ້ອມກ່າວວ່າ: Ripple ຈະສືບຕໍ່ເພີ່ມທະວີການເຄື່ອນໄຫວທຸລະກິດຂອງຕົນໃນດູໄບ ແລະ ຈະເຮັດວຽກຢ່າງໃກ້ຊິດກັບໜ່ວຍງານຄຸ້ມຄອງດູໄບເພື່ອໃຫ້ຮັບຮູ້ເຖິງສັກກະຍະພາບຂອງ Crypto ຢ່າງເຕັມຮູບແບບ.

ການລົງທະບຽນ XRP ໃນດູໄບມີສັກກະຍtພາບທີ່ຈະປົດລັອກການຊຳລະເງິນໃນພູມີພາກໃໝ່, ລວມທັງການນໍາໃຊ້ Cryptocurrencies ອື່ນໆໃນ XRP Ledger. ການທີ່ Ripple ເລືອກ DIFC ເຊິ່ງເປັນທີ່ຕັ້ງສໍານັກງານໃຫຍ່ໃນ MENA ໃນປີ 2020, ເນື່ອງຈາກກົດລະບຽບທີ່ກ້າວໜ້າທາງດ້ານນະວັດຕະກໍາຂອງດູໄບ, ເຄືອຂ່າຍທີ່ກວ້າງຂວາງ ແລະ ຊື່ສຽງເປັນສູນກາງທາງດ້ານການເງິນຊັ້ນນໍາຂອງໂລກ. ໂດຍລູກຄ້າ Ripple ປະມານ 20% ແມ່ນອາໄສຢູ່ໃນ MENA.

ທັງນີ້ Ripple ຈະຈັດງານທີ່ສໍາຄັນຂຶ້ນໃນ Dubai ໃນວັນທີ  8 – 9 ເດືອນພະຈິກ ປີ2023, ເຊິ່ງເປັນການລວມຕົວຂອງອຸດສາຫະກໍາທາງດ້ານການເງິນ ແລະ ໜ່ວຍງານຄຸ້ມຄອງດູແລ ທີ່ຈະມາລວມຕົວກັນໃນສູນກາງທາງດ້ານການເງິນທີ່ສຳຄັນລະດັບໂລກ.

ທີ່ມາ:

businesswire

ripple

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/