ບໍລິສັດຂຸດຄົ້ນບໍ່ແຮ່ ມອບພັນທະໃຫ້ລັດຖະບານ 5 ບໍລິສັດ


ໃນບົດລາຍງານສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2022, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ແລະ ແຜນງົບປະມານແຫ່ງລັດ ປີ 2024 ຂອງກະຊວງການເງິນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 31 ຕຸລາ 2023 ໄດ້ຍົກໃຫ້ເຫັນວ່າ: ການມອບພັນທະຕ່າງໆ ຂອງ ບໍລິສັດ ບໍ່ແຮ່ ແລະ ໄຟຟ້າ ໃນໄລຍະ 10 ເດືອນຂອງປີ 2023 ມີດັ່ງນີ້:

– ບໍລິສັດ ພູເບ້ຍມາຍນິ້ງ ຈໍາກັດ 364 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 463% ເປັນເງິນ 299 ຕື້ກີບ.
– ບໍລິສັດ ລ້ານຊ້າງມີເນໂຣນ ຈໍາກັດ 460 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 59% ເປັນເງິນ 195 ຕື້ກີບ.
– ບໍລິສັດ ແຮ່ເຫຼັກ ໂກເອໂກ ຈໍາກັດຜູ້ດຽວ 191 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 435% ເປັນເງິນ 155 ຕື້ກີບ.
– ບໍລິສັດ ເທີນຫີນບູນ ພາວເວີ້ ຈໍາກັດ ປະຕິບັດໄດ້ 276 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21% ເປັນເງິນ 48 ຕື້ກີບ.
– ບໍລິສັດ ວິສາຫະກິດຖືຮຸ້ນລາວ ຈໍາກັດ ປະຕິບັດໄດ້ 121 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 751% ເປັນເງິນ 107 ຕື້ກີບ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/