ລັດຖະບານ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຂດຫ່າງໄກສອກຫຼີກ


ລັດຖະບານ ມີວິທີການ ແລະ ມາດຕະການ ກ່ຽວກັບການພັດທະນາຊົນນະບົດ ແລະ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ. ໄລຍະຜ່ານມາ ລັດຖະບານໄດ້ມີການພະຍາຍາມເອົາໃຈໃສ່ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໂດຍສະເພາະ ການລົງທຶນພື້ນຖານໂຄງລ່າງທີ່ຈຳເປັນ ໂດຍກຳນົດຈຸດສຸມທີ່ເປັນບູລິມະສິດສູນກາງ ແລະ ທ້ອງຖິ່ນ ໄລຍະ 5 ປີ 2021-2025.

ມີ 45 ຈຸດສຸມ ໃນນີ້ຈຸດສຸມພັດທະນາຊົນນະບົດໃໝ່ ເປັນຕົວເມືອງເປັນຕົວແບບໃນການພັດທະນາ ບາດກ້າວຈຸດສຸມນອນຢູ່ 17 ແຂວງ, ຈຸດສຸມຈັດພູມລຳເນົາ ແລະ ພື້ນທີ່ 25 ຈຸດ. ນອນໃນ 17 ແຂວງ 20 ເມືອງ 158 ບ້ານ. ພ້ອມນັ້ນ ກໍໄດ້ສຸມໃສ່ທຶນຮອນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ເຂດຈຸດສຸມ ແລະ ເຂດທົ່ວໄປ.

ຈະເອົາໃຈໃສ່ເປັນພິເສດບັນດາວຽກງານຈຳນວນໜຶ່ງ ດັ່ງຕໍ່ໄປນີ້:

1.ເນັ້ນສຸມໃສ່ບັນດາຂີດໝາຍສູ້ຊົນ ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຮອດປີ 2025 ຕາມມະຕິເລກທີ 20 ຂອງສະພາແຫ່ງຊາດ.

2.ພັດທະນາ 20 ຈຸດສຸມ ພັດທະນາຊົນນະບົດໃໝ່ ເພື່ອສ້າງເປັນຕົວແບບພັດທະນາ ແລະ 25 ຈຸດສຸມ ຈັດສັນພູມລຳເນົາ ແລະ ອາຊີບດ້ວຍການຄົ້ນຄວ້າຈັດລຽງບູລິມະສິດ ກຳນົດແຜນພັດທະນາ ກຳນົດໂຄງການລະອຽດ ແລະ ສຸມທຶນຮອນເຂົ້າຢ່າງມີຈຸດສຸມ ຕິດພັນກັບການພັດທະນາເຂດແຄວ້ນ ເພື່ອມີຕ່ອງໂສ້ການຜະລິດ ການບໍລິການໃນການພັດທະນາ.

3.ສຸມໃສ່ສົ່ງເສີມໂຄງການປູກພືດກະສິກຳເປັນສິນຄ້າຢູ່ເຂດຊົນນະບົດ ເພື່ອໃຫ້ປະຊາຊົນມີລາຍຮັບທີ່ໝັ້ນຄົງດ້ວຍມາດຕະການຕ່າງໆເປັນຕົ້ນການຈັດຕັ້ງກຸ່ມ ຫຼື ສະຫະກອນການຜະລິດ. ການປະຕິຮູບ ແລະ ຈັດສັນເນື້ອທີ່ ການຜະລິດຄືນໃໝ່ຕິດພັນກັບການຫັນເປັນກົນຈັກ ນຳໃຊ້ເຕັກໂນໂລຊີ ນະວັດຕະກຳໃໝ່ ໂດຍການມີສ່ວນຮ່ວມກັບໂຄງການຜູ້ປະກອບການ.

4.ເລັ່ງໃສ່ຜົນການພັດທະນາຕາມດໍາລັດ 348 ຂອງລັດຖະບານໃນແຕ່ລະປີ ເປັນການວາງແຜນພັດທະນາເສດຖະກິດຂອງແຕ່ລະທ້ອງຖິ່ນ.

5.ເປັນການປັບປຸງຈັດຕັ້ງບຸກຄະລາກອນ ຊອກວຽກງານດັ່ງກ່າວຂອງແຕ່ລະຂັ້ນ ປັບປຸງນະໂຍບາຍ ກັນໄກການປະສານງານລະບອບແບບແຜນການນຳພາ ແລະ ການເຮັດວຽກຕົວຈິງຄືນໃໝ່ຂອງຄະນະພັດທະນາຊົນນະບົດ.

6.ການຫັນເອົາໂຄງການງົບປະມານ ແລະ ພະນັກງານລົງຈັດຕັ້ງປະຕິບັດຕົວຈິງ ຢູ່ຮາກຖານຊົນນະບົດ ດ້ານການຈຸດສຸມຊົນນະບົດໃຫ້ມີປະສິດທິຜົນ ແລະ ຍືນຍົງ ປຸກລະດົມໃຫ້ຄົນມີສ່ວນຮ່ວມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/