ຈີນເພີ່ມຕົວຊ່ວຍໃນການຂົນສົ່ງພັດສະດຸດ້ວຍລົດທີ່ສາມາດຂັບເຄື່ອນແບບອັດຕະໂນມັດ ແລະ ກຽມທີ່ຈະສົ່ງຕໍ່ລົດດັ່ງກ່າວອອກສູ່ທົ່ວໂລກ


ສຳນັກຂ່າວທ້ອງຖິ່ນໃນປະເທດຈີນໄດ້ມີການລາຍງານວ່າ ຫຼັງຈາກທີ່ເທສະການ 11.11 (double Eleven) ເຊິ່ງງານມະຫະກໍາຫຼຸດລາຄາສິນຄ້າອອນລາຍທີ່ຍິ່ງໃຫຍ່ທີ່ສຸດໃນໂລກສິ້ນສຸດລົງ, ເວລາທີ່ຄຶກຄັກທີ່ສຸດສຳລັບການຂົນສົ່ງພັດສະດຸແບບດ່ວນກໍໄດ້ກັບຄືນມາອີກຄັ້ງ ແລະ ໃນຄັ້ງນີ້ ຜູ້ບໍລິໂພກຊາວຈີນກໍເລີ່ມທີ່ຈະເຫັນນະວັດຕະກຳໃໝ່ໆໄດ້ລົງມາສູ່ຖະໜົນຫົນທາງແລ້ວ ໂດຍສິ່ງນັ້ນກໍຄືຍານພາຫະນະຂົນສົ່ງພັດສະດຸທີ່ໄຮ້ຄົນຂັບ ເຊິ່ງນີ້ໄດ້ສ້າງຄວາມຕື່ນເຕັ້ນໃຫ້ສຳລັບຫຼາຍຄົນທີ່ຜ່ານໄປມາ.

ນັບແຕ່ເດືອນພະຈິກເປັນຕົ້ນມາ, ເມືອງ Yangquan ໃນ​ແຂວງ Shanxi ພາກ​ເໜືອ​ຂອງ​ຈີນ​. ເຊິ່ງໄດ້ອະນຸຍາດໃຫ້ມີການຂັບຂີ່ແບບອັດຕະໂນມັດໃນທົ່ວທຸກພື້ນທີ່ ແລະ ໄດ້ມີການນຳໃຊ້ລົດຂົນສົ່ງພັດສະດຸແບບດ່ວນທີ່ໄຮ້ຄົນຂັບມາແລ້ວ 12 ຄັນໃນການຂົນສົ່ງສິນຄ້າໃຫ້ແກ່ຜູ້ບໍລິໂພກ ໂດຍມີປະລິມານ​ການ​ຂົນ​ສົ່ງ​ແມ່ນ​ສູງ​​ເກືອບ 10,000 ລາຍການ​ຕໍ່​ມື້. ລົດຂົນສົ່ງພັດສະດຸໄຮ້ຄົນຂັບດັ່ງກ່າວໄດ້ຊ່ວຍຫຼຸດຜ່ອນເວລາໃນເຮັດວຽກຂອງພະນັກງານລົງເຖິງ 1 ຊົ່ວໂມງ ແລະ ຍັງຊ່ວຍຂົນສົ່ງພັດສະດຸແບບຮີບດ່ວນໄດ້ເຖິງ 30%.

ລົດຂົນສົ່ງດັ່ງກ່າວໄດ້ໃຊ້ເຕັກໂນໂລຊີໃນການຂັບຂີ່ແບບອັດຕະໂນມັດລະດັບ 4 (L4) , ຕົວລົດມີຂະໜາດຄ້າຍຄືກັນກັບ Smart (ຍີ່ຫໍ້ລົດໄຟຟ້າຂອງ Mercedes-Benz) , ສາມາດຂັບເຄື່ອນດ້ວຍຄວາມໄວ 15 km/h , ສາມາດຮັບນ້ຳໜັກໄດ້ເຖິງ 600 kg ແລະ ສາມາດຂົນສົ່ງພັດສະດຸໄດ້ສູງສຸດເກືອບ 800 ອັນຕໍ່ມື້.

ນອກຈາກນີ້, ຕົວລົດຍັງໄດ້ຕິດຕັ້ງເຕັກໂນໂລຊີ lidar 2 ໜ່ວຍ ແລະ ກ້ອງ 11 ໜ່ວຍ, ເຮັດໃຫ້ສາມາດກວດຈັບໄຟຈະລາຈອນ, ພາຫະນະ, ຄົນຍ່າງ ແລະ ອື່ນໆໄດ້ໃນໄລຍະຫ່າງ 120 ແມັດ. ຍັງບໍ່ພໍ ຕົວລົດໄດ້ຕິດຕັ້ງຊິບປະມວນຜົນ 254 TOPS ຫຼື tera operations per second , ນີ້ຈຶ່ງເຮັດໃຫ້ລົດດັ່ງກ່າວສາມາດປັບຕົວ ແລະ ວາງແຜນການເດີນທາງໃຫ້ກັບສະຖານະການເທິງຖະໜົນຫົນທາງໄດ້ເປັນຢ່າງດີ. ແຕ່ຖ້າຫາກປະເຊີນກັບເຫດການສຸກເສີນອັນຮີບດ່ວນ ພະນັກງານຮັກສາຄວາມປອດໄພທີ່ປະຈໍາການກໍຍັງສາມາດຄວບຄຸມຍານພາຫະນະໄດ້ຈາກໄລຍະໄກແບບ real-time ຜ່ານສັນຍານ 5G.

ຕະຫຼາດຂົນສົ່ງພັດສະດຸຂອງປະເທດຈີນນັ້ນ ເປັນຕະຫຼາດທີ່ມີຂະໜາດໃຫຍ່ ໂດຍໃນປີ 2022 ປະລິມານການຂົນສົ່ງດ່ວນໃນປະເທດຈີນໄດ້ມີຍອດທະລຸ 110 ຕື້ອັນ ແລະ ໄດ້ກາຍເປັນອັນດັບ 1 ຂອງໂລກຕິດຕໍ່ກັນເຖິງ 9 ປີຊ້ອນ. ການເຂົ້າມາຂອງລົດຂົນສົ່ງພັດສະດຸທີ່ໄຮ້ຄົນຂັບໄດ້ຊ່ວຍປັບປຸງປະສິດທິພາບການບໍລິການຢ່າງຫຼວງຫຼາຍ ນອກຈາກນີ້ມັນຍັງຊ່ວຍຂະຫຍາຍໂອກາດທາງການຕະຫຼາດອີກດ້ວຍ.

Zhao Xinsui ຮອງປະທານບໍລິສັດ Neolix, ຜູ້ຜະລິດລົດທີ່ຂັບເຄື່ອນແບບອັດຕະໂນມັດ ກ່າວວ່າ ປັດຈຸບັນຜະລິດຕະພັນຂອງບໍລິສັດ ໄດ້ສົ່ງອອກໄປ 12 ປະເທດໃນອາຊີ ແລະ ຢູໂຣບ ແລະ ຖືກນຳໃຊ້ຢ່າງກວ້າງຂວາງໃນໂຮງຮຽນ, ຊຸມຊົນ, ໂຮງໝໍ ແລະ ສະຖານທີ່ດຳເນີນທຸລະກິດ, ບໍລິສັດຄາດຄະເນວ່າໃນປີ 2025 ຈະມີລົດບໍ່ມີຄົນຂັບດັ່ງກ່າວເຂົ້າມາປະເທດໄທຫຼາຍກວ່າ 50 ຄັນ ແລະ ເຂົ້າສູ່ 100 ກວ່າປະເທດອາຊີຕາເວັນອອກສຽງໃຕ້.

ທີ່ມາ:

dailynews

news.cgtn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/