ລັດຖະບານອັງກິດໄດ້ອະນຸມັດຮ່າງກົດໝາຍໃໝ່ທີ່ຈະໃຫ້ອຳນາດແກ່ເຈົ້າໜ້າທີ່ໃນການຢຶດ crypto ໂດຍບໍ່ຈຳເປັນຕ້ອງຈັບກຸມ


ລັດຖະບານອັງກິດໄດ້ຮັບຮອງເອົາຮ່າງກົດໝາຍ ເພື່ອໃຫ້ອໍານາດການບັງຄັບໃຊ້ກົດໝາຍແກ່ໜ່ວຍງານຂອງລັດຖະບານໃນການຢຶດຊັບສິນ crypto ທີ່ເຊື່ອມໂຍງກັບກິດຈະກໍາທາງອາຍາ ລວມທັງການຟອກເງິນ, ການສໍ້ໂກງ ແລະ ການໂຈມຕີ Ransomware.

ອີງຕາມເວັບໄຊຂອງສະພານິຕິບັນຍັດ ກົດໝາຍ​ດັ່ງກ່າວ​ໄດ້​ຮັບ​ການ​ຮ່າງ​ກົດໝາຍ​ໃຫ້​ກາຍ​ເປັນ​ກົດໝາຍທີ່ສາມາດນຳໄປໃຊ້ໄດ້​ຢ່າງ​ເປັນ​ທາງ​ການ, ຫຼັງ​ຈາກທີ່ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະສະພາ​ໃນ​ວັນ​ທີ 26 ຕຸລາ​ນີ້.

ໂດຍກົດໝາຍໃນສະບັບນີ້ມືຊື່ເອີ້ນວ່າ “Economic Crime and Corporate Transparency Bill” ຫຼື ກົດໝາຍວ່າດ້ວຍອາຊະຍາກຳທາງເສດຖະກິດ ແລະ ຄວາມໂປ່ງໃສຂອງບໍລິສັດ. ຮ່າງ​ກົດໝາຍ​ນີ້​ຈະ​ໃຫ້​ອຳນາດ​ແກ່​ບັນດາ​ໜ່ວຍງານຂອງ​ລັດຖະບານ​ເຊັ່ນ ​ຕຳຫຼວດໃນການ​ຢຶດ​ເອົາ​ຊັບ​ສິນ crypto ທີ່​ກ່ຽວຂ້ອງກັບກິດຈະກຳ​ທາງອາຊະຍາກຳ​ໄດ້ ໂດຍບໍ່ຈໍາເປັນຕ້ອງຈັບກຸມບຸກຄົນໃນຂໍ້ຫາກໍ່ອາດຊະຍາກຳທາງອາຍາ.

ຮ່າງ​ກົດໝາຍ​ສະບັບ​ນີ້​ໄດ້ຖືກ​ນຳ​ໃຊ້​ໃນ​ເດືອນ​ກັນຍາ ປີ 2022, ເຊິ່ງ​ໄດ້​ຜ່ານ​ການ​ປັບປຸງ​ແກ້ໄຂຮ່າງກົດໝາຍຫຼາຍປະການ​ເພື່ອໃຫ້​ຄອບຄຸມ​ການ​ຟອກ​ເງິນ ຫຼື ​ການ​ສະໜອງ​ທຶນ​ທາງການເງິນໃຫ້ກັບ​ຜູ້​ກໍ່​ການ​ຮ້າຍ.

Swindell Accounting ບໍລິສັດບັນຊີທີ່ຢູ່ໃນອັງກິກ່າວວ່າ

“ຮ່າງກົດໝາຍນີ້ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການຕໍ່ຕ້ານການຟອກເງິນ ແລະ ຊ່ວຍອໍານວຍຄວາມສະດວກໃນການແລກປ່ຽນຂໍ້ມູນຂ່າວສານທີ່ດີກວ່າກ່ຽວກັບການກະທໍາຜິດທີ່ໜ້າສົງໃສໃນບາງສະຖານະການ. ບັນດາທຸລະກິດສາມາດແບ່ງປັນຂໍ້ມູນໄດ້ງ່າຍຂຶ້ນ ເພື່ອຈຸດປະສົງໃນປ້ອງກັນ, ສືບສວນ ຫຼື ກວດພົບອາຊະຍາກຳທາງເສດຖະກິດ. ເຊິ່ງຄວາມຜິດທາງແພ່ງນີ້ບໍ່ໄດ້ນໍາໃຊ້ເຂົ້າໃນການລະເມີດການຮັກສາຄວາມລັບສໍາລັບທຸລະກິດທີ່ສະໜອງຂໍ້ມູນກ່ຽວກັບອາຊະຍາກໍາທາງເສດຖະກິດ”

ການອະນຸມັດຮ່າງກົດໝາຍດັ່ງກ່າວຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງເຈົ້າໜ້າທີ່ອັງກິດໃນການຕໍ່ສູ້ກັບອາຊະຍາກໍາທີ່ກ່ຽວຂ້ອງກັບ crypto, ເນື່ອງຈາກກົດໝາຍນີ້ຈະຊ່ວຍໃຫ້ຕໍາຫຼວດສາມາດຢຶດຊັບສິນ crypto ທີ່ກ່ຽວຂ້ອງກັບກິດຈະກໍາທາງອາຍາໂດຍບໍ່ຕ້ອງລໍຖ້າການຕັດສິນໃນຄະດີກ່ອນ. ເຊິ່ງນີ້ຈະຊ່ວຍປ້ອງກັນບໍ່ໃຫ້ຜູ້ກະທໍາຜິດສາມາດການໂອນ ຫຼື ເຊື່ອງຊັບສິນເຫຼົ່ານັ້ນໄດ້ທັນເວລາ.

ຮ່າງກົດໝາຍຍຶດຊັບ Crypto ສະບັບໃໝ່ນີ້ແມ່ນຄວາມຄິດລິເລີ່ມຂອງລັດຖະບານອັງກິດເພື່ອຄວບຄຸມອຸດສາຫະກໍາ crypto ທີ່ກຳລັງຂະຫຍາຍຕົວ. ເມື່ອບໍ່ດົນມານີ້ ໜ່ວຍງານຄຸ້ມຄອງດູແລທາງດ້ານການເງິນ (FCA) ໄດ້ປະກາດກົດລະບຽບໃໝ່ທີ່ບັງຄັບໃຫ້ບໍລິສັດຕ່າງໆເຕືອນນັກລົງທຶນກ່ຽວກັບຄວາມສ່ຽງທີ່ອາດຈະສູນເສຍເງິນທຶນໃນການລົງທຶນ crypto.

ໃນວັນທີ 25 ເດືອນຕຸລາ, FCA ໄດ້ສະແດງຄວາມກັງວົນຕໍ່ບໍລິສັດ crypto ຫຼາຍແຫ່ງ ທີ່ບໍ່ປະຕິບັດຕາມກົດລະບຽບເຫຼົ່ານີ້ ແລະ FCA ໄດ້ອອກຄໍາເຕືອນກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບຜູ້ທີ່ລະເມີດກົດລະບຽບດັ່ງກ່າວ ໂດຍໄດ້ໃຫ້ອຳນາດແກ່ລັດຖະບານໃນການກໍານົດການຄ່າປັບໃໝທີ່ບໍ່ຈໍາກັດຕໍ່ບໍລິສັດ ລວມທັງການຈໍາຄຸກຜູ້ບໍລິຫານຂອງບໍລິສັດເຫຼົ່ານີ້.

ທີ່ມາ:

cryptoslate

bills.parliament.uk

new-bill

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/