Stalker ທີ່ສະກົດຮອຍຕາມ V BTS ໄດ້ຖືກຕຳຫຼວດຈັບແລ້ວ


ວັນທີ 26 ຕຸລາ 2023 ເວລາປະມານ 18:30 ມີຜູ້ຍິງອາຍຸປະມານ 20 ປີ ໄດ້ຍ່າງຕາມ V BTS ເຂົ້າໄປໃນອາຄານອາພາດເມັ້ນຂອງເຂົາ ແລະ ພະຍາຍາມຈະໂອ້ລົມນຳ V BTS ຕາມລາຍງານຂອງ KBS ຍິງສາວໄດ້ມອບໃບທະບຽນສົມຣົດໃຫ້ພ້ອມ.

ໂດຍມີລາຍງານກ່າວວ່າ ຍິງສາວຄົນນີ້ໄດ້ລໍຖ້າ V BTS ຢູ່ດ້ານນອກອາຄານທີ່ເຂົາອາໄສຢູ່ ຈາກນັ້ນໄດ້ເຂົ້າໄປບ່ອນຈອດລົດຂອງອາຄານ ແລະ ຫຼ້າສຸດໄດ້ມີລາຍງານວ່າຕຳຫຼວດໄດ້ເຂົ້າຈັບກຸມຍິງສາວຄົນດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ໂດຍກ່ອນໜ້ານີ້ກໍມີປະຫວັດສະກົດຮອຍຕາມຢູ່ແລ້ວ.

ທີ່ມາ: dudeplace

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/