ລັດຖະບານປະກາດຈະຖອນໃບອະນຸຍາດ ເເລະ ປັບໃໝສຳລັບບໍລິສັດທີ່ເຂົ້າມາທົດລອງຂຸດ Crypto ທີ່ບໍ່ມີການເຄື່ອນໄຫວ


ລັດ​ຖະ​ບານຈະດຳເນີນການ​ໂຈະ​​ທຸ​ລະ​ກິດ, ປັບ​ໃໝ ແລະ​ ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ຂອງ​ບໍ​ລິ​ສັດ​ທີ່​ບໍ່​ມີ​ຄວາມ​ຄືບ​ໜ້າ ຫຼື ບັນ​ລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ ​ແລະ​ ການ​ຊື້ຂາຍ cryptocurrencies ໃນປະເທດລາວ.

ເຊິ່ງກ່ອນໜ້ານີ້, ເພື່ອທີ່ຈະເພີ່ມລາຍຮັບເຂົ້າມາໃນປະເທດຈາກເເຫຼ່ງທຸລະກິດໃໝ່ ລັດຖະບານໄດ້ອະນຸຍາດໃຫ້ບໍລິສັດ 15 ເເຫ່ງສາມາດເຂົ້າມາທົດລອງຂຸດ Bitcoin ເເລະ ເຮັດການຊື້ຂາຍໃນສະກຸນເງິນດິຈິຕອນ.

ໃນວັນທີ 9 ພະຈິກ, ໃນກອງປະຊຸມສະພາເເຫ່ງຊາດ ໄດ້ມີສະມາຊິກໃນສະພາໄດ້ຍົກຄຳຖາມອອກມາໃນສະພາເພື່ອຫາລືກ່ຽວກັບມາດຕະການທີ່ຈະຕ້ອງປະຕິບັດຕໍ່ຜູ້ຖື​ສຳ​ປະທານ​ທີ່​ບໍ່​ມີ​ການ​ເຄື່ອນ​ໄຫວໃນທຸລະກິດທີ່ກ່ຽວຂອງກັບສະກຸນເງິນດິຈິຕອນ. ເຊິ່ງທ່ານນາຍົກລັດຖະມົນຕີ ສອນ​ໄຊ ສີ​ພັນ​ດອນ ກໍຍອມຮັບ​ວ່າ ໄດ້ພົບເຫັນສອງ​ບໍລິສັດ​ບໍ່​ມີ​ຄວາມ​ຄືບ​ໜ້າ ເເລະ ບາງບໍລິສັດກໍຫຼ້າຊ້າໃນການຊຳລະຄ່າທຳນຽມ, ໃນຂະນະທີ່ບໍລິສັດສ່ວນຫຼາຍມີຄວາມຄືບໜ້າ ແລະ ໄດ້ສ້າງລາຍຮັບຢ່າງຫຼວງຫຼາຍເຂົ້າມາໃຫ້ກັບງົບປະມານຂອງລັດ.

ທ່ານ ສອນໄຊ ສິີພັນດອນ ກ່າວວ່າ ຄ່າທຳນຽມທີ່ໄດ້ຄ້າງຊຳລະເເມ່ນມີຈຳນວນ 20 ລ້ານໂດລາສະຫະລັດ (415.3 ຕື້ກີບ) ການທີ່ບໍລິສັດຫຼ້າຊ້າໃນການຊໍາລະຄ່າທໍານຽມນັ້ນ ເເມ່ນເກີດຈາກມູນຄ່າຂອງ Bitcoin ໃນຕະຫຼາດໂລກໄດ້ມີການຫຼຸດລົງຫຼາຍກວ່າ 50% ເມື່ອທຽບກັບມູນຄ່າໃນເວລາທີ່ລັດຖະບານກໍານົດຄ່າທໍານຽມ. ເນື່ອງຈາກວ່າມັນເປັນຄ່າທໍານຽມທີ່ສາມາດເຈລະຈາຕໍ່ລອງກັນໄດ້ຕາມລາຄາທົ່ວໂລກ (ລາຄາທີ່ເພີ່ມຂຶ້ນໝາຍເຖິງຄ່າທໍານຽມທີ່ຈະຕ້ອງຈ່າຍກໍຈະເພີ່ມຂຶ້ນນຳ), ລັດຖະບານຈຶ່ງໄດ້ມີການພິຈາລະນາ ແລະ ຕັດສິນໃຈທີ່ຈະຫຼຸດຄ່າທໍານຽມທີ່ຕ້ອງຊຳລະລົງ 50%

ທ່ານ ສອນໄຊ ສິີພັນດອນ ກ່າວຕໍ່ບັນດາສະມາຊິກລັດຖະສະພາວ່າ “ໂດຍການຕັດສິນໃຈດັ່ງກ່າວ, ບໍລິສັດທີ່ກ່ຽວຂ້ອງຈະຕ້ອງໄດ້ເລີ່ມຈ່າຍຄ່າທຳນຽມຂອງພວກເຂົາ ແລະ ຄາດວ່າຄ່າທຳນຽມທັງໝົດຈະຖືກຊຳລະເຕັມຈຳນວນໃນທ້າຍປີ 2023”

ລັດຖະບານນັ້ນໄດ້ມີການຕິດຕາມບໍລິສັດ ເເລະ ທຸລະກິດທີ່ກ່ຽວຂ້ອງກັບສະກຸນເງິນດິຈິຕອນຢ່າງໃກ້ຊິດ, ໂດຍໄດ້ກ່າວເຕືອນວ່າ ບັນດາບໍລິສັດທີ່ບໍ່ມີຄວາມຄືບໜ້າ ຫຼື ບໍ່ປະຕິບັດຕາມຂໍ້ຕົກລົງທີ່ລົງນາມກັບລັດຖະບານ ອາດຈະເຮັດໃຫ້ການດຳເນີນທຸລະກິດຂອງເຂົາເຈົ້າຖືກໂຈະ, ປັບໃໝ ແລະ ເຖິງຂັ້ນຖືກຖອດຖອນໃບອະນຸຍາດຕາມກົດໝາຍອອກ.

ນັບຕັ້ງເເຕ່ໄດ້ມີການອະນຸຍາດໃຫ້ບໍລິສັດຕ່າງໆເຂົ້າມາທົດລອງຂຸດ Bitcoin ຈົນເຖິງປັດຈຸບັນ, ບໍລິສັດຕ່າງໆໄດ້ສ້າງລາຍໄດ້ລວມກວ່າ 390 ລ້ານໂດລາ (8,101 ຕື້ກີບ). ເຊິ່ງໃນເງິນຈຳນວນນີ້ ໄດ້ມີຄ່າໃບອະນຸຍາດມູນຄ່າ 7 ລ້ານ​ກວ່າ​ໂດ​ລາ​ສະຫະລັດ (145.4 ຕື້​ກວ່າ​ກີບ) ເເລະ 5.71 ຕື້​ກີບໃຫ້ກັບລັດຖະບານ, ຄ່າອາກອນ 23.86 ລ້ານ​ໂດ​ລາ​ສະຫະລັດ (495.4 ຕື້​ກວ່າ​ກີບ) ແລະ ຄ່າ​ໄຟຟ້າ 359.96 ລ້ານ​ໂດ​ລາ​ສະຫະລັດ (ກວ່າ 7,476 ຕື້​ກີບ) ຈ່າຍໃຫ້ ລັດວິສາຫະກິດໄຟຟ້າລາວ.

ທີ່ມາ:

vientianetimes

thaibizlaos

thaipublica

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/