GSM ເປີດຕົວບໍລິການແທັກຊີ່ໄຟຟ້າໃນປະເທດລາວ ຢ່າງເປັນທາງການ ພ້ອມກຽມຂະຫຍາຍໄປຕາມເມືອງທ່ອງທ່ຽວ ທົ່ວປະເທດໃນໄວໆນີ້


ບໍລິສັດ GSM (Green and Smart Mobility) ໄດ້ເປີດບໍລິການລົດແທັກຊີ່ໄຟຟ້າແຫ່ງທຳອິດໃນລາວຢ່າງເປັນທາງການກັບຍີ່ຫໍ້ Xanh SM,  ເປັນຕະຫຼາດຕ່າງປະເທດແຫ່ງທ່າອິດ, ເລີ່ມດຳເນີນຍຸດທະສາດ “Go Green Global” ດ້ວຍເສັ້ນທາງການເປັນບໍລິສັດບໍລິການຂົນສົ່ງໄຟຟ້າສາກົນ ກ້າວໄປສູ່ການນໍາສະເໜີການເຄື່ອນທີ່ສີຂຽວ ອອກສູ່ສາກົນ.

ພິທີເປີດຕົວບໍລິການແທັກຊີ່ໄຟຟ້າ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ພະຈິກ ທີ່ພັດຕະຄານ ເຊັນພິລາ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອານູພາບ ຕຸນາລົມ ປະທານສະພານະຄອນຫຼວງວຽງຈັນ, ທ່ານ, ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ຫງວຽນວັນແທງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ GSM ແລະ ຕາງໜ້າບັນດາສະຖານທູດ ບັນດາກົມ ກະຊວງຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນປັດຈຸບັນ, Xanh SM ລາວໄດ້ນໍາໃຊ້ລົດຮຸ່ນ VinFast VF 5 Plus, ສີຂຽວ (cyan) ເປັນເອກະລັກຂອງຍີ່ຫໍ້ ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ ຈຳນວນລົດຄາດວ່າຈະເພີ່ມຂຶ້ນເປັນ 1.000 ຄັນ ແລະ ຂະຫຍາຍໄປສູ່ ເມືອງທ່ອງທ່ຽວທີ່ມີຊື່ສຽງ ຢ່າງເມືອງວັງວຽງ ແຂວງວຽງຈັນ ແລະ ບັນດາແຂວງອື່ນເຊັ່ນ: ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ. ໃນໄລຍະຕໍ່ໄປ.

ໃນໂອກາດດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ປີ 2024 ແມ່ນປີທ່ອງທ່ຽວລາວ ແລະ ປະເທດລາວເປັນປະທານອາຊຽນ. ປັດຈຸບັນ ປະເທດກຳລັງປະເຊີນກັບສະພາບເສດຖະກິດ, ການລົງທຶນລົດໄຟຟ້າໃນລາວ ເປັນການປະກອບສ່ວນອັນສໍາຄັນທີ່ຈະຊ່ວຍໃຫ້ເສດຖະກິດດີຂຶ້ນ. ການລົງທຶນ ຂອງບໍລິສັດ ເປັນການລົງທຶນທີ່ສະຫຼາດ ທີ່ມີຕົ້ນທຶນລາຄາຖືກ ແລະ ຈະມີກຳໄລສູງໃນອະນາຄົດ.

ດ້ວຍແຜນການຂະຫຍາຍທຸລະກິດໃນທົ່ວປະເທດ, ບໍລິສັດ Xanh SM ຄາດວ່າຈະສ້າງວຽກເຮັດງານທຳໃໝ່ນັບພັນວຽກງານຢູ່ລາວ ເປັດໂອກາດພັດທະນາອາຊີບທີ່ດຶງດູດໃຫ້ປະຊາຊົນທ້ອງຖິ່ນໂດຍບໍ່ຈຳເປັນຕ້ອງລົງທຶນ, ສ້າງລາຍຮັບທີ່ດີ ແລະ ໄດ້ຮັບການເຝິກອົບຮົມວິຊາຊີບ. ໂດຍສະເພາະນັກງານຂັບລົດ Xanh SM ລາວ ແຕ່ລະຄົນຈະໄດ້ຮັບການພັດທະນາເປັນ “ຕົວແທນສີຂຽວ” ເຊື່ອມຕໍ່ລູກຄ້າໂດຍກົງກັບຍີ່ຫໍ້ ປະກອບສ່ວນເສີມຂະຫຍາຍການທ່ອງທ່ຽວລາວໃຫ້ເປັນຮູບພາບສີຂຽວ ສະອາດ, ເປັນມິດກັບສິ່ງແວດລ້ອມ ຄຽງຄູ່ກັບການໃຫ້ບໍລິການຂົນສົ່ງທີ່ມີຄຸນະພາບສູງ.

GSM ຍັງມຸ່ງໄປເຖິງຄວາມນິຍົມການນໍາໃຊ້ລົດໄຟຟ້າໃນລາວໂດຍຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ການຈອງລົດເປັນແພັກເກັດ, ຈອງລົດທ່ອງທ່ຽວ ແລະ ການຈອງລົດສ່ວນຕົວ, ຊຸກຍູ້ທ່າອ່ຽງການເຄື່ອນທີ່ດ້ວຍພະລັງງານໄຟຟ້າຂອງແຕ່ລະຄົນ.

ໃນໂອກາດດຽວກັນ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ໂດຍໄດ້ຮັບການມອບໝາຍຈາກລັດຖະບານຫວຽດນາມ ແລະເປັນການຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວທີ່ມີມາແຕ່ດົນນານແລ້ວ. ມື້ນີ້ບໍລິສັດ Xanh SM ໄດ້ມາເປີດຕົວຢ່າງເປັນທາງການໃນ ສປປລາວ ທ່າມກາງປະເທດລາວກຳລັງກະກຽມເປີດປີທ່ອງທ່ຽວ ລາວ 2024 ແລະ ເປັນປະທານ ອາຊຽນ, ລົດໄຟຟ້າຈະມາປະກອບສ່ວນໃນການບໍລິການຄວາມສະດວກໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມ ສປປ ລາວ ແລະ ເປັນການຊຸກຍູ້ການລົງທຶນຂອງຫວຽດນາມ ໃນລາວ ແລະ ກຸ່ມທຸລະກິດຂອງຫວຽດນາມໃນລາວອີກດ້ວຍ.

ທ່ານ ຫງວຽນວັນແທງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ GSM ໃຫ້ຮູ້ວ່າ “ພິທີເປີດຕົວຂອງ Xanh SM ລາວແມ່ນຂີດໝາຍພິເສດຈຸດເລີ່ມຕົ້ນຂອງ GSM ມາດຕະຖານການບໍລິການ ກ້າວເຂົ້າສູ່ສາກົນ ດ້ວຍຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟຟ້າ Vinfast ແລະ ມາດຕະຖານ 5 ດາວ. ຄວາມສໍາເລັດໃນຕະຫຼາດສາກົນທຳອິດຈະເປັນບາດກ້າວທີ່ເອື້ອອໍານວຍສຳລັບ GSM ເພື່ອຂະຫຍາຍໄປທົ່ວໂລກ. VinFast, GSM ຈະປະກອບສ່ວນປະຕິບັດຈຸດໝາຍຊຸກຍູ້ການຄົມມະນາຄົມຂຽວໃນໂລກ ປະກອບສ່ວນສ້າງອະນາຄົດສີຂຽວແບບຍືນຍົງໃຫ້ແກ່ພວກເຮົາທຸກຄົນ.”

GSM ໄດ້ຮັບການສ້າງຕັ້ງ ແລະ ເລີ່ມດຳເນີນໃນເດືອນ ເມສາ 2023 ຢູ່ ຫວຽດນາມ ໃນຂອບເຂດຮູບແບບການຂົນສົ່ງສີຂຽວຮູບແບບທໍາອິດຂອງໂລກ ດ້ວຍພາຫະນະໄຟຟ້າ 100%. ພາຍຫຼັງການເຄື່ອນໄຫວພຽງ 6 ເດືອນ, GSM ໄດ້ບັນລຸການເຕີບໂຕດ້ານຂະໜາດ ແລະ ຄວາມໄວ, ປະຕິບັດການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 6 ລ້ານຖ້ຽວການຮັບສົ່ງລູກຄ້າ, ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ແລະ ຫົວໜ່ວຍຂົນສົ່ງ.

ນັບແຕ່ວັນທີ 9 ພະຈິກ 2023 ເປັນຕົ້ນມາ, ປະຊາຊົນນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວສາກົນທີ່ເຂົ້າມາລາວສາມາດຈອງລົດແທັກຊີ່ Xanh SM ໄດ້ຢ່າງງ່າຍດາຍຜ່ານແອັບ Xanh SM Laos ໃນ App Store ແລະ Play Store ຄືກັບບັນດາບໍລິສັດລົດແທັກຊີ່ທີ່ນໍາໃຊ້ເຕັກໂນໂລຊີ. ລູກຄ້າຍັງສາມາດເອີ້ນລົດໂດຍກົງຕາມຖະໜົນ. ຂໍ້ມູນກ່ຽວກັບເສັ້ນທາງ ແລະ ຄ່າໂດຍສານຈະເປີດເຜີຍ ແລະ ແປງໃໝ່ໃນແຕ່ລະຖ້ຽວ.

ພາຍຫຼັງປະເທດລາວ, GSM ຈະຂະຫຍາຍໄປສູ່ບັນດາປະເທດອາຊິຕາເວັນອອກສຽງໃຕ້ ດ້ວຍທ່າແຮງທີ່ໄດ້ປຽບ ທີ່ພົ້ນເດັ່ນຂອງຮູບແບບການບໍລິການຂົນສົ່ງສີຂຽວ ຮູບແບບແຫ່ງທຳອິດຂອງໂລກ, ໄດ້ສົມທົບທັງ 3 ແບບການຈອງລົດຄື: ຜ່ານແອັບ, ຜ່ານສູນບໍລິການສາຍດ່ວນ ແລະ ເອີ້ນໂດຍກົງຕາມເສັ້ນທາງ ແລະ ປະສົບການພັດທະນາຢ່າງວ່ອງໄວ. ຫວຽດນາມ – GSM ມີຄວາມໄດ້ປຽບໃນການແຂ່ງຂັນຫຼາຍໃນຕະຫຼາດພາກພື້ນ ແລະ ສາກົນ. ນີ້ຍັງເປັນພື້ນຖານເພື່ອໃຫ້ GSM ເລັງຍຸດທະສາດ “Go Green Global” ໂດຍມີຄວາມມຸ່ງຫວັງ ທີ່ຈະກາຍເປັນຍີ່ຫໍ້ບໍລິການການຈອງລົດທົ່ວໂລກ, ພ້ອມທັງເປັນການເລີ່ມຕົ້ນການຈອງລົດທີ່ມີທ່າແຮງເຕີບໂຕ ໄດ້ດີທີ່ສຸດໃນອະນາຄົດ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/