ລະດັບຄວາມສຳຄັນໃນການລົດຜ່ອນຄາບອນໃຫ້ໜ້ອຍລົງ ເພື່ອປົກປ້ອງຊ້າງໃນເອເຊຍ


ເພື່ອທີ່ຈະຊ່ວຍໃຫ້ສັດຫຼາຍຊະນິດບໍ່ສູນພັນ, IFAW (International Fund for Animal Welfare) ໄດ້ພະຍາຍາມຮັກສາໜຶ່ງໃນປະຊາກອນຊ້າງເອເຊຍກຸ່ມສຸດທ້າຍ ໂດຍມີເປົ້າໝາຍເພື່ອສະເເດງໃຫ້ເຫັນເຖິງ ຄວາມສົມດຸນລະຫວ່າງນະວັດຕະກຳທາງເສດຖະກິດ ເເລະ ລະບົບນິເວດທີ່ສາມາດຮັກສາຊ້າງສາຍພັນເອເຊຍໄດ້.

ຊ້າງປ່າເອເຊຍນີ້ອາໄສຢູ່ໃນເຂດທີ່ຖືກເເບ່ງເເຍກ ແລະ ຖືກຄຸກຄາມຢູ່ໃນ 13 ປະເທດ, ເຊິ່ງການຂະຫຍາຍຕົວຂອງຕົວເມືອງ, ຊົນນະບົດ ແລະ ກະສິກໍາ ເຮັດໃຫ້ຊ້າງເອເຊຍສູນເສຍທີ່ຢູ່ອາໄສ. ໃນປັດຈຸບັນ, ຜົນກະທົບຂອງການກະທໍາຂອງມະນຸດແມ່ນ ສົ່ງ​ຜົນ​ໃຫ້​ເກີດການສູນເສຍຂອງປະຊາກອນຊ້າງເຖິງ 50.000 ໂຕ​, ​ຍ້ອນ​ຄວາມ​ຂັດ​ແຍ້ງ​ກັນ​ຂອງ​ສັດປ່າ ເເລະ ມະນຸດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຊ້າງເອເຊຍກາຍເປັນຊ້າງທີ່ກຳລັງໃກ້ຈະສູນພັນ ມັນຖືກຈັດຢູ່ໃນບັນຊີແດງຂອງ IUCN ແລະ ຖືກຈັດເປັນສັດສະຫງວນປະເພດ 1 ໃນກົດໝາຍວ່າດ້ວຍການປົກປ້ອງສັດປ່າຂອງຈີນຕັ້ງແຕ່ປີ 1988 ເປັນຕົ້ນມາ.

ໂດຍໃນໄລຍະທຳອິດຂອງ Asian Elephant Protection project ຂອງ IFAW ເລີ່ມຂຶ້ນໃນປີ 2000 , ເຮັດໃຫ້ຄວາມຂັດເເຍ້ງລະຫວ່າງຄົນ ເເລະ ສັດລົດລົງຫຼາຍ. ປັດຈຸບັນ ເຈົ້າໜ້າທີ່ຄຸ້ມຄອງປ່າຄອບຄຸມ 134 ບ້ານ ເເລະ ສະມາຊິກໃນຊຸມຊົນກວ່າ 8.245 ຄົນໄດ້ຮັບການເຝິກອົບຮົມກ່ຽວກັບວິທີການຫຼີກເວັ້ນການຂັດແຍ້ງກັບຊ້າງ.

ຫຼັງຈາກເລີ່ມໂຄງການໄດ້ບໍ່ດົນ ກໍເຂົ້າສູ່ໃນໄລຍະທີສອງ, ໃນໄລຍະນີ້ໄດ້ IFAW ຊຸກຍູ້ອຸດສາຫະກໍາທີ່ຍືນຍົງໃໝ່ໃນພາກພື້ນ ເຊັ່ນ: ການລ້ຽງເຜິ້ງ. ສິ່ງນີ້ສ້າງຄວາມຮັ່ງມີ ແລະການປ່ຽນແປງທາງສັງຄົມໃໝ່ທີ່ສອດຄ່ອງກັບການປົກປ້ອງທີ່ຢູ່ອາໄສຂອງຊ້າງໃນປ່າຝົນ.

ປັດຈຸບັນ, IFAW ພວມດຳເນີນໂຄງການໄລຍະທີ 3 ແນໃສ່ສົມທົບກັບການປ່ຽນແປງທາງດ້ານເສດຖະກິດ ແລະ ສັງຄົມແບບຍືນຍົງເປັນຫົວໃຈຫຼັກກັບຍຸດທະສາດຂອງຈີນ ເພື່ອລົດອັດຕາການປ່ຽນແປງຂອງດິນຟ້າອາກາດ.

“ດຽວນີ້, ພວກເຮົາຕ້ອງການຮັບປະກັນວ່າຊຸມຊົນເຫຼົ່ານີ້ ກຳລັງຊ່ວຍເຫຼືອຊ້າງດ້ວຍນະວັດຕະກຳທາງເສດຖະກິດທີ່ຊ່ວຍໃຫ້ຈີນບັນລຸຄວາມເປັນກາງຂອງຄາບອນ”

ຕັ້ງເເຕ່ປີ 2000 – 2005, IFAW ໄດ້ສະໜອງສິນເຊື່ອຈຸລະພາກໃຫ້ແກ່ຊຸມຊົນທ້ອງຖິ່ນ, ໂດຍສະເພາະເເມ່ນກຸ່ມເເມ່ຍິງ ເພື່ອຊ່ວຍໃຫ້ພວກເຂົາຫັນປ່ຽນໄປປູກພືດທີ່ຊ້າງບໍ່ກິນ ເເລະ ມີມູນຄ່າທາງເສດຖະກິດສູງ. ໂຄງການດັ່ງກ່າວຄອບຄຸມກວ່າ 210 ຄົວເຮືອນຈາກ 7 ບ້ານ ເເລະ ສົ່ງ​ຜົນ​ໃຫ້​ມີ​ການ​ເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍ​ຂອງ​ລາຍ​ໄດ້ 35% ກັບ​ອັດ​ຕາ​ການ​ຈ່າຍ​ຄືນ 100%.

ໃນໄລຍະ 2 -3 ປີທີ່ຜ່ານມານີ້, ໂຄງການດັ່ງກ່າວໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງໃນການສົ່ງເສີມທຸລະກິດລ້ຽງເຜິ້ງ ແລະ ການຜະລິດນ້ຳເຜິ້ງແບບຍືນຍົງ, ເປັນຕົ້ນແມ່ນທຸລະກິດການປູກໝາກໄມ້ເຂດຮ້ອນ ແລະ ໝາກມ່ວງຫິມະພານ, ເຊິ່ງເປັນທາງເລືອກເເທນການປູກຢາງພາລາເເບບດັ້ງເດີມທີ່ສົ່ງຜົນອັນຕະຫຼາຍຕໍ່ຄຸນະພາບຂອງດິນ, ການຮັກສານ້ຳ ເເລະ ການປົກປ້ອງປ່າຝົນ.

ເພື່ອຮັບປະກັນໂຄງການປົກປ້ອງຊ້າງເອເຊຍຂອງ IFAW ຈະຊ່ວຍເລັ່ງການຂັບເຄື່ອນຂອງຈີນໃນການລົດຜ່ອນການປ່ອຍອາຍຄາບອນ, IFAW ແລະ ຄູ່ຮ່ວມງານທ້ອງຖິ່ນຂອງຕົນໄດ້ພັດທະນາຮູບແບບຊຸມຊົນໃນການກັກເກັບກາກບອນດ້ວຍນະວັດກໍາໃໝ່ ທີ່ປະສົມປະສານກັບການອະນຸລັກຊ້າງເອເຊຍ, ການກັບເກັບຄາບອນໂດຍການຈັບຄາບອນຢູ່ໃນຕົ້ນໄມ້ ແລະ ດິນ. ການຍຶດເອົາກາກບອນຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດໂດຍຜ່ານການກໍາຈັດຄາບອນໄດອອກໄຊໃນໄລຍະຍາວ.

ສ່ວນໜຶ່ງຂອງໂຄງການກໍຄື ແຜນການປູກຕົ້ນໄມ້ທີ່ເປັນມິດກັບສິ່ງແວດລ້ອມ, ສົ່ງເສີມລາຍໄດ້ໃນຂະນະທີ່ປົກປັກຮັກສາທີ່ຢູ່ອາໄສຂອງຊ້າງໄປນຳ. ແຜນການດັ່ງກ່າວໄດ້ນຳໃຊ້ວິທີການຄິດໄລ່ ແລະ ລົດການປ່ອຍອາຍຄາບອນແບບພິເສດ ເພື່ອວັດແທກການກັກເກັບຄາບອນໃນລະດັບບ້ານ, ໂດຍອີງໃສ່ການຮັບເອົາແຫຼ່ງພະລັງງານແສງຕາເວັນມາໃຊ້ ແລະ ການຫັນປ່ຽນໄປສູ່ການປູກພືດທົດແທນທີ່ດັກຈັບເອົາຄາບອນໄດ້ຫຼາຍເຊັ່ນ: ໝາກມ່ວງ ແລະ ໝາກຂາມ. ພືດຜົນເຫຼົ່ານີ້ສາມາດປູກໄດ້ຢູ່ໃກ້ກັບໝູ່ບ້ານ ເພື່ອໃຫ້ປະຊາຊົນຫຼີກເວັ້ນການບຸກເບີກປ່າເພື່ອຕັດຕົ້ນໄມ້.

ໃນເດືອນສິງຫາ ປີ 2021, IFAW, Swire Coca-Cola ແລະ Xishuangbanna Tropic Rainforest Conservation Foundation (XTRCF) ໄດ້ເຂົ້າຮ່ວມກໍາລັງເພື່ອຂະຫຍາຍໂຄງການທີ່ມີຢູ່ແລ້ວໃນ Daotangqing ໄປສູ່ຊຸມຊົນອື່ນໆ.

“ພວກ​ເຮົາ​ຫວັງ​ວ່າ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ອະນຸລັກ​ຊີວະ​ນານາພັນ ​ແລະ​ ເປົ້າ​ໝາຍ​ການ​ລົດຜ່ອນ​ຂອງ​ກາກ​ບອນ​ຂອງ​ຈີນ​ໃນ​ປີ 2060 ​ໂດຍ​ການ​ຄົ້ນ​ຄວ້າ​ ແລະ​ ແບ່ງ​ປັນ​ນະວັດຕະກຳ​​ລະດັບບ້ານ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/