ຢືນຢັນ! ຣີບູດ Pirates of the Caribbean ໂດຍບໍ່ມີ Johnny Depp


Jerry Bruckheimer ຜູ້ອຳນວຍການສ້າງແຟຣນໄຊ ‘Pirates of the Caribbean’ ໄດ້ໃຫ້ສຳພາດກັບເວັບໄຊ ComicBook.com ກ່ຽວກັບຄວາມຄືບໜ້າຂອງໂປຣເຈັກ ‘Pirates of the Caribbean 6’ ໂດຍກ່າວວ່າຈະຣີບູດແຟຣນໄຊໃໝ່ແທນການເລົ່າເລື່ອງຕໍ່ ພ້ອມກັບເຫດຜົນສຳຄັນຄື “ບໍ່ຕ້ອງການຖ້ານັກສະແດງ”.

ໂດຍແຟຣນໄຊ ‘Pirates of the Caribbean’ ນຳສະແດງໂດຍ Johnny Depp ເຊິ່ງກາຍເປັນພາບຈຳຂອງແຟຣນໄຊນີ້ໄປແລ້ວ ແຕ່ປີ 2017 ມີຂ່າວຟ້ອງຮ້ອງກັບ Amber Heard ເຊິ່ງສົ່ງຜົນເຮັດໃຫ້ຖືກຍົກເລີກສັນຍາກັບທາງ Disney ນັ້ນເອງ ທັງນີ້ທັງນັ້ນຕ້ອງມາຖ້າເບິ່ງວ່າທາງ Johnny Depp ເອງຈະກັບມາຮ່ວມງານກັບທາງ Disney ຫຼືບໍ່?

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/