ຄວາມຕ້ອງການ Bitcoin ETF ເພີ່ມສູງຂຶ້ນຫຼາຍກວ່າຈຳນວນອຸປະທານຂອງ Bitcoin ທີ່ນັກຂຸດຂຸດໄດ້ໃນແຕ່ລະມື້ເຖິງ 614%


ອີງຕາມຂໍ້ມູນຂອງ Gayatri Choudry, ນັກຄົ້ນຄວ້າດ້ານປະລິມານຂອງ Bitwise Asset Management ໄດ້ກ່າວໃນວັນອັງຄານທີ່ຜ່າມມາວ່າ ຄວາມຕ້ອງການໃນກອງທຶນ Bitcoin ETFs ໃນຕະຫຼາດສະຫະລັດໄດ້ມີການເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍຄວາມຕ້ອງການຫຼາຍກວ່າຈຳນວນ Bitcoin ໃໝ່ທີ່ນັກຂຸດຂຸດໄດ້ທຸກມື້ເຖິງ 614%.

ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບ Bitcoin ETFs ສະທ້ອນໃຫ້ເຫັນເຖິງຄວາມສົນໃຈທີ່ເພີ່ມຂຶ້ນຂອງນັກລົງທຶນທັງສະຖາບັນ ແລະ ຜູ້ຂາຍຍ່ອຍ. ຜູ້​ທີ່​ຕ້ອງ​ການ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​​ສິນຊັບ​ດິ​ຈິ​ຕອນ​ໂດຍ​ບໍ່​ມີ​​ການ​ຄຸ້ມ​ຄອງ BTC ດ້ວຍຕົນເອງ​, ກອງທຶນ Bitcoin ETF ເປັນ​ວິ​ທີ​ທີ່​ສະ​ດວກ​ ແລະ ​ມີການຊີ້ນໍາຈະຊ່ວຍໃຫ້ນັກລົງທຶນສາມາດເຂົ້າຮ່ວມໃນໂອກາດການເຕີບໂຕຂອງລາຄາ Bitcoin ໃນຂະນະທີ່ຫຼຸດຜ່ອນຄວາມສ່ຽງບາງຢ່າງທີ່ກ່ຽວຂ້ອງກັບການຖືຄອງ ແລະ ການເບິ່ງແຍງໂດຍກົງ.

ສຳລັບ Bitcoin halving ເຊິ່ງຈະມີກໍານົດທີ່ຈະເກີດຂຶ້ນໃນອີກບໍ່ຮອດເດືອນ ຈະເຮັດໃຫ້ຮາງວັນຕໍ່ບລັອກ (block reward) ຈາກ 6.25 BTC ເປັນ 3.125 BTC. ໂດຍເຫດການນີ້ແມ່ນມີຄວາມສໍາຄັນເພາະວ່າຫຼຸດອັດຕາການສ້າງ Bitcoin ໃໝ່ລົງເຄິ່ງໜຶ່ງ, ເຮັດໃຫ້ BTC ຂາດແຄນຫຼາຍຂຶ້ນຕາມການເວລາ. ໃນຂະນະທີ່ຄວາມຕ້ອງການຂອງ Bitcoin ETF ຍັງສືບຕໍ່ເຕີບໂຕ ແລະ ເເຊງໜ້າອຸປະທານໃໝ່, Bitcoin ທີ່ມີຢູ່ໃນຕະຫຼາດຈະຍິ່ງຂາດແຄນຫຼາຍກວ່າເກົ່າ.

ປັດໄຈຮ່ວມກັນລະຫວ່າງຄວາມຕ້ອງການ Bitcoin ETF ທີ່ເພີ່ມຂຶ້ນ ແລະ Bitcoin halving ທີ່ກໍາລັງໃກ້ເຂົ້າມາ. ເປັນຕົວກະຕຸ້ນສໍາລັບການເພີ່ມຂຶ້ນຂອງລາຄາຂອງ Bitcoin ໃນປີນີ້, ໂດຍລາຄາ BTC ເພີ່ມຂຶ້ນຫຼາຍກວ່າ 55% ນັບຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ. ເຊິ່ງນັບຕັ້ງແຕ່ BlackRock ໄດ້ຍື່ນຂໍອະນຸຍາດກອງທຶນ Spot Bitcoin ETF ກັບຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນສະຫະລັດ (SEC) ເປັນຄັ້ງທຳອິດ, ສົ່ງຜົນໃຫ້ລາຄາ BTC ໄດ້ເພີ່ມຂຶ້ນຫຼາຍກວ່າ 173%.

ຜູ້ເຂົ້າຮ່ວມຕະຫຼາດຍັງສືບຕໍ່ຕິດຕາມຢ່າງໃກ້ຊິດວ່າ Bitcoin ຈະເຄື່ອນໄຫວໃນທິດທາງໃດຕໍ່ໄປໃນເຫດການ Halving ທີ່ກຳລັງຈະມາຮອດ. ເນື່ອງຈາກນີ້ແມ່ນຮອບວຽນຕະຫຼາດທໍາອິດໃນປະຫວັດສາດຂອງ Bitcoin ທີ່ລາຄາໄດ້ບັນລຸລະດັບສູງເປັນປະຫວັດສາດ ກ່ອນ​ທີ່​ຈະ​ເກີດ​ການ Halving

ອີງຕາມຂໍ້ມູນໃນປະຫວັດສາດ, ລາຄາຂອງ Bitcoin ໄດ້ໃຊ້ເວລາສອງສາມເດືອນເພື່ອທີ່ “ແຮງກະແທກດ້ານອຸປະທານ” ຈະກະຕຸ້ນໃຫ້ລາຄາເພີ່ມຂຶ້ນສູງອີກເທື່ອໜຶ່ງຫຼັງຈາກການ Halving , ແຕ່ໃນປັດຈຸບັນ, ດ້ວຍຄວາມຕ້ອງການຈາກ Spot Bitcoin ETF ສືບຕໍ່ເພີ່ມຂຶ້ນ, ເຮັດໃຫ້ Bitcoin ໄດ້ປະສົບກັບແຮງກະແທກດ້ານອຸປະທານຄັ້ງໃຫຍ່ແລ້ວ

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 70,400 ໂດລາ, ເຊິ່ງເພິ່ມຂຶ້ນ 0.20% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

bitcoinmagazine

GayatriPC_

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/