ມາເລເຊຍ-ຈີນ ກະກຽມພິຈາລະນາສ້າງຕັ້ງກອງທຶນອາຊີ  ເພື່ອຫວັງລົດຜ່ອນການເພິ່ງພາສະກຸນເງິນໂດລາສະຫະລັດ


ມາເລເຊຍ-ຈີນ ກະກຽມປຶກສາຫາລືເພີ່ມເຕີມກ່ຽວກັບການຄົ້ນຄວ້າສ້າງຕັ້ງກອງທຶນອາຊີ ໂດຍມີຈຸດປະສົງເພື່ອສົ່ງເສີມໃຫ້ບັນດາປະເທດທີ່ກ່ຽວຂ້ອງສາມາດລົດຜ່ອນການເພິ່ງພາອາໄສສະກຸນເງິນໂດລາສະຫະລັດລົງ.

ເມື່ອບໍ່ດົນມານີ້, ທ່ານ ອັນວາ ອິບຣາຮິມ (Anwar Ibrahim) ນາຍົກລັດຖະມົນຕີຂອງມາເລເຊຍ ໄດ້ເປີດເຜີຍວ່າ ທ່ານ ສີ ຈິ້ນຜິງ ປະທານາທິບໍດີຂອງ ສປ.ຈີນ ມີຄວາມສົນໃຈທີ່ຈະປຶກສາຫາລືກ່ຽວກັບແນວຄວາມຄິດໃນການສ້າງກອງທຶນອາຊີ “Asian Monetary Fund – AMF” ເຊິ່ງເກີດຂຶ້ນໃນໄລຍະທີ່ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີຂອງມາເລເຊຍ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ ສປ.ຈີນ ໃນໄລຍະທ້າຍເດືອນທີ່ຜ່ານມາ. 

ສຳລັບແນວຄວາມຄິດໃນການສ້າງຕັ້ງກອງທຶນອາຊີ (AMF) ແມ່ນມີມາຕັ້ງແຕ່ສະໄໝທີ່ທ່ານ ອັນວາ ອິບຣາຮິມ ເຂົ້າຮັບຕຳແໜ່ງເປັນລັດຖະມົນຕີກະຊວງການເງິນໃນໄລຍະຊຸມປີ 90. ແຕ່ໄລຍະນັ້ນ, ແນວຄວາມຄິດດັ່ງກ່າວບໍ່ເປັນທີ່ຍອມຮັບ ເນື່ອງຈາກສະກຸນເງິນໂດລາສະຫະລັດຍັງແຂງຄ່າເມື່ອທຽບກັບສະກຸນເງິນອື່ນໃນທົ່ວໂລກ. ຍິ່ງໄປກວ່ານັ້ນ, ຍັງຖືກຕໍ່ຕ້ານຈາກສະມາຊິກກຸ່ມ G7 ຍ້ອນຫຼາຍຝ່າຍມີຄວາມກັງວົນວ່າ ການສ້າງຕັ້ງກອງທຶນອາຊີ ຫຼື AMF (Asian Monetary Fund) ອາດສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງກອງທຶນສາກົນ ຫຼື IMF (International Monetary Fund) ທີ່ມີຢູ່ແລ້ວ ລວມໄປເຖິງອາດກະທົບຕໍ່ສາຍສຳພັນທາງເສດຖະກິດລະຫວ່າງ ສະຫະລັດອາເມຣິກາກັບທຸກປະເທດຢູ່ພາກພື້ນອາຊີ.

ເຖິງຢ່າງໃດກໍຕາມ, ຮອດປັດຈຸບັນໄດ້ມີຫຼາຍປະເທດຢູ່ພາກພື້ນອາຊີ ໂດຍສະເພາະແມ່ນ ສປ.ຈີນ ແລະ ຍີ່ປຸ່ນ ຕ່າງກໍມີເສດຖະກິດທີ່ເຂັ້ມແຂງ. ດັ່ງນັ້ນ, ແນວຄວາມຄິດໃນການສ້າງຕັ້ງກອງທຶນອາຊີ (AMF) ຈຶ່ງຖືກຍົກຂຶ້ນມາພິຈາລະນາອີກຄັ້ງ. ພ້ອມດຽວກັນນີ້, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີຂອງມາເລເຊຍ ຍັງໄດ້ໃຫ້ເຫດຜົນຕ່ືມອີກວ່າ ປະເທດຕ່າງໆຄວນຊື້ຂາຍແລກປ່ຽນດ້ວຍສະກຸນເງິນຂອງປະເທດຕົນເອງ ແທນທີ່ຈະເພິ່ງພາພຽງແຕ່ສະກຸນເງິນໂດລາສະຫະລັດຢ່າງດຽວ.

ທັງນີ້, ໄລຍະຜ່ານມາ ສປ.ຈີນ ໄດ້ເຂົ້າໄປລົງທຶນຢູ່ມາເລເຊຍ ລວມມູນຄ່າຫຼາຍກວ່າ 170 ຕື້ຣິງກິດມາເລເຊຍ ຫຼື ປະມານ 38,66 ຕື້ໂດລາສະຫະລັດ. ພ້ອມນັ້ນ, ບໍລິສັດຈີນຫຼາຍແຫ່ງຍັງໄດ້ກະກຽມທີ່ຈະລົງທຶນໃນບັນດາກິດຈະການຕ່າງໆຢູ່ມາເລເຊຍເພີ່ມອີກໃນໄລຍະຕໍ່ໜ້ານີ້. 

ຂໍ້ມູນອ້າງອີງຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/