ແຟນຄລັບອາໄລ ການຈາກໄປຂອງ Moonbin ວົງ Astro


ໃນວັນທີ 19 ເມສາ 2023 ສື່ຫຼາຍສຳນັກຂອງເກົາຫຼີໃຕ້ ໄດ້ລາຍງານການຈາກໄປຢ່າງກະທັນຫັນຂອງ Moonbin ວົງ Astro ແລະ ທາງຕົ້ນສັງກັດ Fantagio ໄດ້ອອກຖະແຫຼງແຈ້ງຂ່າວການຈາກໄປຂອງ Moonbin Astro ແລ້ວ.

Moonbin ເປັນສະມາຊິກວົງ Astro ຈາກເກົາຫຼີໃຕ້ ໂດຍທີ່ Moonbin ເລີ່ມຕົ້ນເສັ້ນທາງໃນວົງການບັນເທີງຕັ້ງແຕ່ຍັງນ້ອຍດ້ວຍການສະແດງຊີຣີ້ຊື່ດັງທົ່ວເອເຊຍ Boys Over Flower ແລະ ໄດ້ຮ່ວມສະແດງໃນ MV ເພງ Balloons ຂອງວົງ TVXQ ໃນປີ 2016​ ໄດ້ເດບິວເປັນສິລະປິນໃນນາມວົງ Astro.

ທາງຕົ້ນສັງກັດຢ່າງ Fantagio ໄດ້ອອກມາຖະແຫຼງການພ້ອມຂໍ້ຄວາມວ່າ “ນີ້ແມ່ນ Fantagio ກ່ອນອື່ນໝົດເຮົາຢາກຈະຂໍສະແດງຄວາມເສຍໃຈທີ່ໄດ້ນຳຂ່າວອັນໜ້າໂສກເສົ້າ ແລະ ເຈັບປວດຫົວໃຈມາແຈ້ງໃຫ້ທຸກຄົນໄດ້ຮັບຮູ້ ໃນວັນທີ19 ເມສາ 2023 Moonbin ສະມາຊິກວົງ Astro ໄດ້ຈາກພວກເຮົາໄປຢ່າງກະທັນຫັນ ແລະ ກາຍເປັນດວງດາວເທິງທ້ອງຟ້າ. ເຖິງແມ່ນວ່າເຮົາບໍ່ສາມາດປຽບທຽບຄວາມໂສກເສົ້າເສຍໃຈຂອງພວກເຮົາກັບຄອບຂອງຜູ້ລ່ວງລັບທີ່ສູນເສຍລູກຊາຍ ແລະ ພີ່ນ້ອງອັນເປັນທີ່ຮັກໄປ ແຕ່ສະມາຊິກວົງ Astro ທີ່ໄດ້ຢູ່ຮ່ວມກັນມາດົນ ເພື່ອນຮ່ວມງານ ຜູ້ບໍລິຫານຕະຫຼອດຮອດພະນັກງານ Fantagio ຕ່າງກໍຢູ່ໃນຄວາມໂສກເສົ້າເສີຍໃຈ ແລະ ໄວ້ອາໄລໃຫ້ດ້ວຍຄວາມໂສກເສົ້າສະເທືອນໃຈເປັນຢ່າງຍິ່ງ ເປັນເລື່ອງທີ່ໜ້າໃຈສະຫຼາຍຍິ່ງກວ່າທີ່ເຮົາຕ້ອງໄດ້ແຈ້ງຂ່າວກະທັນຫັນແບບນີ້ໃຫ້ແກ່ແຟນໆ ທີ່ຄອຍສະໜັບສະໜູນ ແລະ ມອບຄວາມຮັກໃຫ້ແກ່ Moonbin ດ້ວຍຫົວໃຈ ພວກເຮົາຮູ້ສືກເຈັບປວດຈາກຂ່າວຮ້າຍທີ່ເກີດຂຶ້ນກະທັນຫັນ ໄດ້ສະແດງຄວາມໄວ້ອາໄລ ແລະ ກ່າວຄຳອຳລາ ພິທີຈະຈັດຂຶ້ນຢ່າງສະຫງົບເປັນການສ່ວນຕົວໃນວັນທີ 22 ເມສາ 2023 ຕາມຄວາມຕ້ອງການຂອງຄອບຄົວ”

ຕາມລາຍງານລະບຸການຈາກໄປຂອງ Moonbin ວ່າ ທາງສະຖານີຕຳຫຼວດຄັງນຳ ໄດ້ຮັບແຈ້ງຈາກທາງຜູ້ຈັດການສ່ວນຕົວວ່າພົບໄອດອລໜຸ່ມເສຍຊີວິດຢູ່ໃນເຮືອນ ແຖວຄັງນຳ ເມື່ອເວລາ 20:10 ຕາມເວລາເກົາຫຼີໃຕ້ ຂອງວັນທີ 19​ເມສາ 2023 ໂດຍເຈົ້າໜ້າທີ່ສັນນິດຖານສາເຫດການເສຍຊີວິດວ່າເປັນການຂ້າຕົວຕາຍ ແລະ ຈະສືບສວນສາເຫດການເສຍຊີວິດໃຫ້ຊັດເຈນອີກຄັ້ງ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/