“ມັນຄືໝາ” ປູ່ຊາວຍີ່ປຸ່ນຢືນຢັນກັບຫຼານຂອງຕົນ ຄວາມເປັນຈິງແລ້ວມັນຄື ທານູກິ


ຜູ້ໃຊ້ທະວິດເຕີ ຫຼື X ທີ່ມີຊື່ວ່າ へいたろう ໄດ້ອອກມາເລົ່າປະສົບການສຸດຕະຫຼົກ ຫຼັງປູ່ຂອງຕົນເອງໄດ້ສົ່ງຮູບໝາໂຕໃຫຍ່ມາອວດ ເຊິ່ງຄົນເປັນຫຼານເອງເມື່ອເຫັນແລ້ວກັບຮູ້ສຶກຢູ່ໃນໃຈວ່າມັນແມ່ນບໍ່? ຈຶ່ງບອກປູ່ໄປວ່າມັນບໍ່ແມ່ນໝາ!

ແຕ່ປູ່ຢືນຢັນວ່າ “ມັນຄືໝາ” ເພາະເຄີຍຊ່ວຍໄວ້ແຕ່ນ້ອຍມັນຊິເປັນຢ່າງອື່ນບໍ່ໄດ້ ພ້ອມກັບໃສ່ປອກຄໍໄວ້ໃຫ້ເປັນທີ່ຮຽບຮ້ອຍ ເບິ່ງຜ່ານໆມັນກໍຄ້າຍຄືໝາຢູ່ ເຊິ່ງຫຼັງຈາກເລື່ອງນີ້ເຜີຍແຜ່ອອກໄປກໍມີຄົນມາ Comment ວ່າມັນຄື ທານູກິ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/