ເກົາຫຼີເໜືອ ເປີດຕົວລົດຖັງ ພ້ອມບອກວ່າເປັນ “ລົດຖັງທີ່ຊົງພະລັງທີ່ສຸດໃນໂລກ”


ສຳນັກຂ່າວກາງເກົາຫຼີ (KCNA) ຂອງລັດຖະບານເກົາຫຼີເຫຼືອ ໄດ້ລາຍງານວ່າ ກອງທັບເກົາຫຼີເໜືອໄດ້ມີການແຂ່ງຂັນເຝິກຊ້ອມລະຫວ່າງລົດຖັງ ເພື່ອກວດສອບຄວາມສາມາດໃນການຮົບທີ່ແທ້ຈິງຂອງທະຫານລົດຖັງ ພ້ອມນັ້ນຍັງເປີດຕົວລົດຖັງຮຸ່ນໃໝ່ອີກດ້ວຍ.

ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເປັນຜູ້ທົດລອງຂັບລົດຖັງຄັນໃໝ່ດ້ວຍຕົນເອງ ພ້ອມກັບເອີ້ນມັນວ່າເປັນ “ລົດຖັງທີ່ຊົງພະລັງທີ່ສຸດໃນໂລກ” ໂດຍສະແດງຄວາມພໍໃຈຕໍ່ການໂຈມຕີ ແລະ ຄວາມຄ່ອງຕົວຂອງລົດຖັງຮຸ່ນໃໝ່ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/