Cardano ກຽມເປີດຕົວ Stablecoin ຂອງຕົນເອງ “USDM” ພ້ອມໃຫ້ເປີດໃຊ້ງານໃນວັນທີ 16 ມີນານີ້


ການເປີດຕົວຂອງ USDM ແມ່ນເກີດຂຶ້ນໃນເວລາທີ່ມີຄວາມສົນໃຈເພີ່ມຂຶ້ນໃນລະບົບນິເວດ Cardano, ເຊິ່ງໄດ້ຮັບແຮງຂັບເຄື່ອນຈາກເຫດການສຳຄັນທີ່ຜ່ານມາເຊັ່ນ: Cardano Treasury ທີ່ມີມູນຄ່າລື່ນກາຍ 1 ຕື້ໂດລາ ແລະ ບລັອກຂອງ Cardano ໄດ້ແຕະ 10 ລ້ານບລັອກເປັນທີ່ຮຽບຮ້ອຍແລ້ວ.

Cardano ໜຶ່ງໃນແພລັດຟອມ smart contract ແລະ cryptocurrency ທີ່ມີຊື່ສຽງໄດ້ອອກມາປະກາດເປີດຕົວຫຼຽນ Stablecoin ຂອງຕົນເອງຄື “USDM” ເຊິ່ງຈະເປີດຕົວໃນສະຫະລັດໃນວັນທີ 16 ມີນາທີ່ກຳລັງຈະມາເຖິງນີ້.

ໂດຍຫຼຽນ Stablecoin USDM ໄດ້ມີການຜູກມູນຄ່າຂອງຫຼຽນໃຫ້ມີຄ່າເທົ່າກັບເງິນໂດລາສະຫະລັດ ເພື່ອອະນຸຍາດໃຫ້ຜູ້ໃຊ້ສາມາດເຂົ້າເຖິງ ແລະ ປັບປຸງການນໍາໃຊ້ລັກສະນະຕ່າງໆ ໃນ​ແພລັດຟອມໄດ້ຢ່າງ​​ສະ​ດວກສະບາຍ​ຫຼາຍ​ຂຶ້ນ​.

ຫຼຽນ USDM ໃນເບື້ອງຕົ້ນຈະວາງຈໍາໜ່າຍໃຫ້ກັບ 19 ລັດຂອງສະຫະລັດ. ໂດຍຜູ້ໃຊ້ຈະສາມາດໃຊ້ USDM ແທນສິນຊັບແບບດັ້ງເດີມ ທີ່ໄດ້ອອກໂທເຄັນພາຍໃຕ້ນະໂຍບາຍຂອງ Mehen Finance LLC Mehen Finance ເພື່ອເຮັດໃຫ້ຜູ້ໃຊ້ຂອງຕົນມີຄວາມປອດໄພຫຼາຍຂຶ້ນ.

ໜຶ່ງໃນຂໍ້ໄດ້ປຽບທີ່ສໍາຄັນຂອງ USDM ກໍຄືຄວາມສາມາດທີ່ຮອບດ້ານພາຍໃນລະບົບນິເວດຂອງ Cardano ເຊັ່ນດຽວກັນກັບສິນຊັບອື່ນໆ. ຜູ້ໃຊ້ສາມາດສົ່ງ ແລະ ຮັບຫຼຽນ USDM ໄດ້ຢ່າງອິດສະຫຼະ, ລວມໄປເຖິງການຊຳລະເງິນ, ການໂອນເງິນ ແລະ ການມີສ່ວນຮ່ວມໃນໂປໂຕຄອນ Decentralized Finance (DeFi) ອີກດ້ວຍ

ນອກເໜືອຈາກຜົນປະໂຫຍດໃນການໃຊ້ສອຍແລ້ວ, USDM ຍັງມີຄວາມກ່ຽວຂ້ອງໃນຖານະເປັນຕົວເຊື່ອມລະຫວ່າງລະບົບການເງິນແບບດັ້ງເດີມ ແລະ ລະບົບນິເວດ Cardano ໂດຍການນຳສະເໜີທາງເລືອກໃນການເລີ່ມຕົ້ນໃຊ້ງານ fiat-to-ADA ທີ່ມີຄວາມປອດໄພ ແລະ ສະດວກສະບາຍຫຼາຍຂຶ້ນ.

ທີ່ມາ:

coinspeaker

MehenOfficial

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/