ພໍ່ລຸງງັດສູດຄິດໄລ່ເນື້ອທີ່ວົງມົນມາໃຊ້ໃນພິດຊ່າເພື່ອຈັບກົນລະຍຸດຂອງທາງຮ້ານ ສຸດທ້າຍພໍ່ລຸງໄດ້ຮັບພິດຊ່າເພີ່ມເປັນ 4 ຖາດ


ຕອນຍັງນ້ອຍເຮົາອາດຄິດວ່າຄະນິດສາດເປັນວິຊາໜຶ່ງທີ່ຍາກແລະໜ້າເບື່ອ ເລີຍເຮັດໃຫ້ຫຼາຍໆຄົນບໍ່ຢາກຮຽນວິຊານີ້. ແຕ່ຮູ້ບໍ່ວ່າໃນອະນາຄົດເຮົາອາດຈະໄດ້ນໍາໃຊ້ມັນໃຫ້ເກີດປະໂຫຍດກໍເປັນໄດ້ ເຊັ່ນດຽວກັນກັບກໍລະນີພໍ່ລຸງຄົນນີ້ທີ່ລາວໄດ້ງັດສູດຄິດໄລ່ເນື້ອທີ່ວົງມົນໃນພິດຊ່າ ເພື່ອຈັບກົນລະຍຸດຂອງທາງຮ້ານ ສຸດທ້າຍພໍ່ລຸງໄດ້ຮັບພິດຊ່າເພີ່ມເປັນ 4 ຖາດ.

ເລື່ອງລາວນີ້ຖືກເຜີຍແຜ່ໂດຍພໍ່ລຸງຜູ້ໃຊ້ Twitter ຊື່ວ່າ roychandan ໄດ້ອອກມາເລົ່າປະສົບການ ໃນການສັ່ງພິດຊ່າຂະໜາດ 9 ນິ້ວ ແຕ່ເມື່ອສັ່ງໄປແລ້ວທາງຮ້ານບອກວ່າພິດຊ່າຂະໜາດ 9 ນິ້ວແມ່ນໝົດ ຈຶ່ງໄດ້ເຮັດການເສີບພິດຊ່າຂະໜາດ 5 ນິ້ວຈໍານວນສອງຖາດມາແທນພ້ອມບອກວ່າ “ເຫັນບໍ່ ເຈົ້າໄດ້ພິດຊ່າຟຣີອີກຕັ້ງວ່າ 1 ນິ້ວ”.

ຫຼັງຈາກນັ້ນເມື່ອພໍ່ລຸງ roychandan ໄດ້ຍິນແບບນັ້ນຈຶ່ງໄດ້ໃຫ້ພະນັກງານໄປເອີ້ນເຈົ້າຂອງຮ້ານມາລົມນໍາ ພ້ອມກັບງັດສູດຄິດໄລ່ເນື່ອທີ່ວົງມົນ πr2 (π ຄູນໃຫ້ r ຂຶ້ນກໍາລັງສອງ) ແລ້ວບອກວ່າ:

ພິດຊ່າຂະໜາດ 9 ນິ້ວແມ່ນຈະມີເນື້ອທີ່ 63.62 sq.in

ສ່ວນພິດຊ່າຂະໜາດ 5 ນິ້ວແມ່ນມີເນື້ອທີ່ 19.63 sq.in ເທົ່ານັ້ນ

ດັ່ງນັ້ນເມື່ອເອົາພິຊຊ່າຂະໜາດ 5 ນິ້ວສອງຖາດມາເສີບຂ້ອຍ

ຂ້ອຍກໍຈະໄດ້ພິດຊ່າທີ່ມີຂະໜາດເນື້ອທີ່ແຕ່ 39.26 sq.in

ຫຼື ເຖິງວ່າເຈົ້າຈະເອົາພິດຊ່າ 5 ນິ້ວ (19.63 sq.in) ມາເພີ່ມໃຫ້ອີກຖາດມັນກໍຍັງບໍ່ເທົ່າກັບຂະໜາດຂອງພິດຊ່າ 9 ນິ້ວເລີຍ

“ບາດນີ້ເຈົ້າເອົາຫຍັງມາເວົ້າວ່າຂ້ອຍຈະໄດ້ພິດຊ່າຟຣີອີກ 1 ນິ້ວ?”

ຫຼັງຈາກພໍ່ລຸງໄດ້ງັດສູດເດັດມາສູ້ ເຈົ້າຂອງຮ້ານກໍເຖິງຂັ້ນປາກບໍ່ອອກເລີຍ ແລະທ້າຍສຸດທາງຮ້ານຕ້ອງໄດ້ເພີ່ມພິດຊ່າຂະໜາດ 5 ນິ້ວໃຫ້ພໍ່ລຸງເປັນ 4 ຖາດ.

ແລະພໍ່ລຸງ roychandan ຖິ້ມທ້າຍໃຫ້ວ່າ “ຄວນຕັ້ງໃຈຮຽນເລກເດີ້”

ຫຼັງຈາກໂພສດັ່ງກ່າວອອກໄປມັນກໍໄດ້ຖືກແຊຣ໌ຕໍ່ກັນຢ່າງຫຼວງຫຼາຍກວ່າ 40,000 Tweet , ຍອດຖືກໃຈອີກເກືອບ 2 ແສນ ແລະກາຍເປັນກະແສພາຍໃນຂ້າມຄືນ. ຮູູ້ແນວນີ້ແລ້ວການຮຽນຄະນິດສາດນັ້ນບາງເທື່ອມັນກໍມີປະໂຫຍດໃນຊີວິດເຮົາແທ້ໆເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/