ຈີນ ກຽມເປີດ 6 ແຜນງານສໍາຄັນເພື່ອຜົນປະໂຫຍດລວມຂອງ ສປປ ລາວ ແລະ ອີກ 5 ປະເທດລຸ່ມແມ່ນໍ້າຂອງ


ໃນກອງປະຊຸມ ລັດຖະມົນຕີການຕ່າງປະເທດ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ທີ່ຈັດຂຶ້ນທີ່ ເມືອງບາກັນ, ສສ ມຽນມາ ໃນວັນທີ 4 ກໍລະກົດ 2022 ທີ່ຜ່ານມານີ້ ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ ໄດ້ປະກາດວ່າ: ຈີນ ກະກຽມເປີດ 6 ແຜນງານສໍາຄັນໃນຕໍ່ໜ້າເພື່ອຜົນປະໂຫຍດແກ່ ສປປ ລາວ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ເພື່ອເຮັດໃຫ້ການພັດທະນານັບມື້ນັບດີຂຶ້ນຕື່ມ.

ໂດຍ 6 ແຜນງານດັ່ງກ່າວຂອງ ຈີນ ປະກອບມີ:

1). ເລີ່ມຈາກການປະຕິບັດຕາມແຜນໜຶ່ງຮ້ອຍ, ພັນ, ໜຶ່ງໝື່ນແຜນປະຕິບັດງານກ່ຽວກັບການຮ່ວມມືດ້ານກະສິກໍາໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ  ເຊີ່ງຈີນຈະເປີດໂຄງການສົ່ງເສີມເທັກໂນໂລຢີກະສິກໍາ ຈໍານວນ 100 ໂຄງການ, ເຝິກອົບຮົມຜູ້ປະກອບການ 1,000 ຄົນ ທີ່ດໍາເນີນທຸລະກິດດ້ານກະສິກໍາ ແລະ ພັດທະນາເນື້ອທີ່ທົດລອງປູກ 10,000 ເຮັກຕາ ສໍາລັບປະເທດລຸ່ມແມ່ນໍ້າຂອງ.

2). ດໍາເນີນການຕາມແຜນໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບຊັບພະຍາກອນນໍ້າເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງໃນການແບ່ງປັນຂໍ້ມູນທາງນໍ້າ, ສ້າງສະຖານີພະຍາກອນອຸທົກກະສາດໃໝ່ ແລະ ເລັ່ງພັດທະນາໂຄງການທົດລອງ ເປັນຕົ້ນ: ການສ້າງລະບົບຊົນລະປະທານສູບນໍ້າດ້ວຍລະບົບໄຟຟ້າແສງຕາເວັນ, ການສະໜອງນໍ້າໃນເຂດຊົນນະບົດ ແລະ ການຄຸ້ມຄອງອ່າງຂະໜາດນ້ອຍ. ພ້ອມນີ້ ຈີນ ຈະຈັດໃຫ້ມີການກວດສອບຄວາມປອດໄພສໍາລັບອ່າງເກັບນໍ້າ ແລະ ເຂື່ອນ 20 ແຫ່ງເພື່ອຮັບປະກັນການປ້ອງກັນໄພນໍ້າຖ້ວມ, ລວມເຖິງຄວາມໝັ້ນຄົງທາງດ້ານອາຫານ, ການສະໜອງນໍ້າ ແລະ ລະບົບນິເວດວິທະຍາສໍາລັບປະຊາຊົນ 70 ລ້ານຄົນໃນເຂດລຸ່ມແມ່ນໍ້າຂອງ.

3). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບເສດຖະກິດ ດິຈິຕອລ ເຊີ່ງຈີນ ຈະຈັດຕັ້ງສູນນະວັດຕະກໍາທີ່ທັນສະໄໝ, ສົ່ງເສີມການວິໄຈກ່ຽວກັບໂທລະພາບດິຈິຕອລ ແລະ ການທົດລອງພັດທະນາ, ພັດທະນາລະບົບເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນສະໄໝ ແລະ ດໍາເນີນການຮ່ວມມືໃນການຍົກລະດັບຄວາມສາມາດດ້ານເສດຖະກິດດິຈິຕອລໃນປະເທດລຸ່ມແມ່ນໍ້າຂອງ.

4). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບດ້ານອະວະກາດ  ເຊິ່ງຈີນຈະເຮັດວຽກຮ່ວມກັບປະເທດລຸ່ມແມ່ນໍ້າຂອງ ເພື່ອພັດທະນາດາວທຽມສັງເກດໂລກ ແລະ ໃຫ້ໂອກາດໃນການບັນທຸກດາວທຽມທີ່ສາມາດກູ້ຄືນໄດ້ ເຊິ່ງ 5 ປະເທດລຸ່ມແມ່ນໍ້າຂອງຍິນດີທີ່ຈະໃຫ້ການຮ່ວມມືໃນສະຖານີວິໄຈດວງເດືອນລະຫວ່າງປະເທດທີ່ຈີນເປນເຈົ້າພາບຮ່ວມກັນ ແລະ ອື່ນໆ ໂດຍຈີນຈະຈັດການເຝິກອົບຮົມດ້ານວິທະຍາສາດ ແລະ ເທັກໂນໂລຢີທາງດ້ານອະວະກາດສໍາລັບປະເທດລຸ່ມແມ່ນໍ້າຂອງ.

5). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບສິ່ງທີ່ມີຄວາມສາມາດ ເຊິ່ງຈີນຈະສະໜອງການສຶກສາ 2,000 ທຶນ ແລະ ໃຫ້ໂອກາດໃນການເຝິກອົບຮົມ 2,000 ຄັ້ງ ໃຫ້ແກ່ປະເທດລຸ່ມແມ່ນໍ້າຂອງ ເພື່ອເຝິກອົບຮົມຜູ້ຊ່ຽວຊານໃນຂົງເຂດຕ່າງໆ ເຊັ່ນ: ລະບົບນິເວດວິທະຍາ, ກະສິກໍາ ແລະ ປ່າໄມ້ ແລະ ອື່ນໆ ໂດຍຈີນຈະສ້າງສະຖາບັນໃນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອເຝິກອົບຮົມທີ່ດີອັນດັບໜຶ່ງສໍາລັບບຸກຄະລາກອນດ້ານຊັບພະຍາກອນນໍ້າ.

6). ດໍາເນີນການຕາມແຜນການຮ່ວມມືໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບດ້ານສາທາລະນະສຸກ ເຊິ່ງຈີນຈະສະໜອງວັກຊີນປ້ອງກັນພະຍາດໂຄວິດ -19  ໃຫ້ປະເທດລຸ່ມແມ່ນໍ້າຂອງຕາມຄວາມຕ້ອງການ, ເພີ່ມການຮ່ວມມືໃນການຄົ້ນຄວ້າ ແລະ ພັດທະນາຢາ ແລະ ສ້າງພື້ນຖານອຸດສາຫະກໍາຢາແບບດັ້ງເດີມ, ເພື່ອຮ່ວມກັນສ້າງລະບົບສາທາລະນະສຸກ.

ສຳລັບການຮ່ວມມື ແມ່ນໍ້າຂອງ-ລ້ານຊ້າງ ຫຼືວ່າ MLC ແມ່ນໄດ້ສ້າງຕັ້ງຂຶ້ນຕັ້ງແຕ່ວັນທີ 23 ມີນາ 2016 ເຊິ່ງປະກອບມີ 6 ປະເທດຕາມລຸ່ມແມ່ນໍ້າຂອງໄດ້ແກ່: ລາວ, ກຳປູເຈຍ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ເຊິ່ງການຮ່ວມມືດັ່ງກ່າວສ້າງຕັ້ງຂຶ້ນມາເພື່ອ ພັດທະນາການຮ່ວມມືໃນເຂດເສດຖະກິດລຸ່ມແມ່ນໍ້າຂອງ ໂດຍເນັ້ນໃນການພັດທະນາແບບຍືນຍົງ, ລົດຄວາມເຫຼື່ອມລໍ້າ ແລະ ສົ່ງເສີມຂະບວນການພັດທະນາໃນອາຊຽນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/